19/11/2025
ໃນວັນທີ 19 ພະຈິກ 2025, ທີ່ທໍານຽບປະທານປະເທດ (ຫໍຄຳ), ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງ ທ່ານ ວະລາເມຍ ກາລີນິນ (Vladimir Kalinin) ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສະຫະພັນ ຣັດເຊຍ ປະຈໍາ ສປປ ລາວ, ໃນໂອກາດສໍາເລັດໃນການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.

ໃນໂອກາດນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຕ້ອນຮັບ ແລະ ຊົມເຊີຍ ທ່ານ ວະລາເມຍ ກາລີນິນ ທີ່ໄດ້ມາປະຕິບັດໜ້າທີ່ການທູດຈົນສໍາເລັດ ຊຶ່ງເປັນການປະກອບສ່ວນເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບທີ່ມີມາແຕ່ດົນນານແລ້ວນັ້ນ ໃຫ້ນັບມື້ນັບດີຂຶ້ນ, ລັດຖະບານລາວ ກໍຄື ປະຊາຊົນລາວ ຕີລາຄາສູງຕໍ່ການປະຕິບັດໜ້າທີ່ຂອງທ່ານທູດໄລຍະຜ່ານມາ, ທ່ານແມ່ນນັກການທູດຜູ້ທີ່ມີຄວາມຫ້າວຫັນ ໃນການສືບຕໍ່ເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອມາແຕ່ດົນນານ ລະຫວ່າງ ສອງປະເທດ ລາວ-ຣັດເຊຍ, ຣັດເຊຍ-ລາວ ກໍຄື ປະຊາຊົນ ສອງຊາດ ລາວ-ຣັດເຊຍ ຍາມໃດກໍໃຫ້ການອຸ້ມຊູ ຊ່ວຍເຫລືອລັດຖະບານລາວ ກໍຄື ປະຊາຊົນລາວ ຕະຫລອດມາ. ພ້ອມນີ້, ທ່ານຮອງປະທານປະເທດ ຍັງໄດ້ອວຍພອນໃຫ້ທ່ານທູດ ຈົ່ງກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສຳເລັດໃນພາລະກິດໃໝ່ຂອງຕົນ.
ໂອກາດດຽວກັນນີ້, ທ່ານ ວະລາເມຍ ກາລີນິນ ກໍໄດ້ສະແດງຄວາມຂອບໃຈ ມາຍັງ ທ່ານຮອງປະທານປະເທດ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງສະແດງຄວາມຂອບໃຈ ຕໍ່ລັດຖະບານ ກໍຄື ບັນດາການນຳຂອງ ພັກ, ລັດ ຂອງ ສປປ ລາວ ຕະຫລອດຮອດປະຊາຊົນລາວບັນດາເຜົ່າ ທີ່ໄດ້ໃຫ້ການສະໜັບສະໜູນ, ຮ່ວມມືທີ່ດີ ແລະ ອຳນວຍຄວາມສະດວກທຸກຢ່າງ ຕະຫລອດໄລຍະການປະຕິບັດໜ້າທີ່ວຽກງານຂອງຕົນ ຈົນໄດ້ຮັບຜົນສຳເລັດເປັນຢ່າງດີ.

