10/01/2025

ໃນວັນທີ 7 ມັງກອນ 2025 ທີ່ທຳນຽບປະທານປະເທດ, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາ ຂອງ ທ່ານ ໂອຮານ ໄອຊິກ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ຕວັກກີ ປະຈໍາ ສປປ ລາວ ໃນໂອກາດ ສຳເລັດການປະຕິບັດໜ້າທີ່ ການທູດປະຈຳ ສປປ ລາວ.
ໂອກາດນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ ທ່ານ ໂອຮານ ໄອຊິກ ທີ່ສຳເລັດໃນການປະຕິບັດໜ້າທີ່ການເປັນ ເອກອັກຄະລັດຖະທູດ ປະຈຳ ສປປ ລາວ ຄັ້ງນີ້, ຕະຫຼອດການປະຕິບັດໜ້າທີ່ຢູ່ ສປປ ລາວ, ທ່ານທູດ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນ ການເສີມຂະຫຍາຍສາຍພົວພັນ ຮ່ວມມືຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ລະຫວ່າງ ລາວ-ຕວັກກີ ທີ່ມີມູນເຊື້ອມາແຕ່ດົນນານແລ້ວ ໃຫ້ນັບມື້ເພີ່ມພູນຄູນສ້າງຍິ່ງໆຂຶ້ນ. ພ້ອມນີ້, ທ່ານຮອງປະທານປະເທດ ຍັງໄດ້ອວຍພອນໃຫ້ທ່ານທູດ ຈົ່ງປະສົບຜົນສຳເລັດ ໃນການປະຕິບັດໜ້າທີ່ໃໝ່ ແລະ ເດີນທາງກັບຄືນປະເທດ ດ້ວຍຄວາມສະຫວັດດີພາບ.
ທ່ານ ໂອຮານ ໄອຊິກ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານຮອງປະທານປະເທດ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສະແດງຄວາມຂອບໃຈ ຕໍ່ທຸກອົງການຈັດຕັ້ງຂອງ ສປປ ລາວ ທີ່ໄດ້ອຳນວຍຄວາມສະດວກ ໃນການປະຕິບັດໜ້າທີ່ ໃນການເສີມຂະຫຍາຍສາຍພົວພັນຮ່ວມມື ລະຫວ່າງ ຕວັກກີ-ລາວ, ລາວ-ຕວັກກີ ໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ.
ສປປ ລາວ ແລະ ສ ຕວັກກີ ໄດ້ສ້າງຕັ້ງສາຍພົວພັນ ການທູດນຳກັນ ໃນວັນທີ 26 ມິຖຸນາ 1958 ຈົນເຖິງປັດຈຸບັນ ຄົບຮອບ 66 ປີ, ທັງສອງປະເທດ ໄດ້ຮັກສາສາຍພົວພັນ ທີ່ດີນຳກັນຕະຫຼອດມາ ຊຶ່ງສະແດງອອກໃນການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ພ້ອມກັນນັ້ນ, ການນຳຂັ້ນສູງ ຂອງທັງສອງປະເທດ ກໍໄດ້ມີການຕິດຕໍ່ພົວພັນ ເຊິ່ງກັນ ແລະ ກັນ ໂດຍແລກປ່ຽນສານອວຍພອນ ແລະ ສານຊົມເຊີຍ ໃນໂອກາດວັນສໍາຄັນຕ່າງໆ ຢ່າງເປັນປົກກະຕິ.