ຫ້ອງວ່າການສໍານັກງານປະທານປະເທດ ເຜີຍແຜ່ເອກະສານສໍາຄັນຂອງພັກ

30/01/2025

ຫ້ອງວ່າການສໍານັກງານປະທານປະເທດ  ເຜີຍແຜ່ເອກະສານສໍາຄັນຂອງພັກ

          ໃນວັນທີ 28 ມັງກອນ 2025 ຫ້ອງວ່າການສໍານັກງານປະທານປະເທດ (ຫສປທ) ຈັດກອງປະຊຸມເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ IX ສະໄໝທີ XI, ປາຖະກະຖາ ຜົນສໍາເລັດ ກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະກໍາມະການສູນກາງພັກ ກອມມູນິດຈີນ ສະໄໝທີ XX, ໂດຍການເປັນປະທານ ແລະ ໃຫ້ກຽດເຜີຍແຜ່ຂອງ ທ່ານ ນາງ ເຂັມມະນີ ພົນເສນາ ກໍາມະການສູນກາງພັກ ເລຂາຄະນະພັກ ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ມີບັນດາຄະນະພັກ-ຄະນະນໍາ, ພະນັງງານ-ລັດຖະກອນ ເຂົ້າຮ່ວມຢ່າງພ້ອມພຽງ.

          ທ່ານ ນາງ ເຂັມມະນີ ພົນເສນາ ໄດ້ຍົກໃຫ້ຮູ້ວ່າ: ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 9 ສະໄໝທີ XI ໄດ້ດໍາເນີນ ລະຫວ່າງວັນທີ 28 ຕຸລາ - 6 ພະຈິກ 2024 ທີ່ຫ້ອງວ່າການສູນກາງພັກ ພາຍໃຕ້ການເປັນປະທານ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ແລະ ກອງປະຊຸມດັ່ງກ່າວ ໄດ້ສຸມໃສ່ຍົກສູງຄວາມຮັບຜິດຊອບການເມືອງ ໃນການຄົ້ນຄວ້າ, ປະກອບຄວາມເຫັນ ແລະ ເປັນເອກະພາບ ໃຫ້ທິດຊີ້ນໍາ ຕໍ່ບັນດາເນື້ອໃນ ທີ່ນໍາມາປຶກສາຫາລືກັນ ຄື: 1 ຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ ປະຈຳປີ 2024 ແລະ ທິດທາງ, ແຜນການ ປີ 2025 ຕິດພັນກັບການຕີລາຄາການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ; 2. ການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ປະຈຳປີ 2024 ແລະ ທິດທາງ ປີ 2025; 3. ຕີລາຄາຜົນການດໍາເນີນກອງປະຊຸມໃຫຍ່ ຂັ້ນຮາກຖານພັກອ້ອມຂ້າງເມືອງ-ນະຄອນ ແລະ ຮາກຖານບ້ານ ແລະ ການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງ-ນະຄອນ ແລະ ຮາກຖານພັກ ອ້ອມຂ້າງແຂວງ-ນະຄອນຫຼວງ ແລະ ຮາກຖານພັກ ອ້ອມຂ້າງກະຊວງ-ອົງການ; 4. ການປັບປຸງເອກະສານ ທີ່ຈະນໍາເຂົ້າລາຍງານຕໍ່ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ສະໄໝທີ XII ຂອງພັກ (ຮ່າງໂຄງການການເມືອງ ຂອງພັກ ສະບັບທີ 3, ຮ່າງລາຍງານການເມືອງ, ຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X, ການປັບປຸງກົດລະບຽບຂອງພັກ ສະໄໝທີ XI); 5 ການປັບປຸງລັດຖະທໍາມະນູນ ສະບັບປີ 2015; 6. ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ຜົນການເຄື່ອນ ໄຫວວຽກງານຕ່າງປະເທດ ຈຳນວນໜຶ່ງ ແລະ ວຽກງານອື່ນໆ.

          ຈາກນັ້ນ, ທ່ານ ນາງ ເຂັມມະນີ ພົນເສນາ ຍັງໄດ້ສືບຕໍ່ເຜີຍແຜ່ຜົນສໍາເລັດ ຂອງກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະກຳມະການສູນກາງພັກກອມມູນິດຈີນ ສະໄໝທີ XX ໃນລະຫວ່າງ ວັນທີ 15-18 ກໍລະກົດ 2024 ເປີດຂຶ້ນຢູ່ນະຄອນຫຼວງປັກກິ່ງ ສປ ຈີນ.  ເຂົ້າຮ່ວມກອງປະຊຸມຄົບຄະນະຄັ້ງນີ້ມີ: ກຳມະການສູນກາງພັກ 199 ຄົນ, ກຳມະການສໍາຮອງສູນກາງພັກ 165 ຄົນ. ກຳມະການປະຈໍາຂອງຄະນະກວດກາ ສູນກາງພັກ ແລະ ສະຫາຍຮັບຜິດຊອບຝ່າຍທີ່ກ່ຽວຂ້ອງ ໄດ້ເຂົ້າຮ່ວມຟັງໃນກອງປະຊຸມ. ຜູ້ແທນກອງປະຊຸມໃຫຍ່ຄັ້ງທີ XX ຂອງພັກບາງສະຫາຍທີ່ເຮັດວຽກຢູ່ຂັ້ນຮາກຖານ ພ້ອມດ້ວຍຜູ້ຊ່ຽວຊານ ແລະ ນັກວິຊາການຈໍານວນໜຶ່ງ ກໍໄດ້ເຂົ້າຮ່ວມຮັບຟັງໃນກອງປະຊຸມເຊັ່ນດຽວກັນ. ກອງປະຊຸມຄົບຄະນະຄັ້ງນີ້ ໄດ້ເປີດຂຶ້ນໂດຍມີກົມການເມືອງສູນກາງພັກເປັນປະທານ. ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກ ໄດ້ກ່າວຄໍາປາໄສອັນສໍາຄັນ.

 

ຂ່າວຫຼ້າສຸດ
ຂໍ້ມູນຕິດຕໍ່ພົວພັນ
ຈຳນວນຜູ້ເຂົ້າຊົມເວັບໄຊ