ຫສປທ ເຜີຍແຜ່ 3 ເອກະສານສຳຄັນ ຂອງພັກ-ຂອງຊາດ

28/02/2025

ຫສປທ ເຜີຍແຜ່ 3 ເອກະສານສຳຄັນ ຂອງພັກ-ຂອງຊາດ

          ໃນວັນທີ  28 ກຸມພາ 2025 ຫ້ອງວ່າການສໍານັກງານປະທານປະເທດ (ຫສປທ) ໄດ້ຈັດພິທີເຜີຍແຜ່ 3ເອກະສານວັນສຳຄັນ ຂອງພັກ-ຂອງຊາດ ແລະ ມູນເຊື້ອ ຄື: ວັນສ້າງຕັ້ງກອງທັບປະຊາຊົນລາວ (20 ມັງກອນ 1949 -20 ມັງກອນ 2025) ຄົບຮອບ 76 ປີ, ວັນຄຽດແຄ້ນ ຂອງປະຊາຊົນລາວ-ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 79 ປີ (21 ມີນາ 1946- 21 ມີນາ 2025) ແລະ ວັນສ້າງຕັ້ງກໍາມະບານລາວ ຄົບຮອບ 69 ປີ (1 ກຸມພາ 1956-1 ກຸມພາ 2025). ໃຫ້ກຽດເຜີຍແຜ່ໂດຍ  ທ່ານ ອິນທະປັນຍາ ຂຽວວົງພະຈັນ ຮອງເລຂາຄະນະພັກ, ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ມີບັນດາຄະນະພັກ, ຄະນະນໍາ, ຫົວໜ້າກົມ-ຮອງກົມ, ຫົວໜ້າພະແນກ-ຮອງພະແນກ ພ້ອມດ້ວຍພະນັກງານ-ລັດຖະກອນ ຫສປທ ທັງໝົດ ເຂົ້າຮ່ວມຮັບຟັງ.

          ທ່ານ ອິນທະປັນຍາ ຂຽວວົງພະຈັນ, ໄດ້ຍົກໃຫ້ເຫັນມູນເຊື້ອ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວ ລວມທັງຜົນງານ ແລະ ໄຊຊະນະ ທີ່ກອງທັບປະຊາຊົນລາວ ຍາດມາໄດ້ຕະຫຼອດໄລຍະ 76 ປີຜ່ານມາ ຊຶ່ງກອງທັບປະຊາຊົນລາວ ໄດ້ກຳເນີດຂຶ້ນໃນທ່າມກາງປະເທດຊາດ ຖືກພວກລ່າເມືອງຂຶ້ນເຂົ້າມາຮຸກຮານ ແລະ ຄອບຄອງ ໂດຍພາຍໃຕ້ການນໍາພາຂອງພັກ, ປະຊາຊົນລາວບັນດາເຜົ່າ ໄດ້ລຸກຮື້ຂຶ້ນຕໍ່ສູ້ຕ້ານການຮຸກຮານ ຢ່າງເປັນຂະບວນຟົດຟື້ນໃນທົ່ວປະເທດ. ໃນວັນ ທີ 20 ມັງກອນ 1949, ກອງທັບລາວອິດສະຫຼະ ໄດ້ຮັບການປະກາດສ້າງຕັ້ງຂຶ້ນ ຊຶ່ງເປັນຕົ້ນກຳເນີດຂອງ ກອງທັບປະຊາຊົນລາວ ໃນປັດຈຸບັນ ໂດຍແມ່ນ ປະທານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ ແລະ ຊີ້ນຳບັນຊາໂດຍກົງ ຊຶ່ງນັບແຕ່ກອງທັບໄດ້ຮັບການສ້າງຕັ້ງຂຶ້ນ ກໍໄດ້ຮັບພາລະອັນໜັກໜ່ວງ ຕໍ່ສູ້ຕ້ານກັບຈັກກະພັດຜູ້ຮຸກຮານທັງແບບເກົ່າ ແລະ ໃໝ່ ທີ່ມີອາວຸດ, ພາຫະນະສົງຄາມ ແລະ ກຳລັງພົນທີ່ເໜືອກວ່າ, ແຕ່ເພື່ອປົກປັກຮັກສາປະເທດຊາດ ດ້ວຍນໍ້າໃຈຮັກຊາດ ອັນເດັດດ່ຽວໜຽວແໜ້ນ, ຕໍ່ສູ້ບໍ່ຍອມຈຳນົນ ກອງທັບໄດ້ຮ່ວມກັບປະຊາຊົນລາວບັນດາເຜົ່າ ສືບຕໍ່ດໍາເນີນການຕໍ່ສູ້ຢ່າງອົງອາດກ້າຫານ, ຍິ່ງຕີຍິ່ງໄດ້ຮັບໄຊຊະນະ, ຍິ່ງຕີຍິ່ງເຕີບໃຫຍ່ເຂັ້ມແຂງ ຈົນສາມາດປົດປ່ອຍ ປະເທດຊາດ ໄດ້ຢ່າງສົມບູນ ແລະ ສ້າງຕັ້ງລະບອບໃໝ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ 1975, ພາຍຫຼັງປະເທດຊາດ ໄດ້ຮັບການປົດປ່ອຍແລ້ວ ກອງທັບ ກໍໄດ້ປະຕິບັດສອງໜ້າທີ່ ຍຸດທະສາດໄປພ້ອມໆກັນ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສືບຕໍ່ເສີມຂະຫຍາຍທາດແທ້ມູນເຊື້ອ, ກໍ່ສ້າງກຳລັງ, ປັບປຸງລະບຽບແບບແຜນວິທີເຮັດວຽກ ໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໜຂຶ້ນເທື່ອລະກ້າວ. 

