ຮອງປະທານປະເທດ ຕ້ອນຮັບທູດ ໂອຕຣິດ ເຂົ້າຢ້ຽມອຳລາ

03/12/2025

ຮອງປະທານປະເທດ ຕ້ອນຮັບທູດ ໂອຕຣິດ ເຂົ້າຢ້ຽມອຳລາ

      ໃນວັນທີ 3 ທັນວາ 2025 ທີ່ທໍານຽບປະທານປະເທດ (ຫໍຄຳ), ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະເທດປະເທດ ແຫ່ງ ສປປ ລາວ ຕ້ອນຮັບທ່ານ ວີເຮມ ແມັກຊີມີລຽນ ດອນຄໍ (Wihelm Maximilian Donok) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ໂອຕຣິດ ປະຈຳລາວ ເຂົ້າຢ້ຽມອຳລາ ໃນໂອກາດທີ່ໄດ້ສໍາເລັດການປະຕິບັດໜ້າທີ່ການທູດ.

      ໃນໂອກາດນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ ທ່ານ Wihelm Maximilian Donok ທີ່ໄດ້ປະຕິບັດໜ້າທີ່ການທູດ ດ້ວຍຄວາມຫ້າວຫັນ ແລະ ສຸມທຸກກໍາລັງແຮງຂອງຕົນ ເຂົ້າໃນການຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມື ຊຶ່ງຕະຫລອດໄລຍະ 58 ປີ ແຫ່ງການສ້າງສາຍພົວພັນມິດຕະພາບ ຂອງສອງປະເທດ ສປປ ລາວ ແລະ ສ ໂອຕຣິດ ເຫັນວ່າສາຍພົວພັນມິດຕະພາບຂອງສອງປະເທດ ໄດ້ຮັບການພັດທະນາຍິ່ງໆຂຶ້ນ ໂດຍສະເພາະ ມີການຕິດຕໍ່ພົວພັນແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ປົກກະຕິ ຂອງເຈົ້າໜ້າທີ່ຂັ້ນສູງຂອງສອງຝ່າຍ, ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີສາກົນ, ການພົວພັນທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ. ພ້ອມນີ້, ທ່ານຮອງປະທານປະເທດ ຍັງໄດ້ອວຍພອນໃຫ້ ທ່ານທູດເດີນທາງ ກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສໍາເລັດ ໃນການປະຕິບັດໜ້າທີ່ໃໝ່ ຂອງຕົນໃນຕໍ່ໜ້າ.

      ທ່ານ Wihelm Maximilian Donok ກໍໄດ້ສະແດງຄວາມຂອບໃຈ ທ່ານຮອງປະທານປະເທດ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງຢືນຢັນວ່າຈະສືບຕໍ່ຊຸກຍູ້ສົ່ງເສີມການພົວພັນ ແລະ ການຮ່ວມມືສອງຝ່າຍ ໂອຕຣິດ-ລາວ ໃຫ້ມີບາດກ້າວຂະຫຍາຍຕົວຍິ່ງຂຶ້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ໃນຕໍ່ໜ້າ.

 

ຂໍ້ມູນຕິດຕໍ່ພົວພັນ
ຈຳນວນຜູ້ເຂົ້າຊົມເວັບໄຊ
ຫ້ອງວ່າການສໍານັກງານປະທານປະເທດ ໄດ້ຈັດພິທີປະກາດກົງຈັກການຈັດຕັ້ງ ແລະ ພິທີປະກາດອອກ - ຮັບອຸດໜູນບໍານານຂອງພະນັກງານ ພາຍໃນ ຫ້ອງວ່າການສໍານັກງານປະທານປະເທດ