27/12/2024

ໃນວັນທີ 25 ທັນວາ 2024 ທີ່ສະຖານທູດຫວຽດນາມ ປະຈໍາ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີປະດັບຫຼຽນໄຊ, ຫຼຽນກາ ຂອງລັດຖະບານ ແຫ່ງ ສສ ຫວຽດນາມ ມອບໃຫ້ກົມກອງລວມໝູ່ ແລະ ບຸກຄົນ ຫ້ອງວ່າການສໍານັກງານປະທານປະເທດ ແຫ່ງ ສປປ ລາວ, ໂດຍມີ ທ່ານ ນາງ ເຂັມມະນີ ພົນເສນາ ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ແລະ ທ່ານ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ, ພ້ອມດ້ວຍອະດີດການນຳ ແລະ ພະນັກງານທີ່ກ່ຽວຂ້ອງ ຫສປທ ເຂົ້າຮ່ວມ.
ການປະດັບຫຼຽນ ໃຫ້ຫ້ອງວ່າການສຳນັກງານປະທານປະເທດລາວ ໃນຄັ້ງນີ້ປະກອບມີ: 1 ກົມກອງ,ບຸກຄົນ 20 ທ່ານ, ພະນັກງານການນໍາ-ອະດີດການນໍາ 5 ທ່ານ, ພະນັກງານ-ລັດຖະກອນ 15 ທ່ານ ເຊິ່ງປະກອບມີ: ຫຼຽນໄຊເອກະລາດ ຊັ້ນ I, ຊັ້ນ II, ຊັ້ນ III. ໃນນັ້ນ, ຫຼຽນໄຊເອກະລາດຊັ້ນ 1 ມອບໃຫ້ກົມກອງ ຫ້ອງວ່າການສໍານັກງານປະທານປະເທດ, ຫຼຽນໄຊເອກະລາດຊັ້ນ 2 ມີ 2 ທ່ານ, ຫຼຽນໄຊເອກະລາດຊັ້ນ 3 ມີ 3 ທ່ານ, ຫຼຽນໄຊມິດຕະພາມີ 5 ທ່ານ ແລະ ຫຼຽນກາມິດຕະພາບ ມີ 10 ທ່ານ.
ໃນໂອກາດນີ້, ທ່ານ ນາງ ເຂັມມະນີ ພົນເສນາ ໄດ້ສະແດງຄວາມພາກພູມໃຈ ທີ່ໄດ້ຮັບການປະດັບ ຫຼຽນໄຊເອກະລາດ ແລະ ຫຼຽນກາມິດຕະພາບ ຈາກຫ້ອງວ່າການສໍານັກງານປະທານປະເທດ ສສ ຫວຽດນາມ ໃນຄັ້ງນີ້ ໂດຍແມ່ນຂອງລັດຖະບານຫວຽດນາມ ທີ່ມອບໃຫ້ແກ່ ອະດີດການນໍາ ແລະ ພະນັກງານ ຂອງຫ້ອງວ່າການສໍານັກງານປະທານປະເທດ ແຫ່ງ ສປປ ລາວ ເນື່ອງໃນໂອກາດປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022, ທັງເປັນການສະເຫຼີມສະຫຼອງ ວັນເຊັນສົນທິສັນຍາມິດຕະພາບ ການຮ່ວມມືລາວ-ຫວຽດນາມ ຄົບຮອບ 45 ປີ (18/7/1977-18/7/2022) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ (5/9/1962-5/9/2022). ພ້ອມນີ້, ທ່ານ ນາງ ເຂັມມະນີ ພົນເສນາ ໄດ້ຕາງໜ້າແກ່ຄະນະພັກ, ຄະນະນໍາ ພະນັກງານ-ລັດຖະກອນ ຫ້ອງວ່າການສໍານັກງານປະທານປະເທດ ສະແດງຄວາມຂອບໃຈ ມາຍັງ ລັດຖະບານ, ການນໍາພັກ-ລັດ ໂດຍສະເພາະ ຫ້ອງວ່າການສໍານັກງານປະທານປະເທດ ຫວຽດນາມ ທີ່ໄດ້ສືບຕໍ່ຜັນຂະຫຍາຍ ສົ່ງເສີມສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດ ກໍຄື ການຮ່ວມມືອັນດີງາມທີ່ບັນພະບູລຸດ ແລະ ອະດີດຜູ້ນໍາ ຂອງສອງປະເທດ ໄດ້ຮ່ວມແຮງຮ່ວມໃຈເພີ່ມພູນຄູນສ້າງ ແລະ ພັດທະນາມາຈົນເຖິງປັດຈຸບັນ.