ປະທານປະເທດ ຕ້ອນຮັບລັດຖະມົນຕີ ກະຊວງຍຸຕິທຳ ສສ ຫວຽດນາມ

20/12/2024

ປະທານປະເທດ ຕ້ອນຮັບລັດຖະມົນຕີ ກະຊວງຍຸຕິທຳ ສສ ຫວຽດນາມ

          ໃນວັນທີ 19 ທັນວາ 2024 ທີ່ຫ້ອງວ່າການສູນກາງພັກ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ຫງວ້ຽນ ຫ໋າຍ ນິງ ລັດຖະມົນຕີ ກະຊວງຍຸຕິທຳ ສສ ຫວຽດນາມ ພ້ອມຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 18-20 ທັນວາ 2024.

          ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ ຫງວ້ຽນ ຫ໋າຍ ນິງ ທີ່ຫາກໍຖືກແຕ່ງຕັ້ງໃຫ້ເປັນ ລັດຖະມົນຕີ ກະຊວງຍຸຕິທຳ ຄົນໃໝ່ຂອງ ສສ ຫວຽດນາມ ແລະ ໄດ້ນຳພາຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຄັ້ງນີ້ ພ້ອມທັງຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ທີ່ສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງຕັ້ງໜ້າ ເປັນການຊຸກຍູ້ສົ່ງເສີມ ປະກອບສ່ວນສຳຄັນເຂົ້າໃນຂົງເຂດວຽກງານຢ່າງຮອບດ້ານ ໂດຍສະເພາະ ຂົງເຂດວຽກງານຍຸຕິທຳ ໃຫ້ນັບມື້ມີຄວາມແໜ້ນແຟ້ນ, ເລິກເຊິ່ງ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ. ພ້ອມນີ້, ທ່ານ ທອງລຸນ ສີສຸລິດ ຍັງຝາກຄວາມຢ້ຽມຢາມຖາມຂ່າວເຖິງ ສະຫາຍເລຂາທິການໃຫຍ່ ແລະ ປະທານປະເທດ ຫວຽດນາມ ພ້ອມທັງໄດ້ຕາງໜ້າໃຫ້ພັກ ລັດຖະບານ ກໍຄືປະຊາຊົນລາວບັນດາເຜົ່າ ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫລືອອັນໃຫຍ່ຫລວງ ລ້ຳຄ່າ ທັນການ ແລະ ມີປະສິດທິຜົນແກ່ ສປປ ລາວ ຕະຫຼອດມາ, ພິເສດ ແມ່ນການສະໜັບສະໜູນ ແລະ ຊ່ວຍເຫລືອຢ່າງຈິງໃຈ ການເປັນປະທານໝູນວຽນ ກອງປະຊຸມອາຊຽນ ຂອງ ສປປ ລາວ ໃນປີ 2024 ຈົນໄດ້ຮັບຜົນສຳເລັດຢ່າງຈົບງາມ.

          ໂອກາດດຽວກັນ, ທ່ານ ຫງວ້ຽນ ຫ໋າຍ ນິງ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຊົມເຊີຍຕໍ່ຜົນສໍາເລັດອັນຈົບງາມ ໃນການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ ພ້ອມທັງລາຍງານຈຸດປະສົງ ຂອງການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ ກັບກະຊວງຍຸຕິທຳ ໃຫ້ ທ່ານ ທອງລຸນ ສີສຸລິດ ຊາບ ພ້ອມທັງອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງຫວຽດນາມ-ລາວ ຈົ່ງໝັ້ນຄົງຂະນົງແກ່ນຕະຫລອດໄປ.

 

ຂ່າວຫຼ້າສຸດ
ຂໍ້ມູນຕິດຕໍ່ພົວພັນ
ຈຳນວນຜູ້ເຂົ້າຊົມເວັບໄຊ