          ຈາກນັ້ນ, ສືບຕໍ່ເຜີຍແຜ່ເອກະສານ ວັນຄຽດແຄ້ນ ຂອງປະຊາຊົນລາວ-ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 79 ປີ ວັນທີ 21 ມີນາ 1946 ໄດ້ຍົກໃຫ້ເຫັນເຫດການ ແລະ ການຕໍ່ສູ້ຢ່າງພິລະອາດຫານຂອງທະຫານ ແລະ ປະຊາຊົນເມືອງທ່າແຂກ, ຄວາມໝາຍ ຄວາມສຳຄັນຂອງບັ້ນຮົບດັ່ງກ່າວ ທີ່ໄດ້ກາຍເປັນເຫດການປະຫວັດສາດ ແຫ່ງການຕໍ່ສູ້ພິລະອາດຫານຂອງປະຊາຊົນລາວ ແລະ ກາຍເປັນກະແສຟອງໃຫ້ແກ່ ການປະຕິວັດຊາດ ປະຊາທິປະໄຕຂອງພວກເຮົາ ກ້າວໄປສູ່ການປົດປ່ອຍຊາດຢ່າງສົມບູນ ແລະ ພ້ອມກັນນີ້, ກໍໄດ້ເຜີຍແຜ່ເອກະສານ ວັນສ້າງຕັ້ງກໍາມະບານລາວ ຄົບຮອບ 69 ປີ ໄດ້ຍົກໃຫ້ເຫັນມູນເຊື້ອການກຳເນີດ ການເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນກຳມະບານລາວ ໃນແຕ່ລະໄລຍະ ແລະ ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງອົງການຈັດຕັ້ງສະຫະພັນກໍາມະບານ ໃນຖານະທີ່ເປັນຕົວແທນແຫ່ງການປົກປ້ອງສິດຜົນປະໂຫຍດອັນຊອບທຳ ຂອງຊົນຊັ້ນກໍາມະກອນຊາວຜູ້ອອກແຮງງານ ຄື: ອົງການກໍາມະບານທຸກຂັ້ນຕ້ອງເພີ່ມທະວີບົດບາດ ຄວາມຮັບຜິດຊອບຂອງຕົນໃນການເສີມສ້າງຄວາມສາມັກຄີ ທົ່ວປວງຊົນ, ຄວາມເປັນປຶກແຜ່ນຂອງຊາວຜູ້ອອກແຮງງານ ບົນພື້ນຖານສ້າງກ້ອນກໍາລັງພັນທະພາບຂອງຊົນຊັ້ນກໍາມະກອນ, ຊາວກະສິກອນ ນັກຮຽນຮູ້ປັນຍາຊົນ ປະຕິວັດໃຫ້ນັບມື້ນັບກວ້າງຂວາງໜັກແໜ້ນ, ໃນໄລຍະໃໝ່ ອົງການຈັດຕັ້ງກໍາມະບານແຕ່ລະຂັ້ນ ຕ້ອງສ້າງຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາ, ປະກອບສ່ວນຢ່າງແຂງແຮງກວ່າເກົ່າ ເຂົ້າໃນການຈັດຕັ້ງ ນໍາພາກໍາມະກອນ ແລະ ຊາວຜູ້ອອກແຮງງານ ປະຕິບັດບັນດາມະຕິຄຳສັ່ງຕ່າງໆ ຂອງອົງຄະນະພັກແຕ່ລະຂັ້ນ, ມະຕິກອງປະຊຸມໃຫ່ຍຂອງອົງການຈັດຕັ້ງກໍາມະບານແຕ່ລະຂັ້ນ ໃຫ້ປະກົດຜົນເປັນຈິງ.  

          ການເຜີຍແຜ່ເຊື່ອມຊຶມບັນດາເນື້ອໃນ ຂອງເອກະສານວັນສຳຄັນ ຂອງພັກ-ຂອງຊາດ ໃນຄັ້ງນີ້ແມ່ນ ເພື່ອໃຫ້ສະມາ ຊິກພັກ, ພະນັກງານ-ລັດຖະກອນທົ່ວ ຫສປທ ເຫັນໄດ້ມູນເຊື້ອ ອັນພິລະອາດຫານ ຂອງບັນພະບູລຸດ, ຖອດຖອນເອົາບົດຮຽນ ແລະ ປະສົບການອັນດີເລີດຂອງບັນດາຜູ້ນຳ ໝູນໃຊ້ເຂົ້າໃນພຶດຕິກໍາຕົວຈິງ; ຮັບຮູ້, ເຂົ້າໃຈ ແລະ ຍຶດໝັ້ນອຸດົມການ ຂອງພັກ; ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ມີຄຸນສົມບັດສິນທຳປະຕິວັດ, ກຳແໜ້ນ ແລະ ເປັນເອກະພາບ ຕໍ່ບັນດາເນື້ອໃນຈິດໃຈ ຂອງເອກະສານ ທີ່ນຳມາເຜີຍແຜ່ ເຊື່ອມຊຶມ, ພ້ອມທັງນໍາໄປຄົ້ນຄວ້າຈັດຕັ້ງ ຜັນຂະຫຍາຍເຂົ້າໃນວຽກງານຕົວຈິງ ຕາມໜ້າທີ່ການເມືອງ ແລະ ຄວາມຮັບຜິດຊອບຂອງຕົນ ໃນເງື່ອນໄຂໃໝ່ໃຫ້ເກີດ ປະໂຫຍດສູງສຸດ ຕໍ່ປະເທດຊາດ ແລະ ປະຊາຊົນ.

 

ຂ່າວຫຼ້າສຸດ
ຂໍ້ມູນຕິດຕໍ່ພົວພັນ
ຈຳນວນຜູ້ເຂົ້າຊົມເວັບໄຊ