ຮອງປະທານປະເທດ ຕ້ອນຮັບ ທູດຈີນ ປະຈໍາລາວ ຄົນໃໝ່

20/12/2024

ຮອງປະທານປະເທດ ຕ້ອນຮັບ ທູດຈີນ ປະຈໍາລາວ ຄົນໃໝ່

          ໃນວັນທີ 11 ທັນວາ 2024 ທີ່ທຳນຽບປະທານປະເທດ, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງສາທາລະນະລັດ ປະຊາຊົນ ຈີນ ປະຈໍາ ສປປ ລາວ ຄົນໃໝ່.

          ໃນໂອກາດດັ່ງກ່າວ, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ ທ່ານ ນາງ ຟາງຫົງ ທີ່ໄດ້ຖືກແຕ່ງຕັ້ງມາດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ, ພ້ອມທັງໄດ້ແຈ້ງສະພາບພົ້ນເດັ່ນພາຍໃນ ສປປ ລາວ ໃຫ້ຊາບ ແລະ ຕີລາຄາສູງຕໍ່ສາຍພົວພັນການຮ່ວມມື ລະຫວ່າງ ພັກ, ລັດ ສປປ ລາວ ແລະ ພັກ, ລັດ ສປ ຈີນ ໃນໄລຍະທີ່ຜ່ານມາ ທີ່ເປັນສາຍພົວພັນແບບ ຄູ່ຮ່ວມຍຸດທະສາດຮອບດ້ານ, ໝັ້ນຄົງຍາວນານ ຕາມທິດ 4 ດີ, ພ້ອມທັງ ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫລືອ ສປປ ລາວ ຂອງ ສປ ຈີນ ຕະຫລອດໄລຍະຜ່ານມາ ກໍຄືປັດຈຸບັນ ແລະ ເຊື່ອໝັ້ນວ່າ ຕະຫລອດໄລຍະ ຂອງການປະຕິບັດໜ້າທີ່ການທູດຢູ່ລາວ, ທ່ານ ນາງ ຟາງຫົງ ຈະປະກອບສ່ວນເສີມຂະຫຍາຍ ແລະ ຮັດ​ແໜ້ນ​ສາຍ​ພົວພັນມິດຕະພາບ ອັນເປັນມູນເຊື້ອ​ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ໃຫ້ນັບມື້ນັບ​ແໜ້ນ​ແຟ້ນ ແລະ ມີປະສິດທິຜົນຍິ່ງໆ​ຂຶ້ນ.

          ທ່ານ ນາງ ຟາງຫົງ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ນາງ ປານີ ຢາທໍ່ຕູ້ ທີ່ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້ ພ້ອມທັງໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມືກັບພັກ ແລະ ລັດຖະບານຈີນ ມາໂດຍຕະຫລອດ ແລະ ຫວັງວ່າຈະສືບຕໍ່ໃຫ້ການຮ່ວມມື ແລະ ອໍານວຍຄວາມສະດວກ ໃນການປະຕິບັດໜ້າທີ່ການທູດຂອງຕົນ ເພື່ອພ້ອມກັນສືບຕໍ່ເຮັດໜ້າທີ່ ເປັນຂົວຕໍ່ແຫ່ງການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.

 

ຂ່າວຫຼ້າສຸດ
ຂໍ້ມູນຕິດຕໍ່ພົວພັນ
ຈຳນວນຜູ້ເຂົ້າຊົມເວັບໄຊ