ປະທານປະເທດ ຕ້ອນຮັບ ຮອງນາຍົກລັດຖະມົນຕີ ຫວຽດນາມ

20/12/2024

ປະທານປະເທດ ຕ້ອນຮັບ ຮອງນາຍົກລັດຖະມົນຕີ ຫວຽດນາມ

          ໃນວັນທີ 17 ທັນວາ 2024 ທີ່ ຫ້ອງວ່າການສູນກາງພັກ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ບຸຍ ແທັງ ເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ ແລະ ຄະນະ, ໃນໂອກາດທີ່ມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.

          ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ຜົນສຳເລັດ ກອງປະຊຸມປຶກສາຫາລື ດ້ານການເມືອງຂັ້ນລັດຖະມົນຕີ ຄັ້ງທີ 11 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ, ຊຶ່ງເປັນການສືບຕໍ່ປະກອບສ່ວນ ເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ຈະເລີນຮຸ່ງເຮືອງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ. ພ້ອມນີ້, ກໍໄດ້ສະແດງຄວາມຊົມເຊີຍ ຕໍ່ການຮ່ວມມື ຂອງບັນດາຂະແໜງການສອງປະເທດ ໂດຍສະເພາະ ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງ ແລະ ເອກະສານຕ່າງໆ ທີ່ໄດ້ຕົກລົງຮ່ວມກັນ ແລ້ວນັ້ນ ແມ່ນເປັນຮູບປະທຳ,ມີປະສິດທິຜົນສູງ ແລະ ທັນການ, ເຖິງວ່າສະພາບການຂອງໂລກ ມີການຜັນແປຢ່າງໄວວາ ຄາດເດົາໄດ້ຍາກ ແລະ ທ້າທາຍຫຼາຍປານໃດກໍຕາມ ແຕ່ຄວາມສາມັກຄີ, ຮັກແພງ ລະຫວ່າງ ລາວ-ຫວຽດນາມ ໄດ້ເພີ່ມທະວີຂຶ້ນເລື້ອຍໆ. ພ້ອມນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະເໜີໃຫ້ສອງຝ່າຍ ສືບຕໍ່ການຢ້ຽມຢາມພົບປະ ຂອງຄະນະຜູ້ແທນ ສອງປະເທດແຕ່ສູນກາງຮອດທ້ອງຖິ່ນ ຢ່າງເປັນປົກກະຕິ, ສືບຕໍ່ປະສານສົມທົບກັນຢ່າງໃກ້ຊິດ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ, ຮັກສາກົນໄກການຮ່ວມມື ທີ່ມີຢູ່ແລ້ວ ໂດຍສະເພາະ ກອງປະຊຸມປຶກສາຫາລືດ້ານການເມືອງປະຈໍາປີ ເພື່ອຮັດແໜ້ນການພົວພັນຮ່ວມມື ລະຫວ່າງສອງ ກະຊວງການຕ່າງປະເທດ ໃຫ້ນັບມື້ນັບເຂັ້ມແຂງ ແລະ ມີຜົນສຳເລັດໃຫຍ່ຫຼວງກວ່າເກົ່າ, ການເປັນເສນາທິການ ໃຫ້ການນຳຂັ້ນສູງສອງປະເທດ ແລະ ເອົາໃຈໃສ່ຊຸກຍູ້ບັນດາ ກະຊວງ, ຂະແໜງການ ທີ່ກ່ຽວຂ້ອງຂອງສອງຝ່າຍ ໃນການຈັດຕັ້ງປະຕິບັດ ບັນດາການຕົກລົງຂອງການນຳສອງປະເທດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ ໂດຍສະເພາະ ເສີມຂະຫຍາຍການຮ່ວມມື ດ້ານການຄ້າ-ການລົງທຶນ ໃຫ້ຫຼາຍຍິ່ງຂຶ້ນ, ພິເສດ, ແມ່ນການສະໜັບສະໜູນ ແລະ ຊ່ວຍເຫຼືອຢ່າງຈິງໃຈ ຕໍ່ການເປັນປະທານໝູນວຽນ ກອງປະຊຸມອາຊຽນ ແລະ ໄອປາ ຂອງ ສປປ ລາວ ໃນປີ 2024 ນີ້, ອວຍພອນໃຫ້ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ຈົ່ງໝັ້ນຄົງຂະນົງແກ່ນຕະຫຼອດກາລະນາ.

          ໃນໂອກາດດຽວກັນ, ທ່ານ ບຸຍ ແທັງ ເຊີນ ໄດ້ສະແດງຄວາມຂອບໃຈຕໍ່ ການຕ້ອນຮັບອັນອົບອຸ່ນ ພ້ອມທັງນຳເອົາຄຳຢື້ຢາມຖາມຂ່າວ ອັນອົບອຸ່ນທີ່ເຕັມໄປດ້ວຍນໍ້າໃຈໄມຕີຈິດຮັກແພງ ຖານສະຫາຍອ້າຍນ້ອງ ຈາກ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ; ທ່ານ ເລືອງເກືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ກໍຄືການນຳພັກ, ລັດຖະບານ ແຫ່ງ ສສ ຫວຽດນາມ ມາຍັງຄູ່ຮ່ວມຕຳແໜ່ງຝ່າຍລາວ. ພ້ອມນີ້, ກໍໄດ້ແຈ້ງໃຫ້ຊາບໂດຍຫຍໍ້ ກ່ຽວກັບຜົນສຳເລັດ ຂອງກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 11 ລະຫວ່າງ ຄະນະຜູ້ແທນສອງກະຊວງ ການຕ່າງປະເທດ ລາວ ແລະ ຫວຽດນາມ, ຊຶ່ງໄດ້ປຶກສາຫາລື ກ່ຽວກັບການຮ່ວມມືສອງປະເທດ ໃນໄລຍະຜ່ານມາ ໂດຍສະເພາະ ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງ ຂອງການນຳຂັ້ນສູງສອງປະເທດ ໃຫ້ມີປະສິດທິຜົນສູງສຸດ, ພ້ອມນັ້ນ ກໍໄດ້ແລກປ່ຽນຄຳຄິດເຫັນ ຕໍ່ບັນຫາສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ; ລັດຖະບານ ຫວຽດນາມ ຍິນດີສືບຕໍ່ໃຫ້ການຮ່ວມມື  ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ທັງໃນຂອບການຮ່ວມມືສອງຝ່າຍ, ຫຼາຍຝ່າຍ, ໃນເວທີພາກພື້ນ ແລະ ສາກົນ.

 

 

ຂ່າວຫຼ້າສຸດ
ຂໍ້ມູນຕິດຕໍ່ພົວພັນ
ຈຳນວນຜູ້ເຂົ້າຊົມເວັບໄຊ