ທ່ານປະທານປະເທດລາວ ພົບປະສອງຝ່າຍກັບ ປະທານາທິບໍດີ ສ ເກົາຫລີ

11/10/2024

ທ່ານປະທານປະເທດລາວ ພົບປະສອງຝ່າຍກັບ ປະທານາທິບໍດີ ສ ເກົາຫລີ

          ໃນວັນທີ 10 ຕຸລາ 2024, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍ ກັບ ທ່ານ ຢຸນ ຊອກ ຢອນ (Yoon Suk Yeol) ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫລີ ໃນໂອກາດເດີນທາງມາຢ້ຽມຢາມເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ-ສ ເກົາຫລີ ຄັ້ງທີ 25 ເພື່ອສະເຫລີມສະຫລອງ ຄົບຮອບ 35 ປີ ຂອງການພົວພັນ ອາຊຽນ-ສ ເກົາຫລີ ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ທີ່ ສປປ ລາວ ເປັນເຈົ້າພາບ ຢູ່ນະຄອນຫລວງວຽງຈັນ, ເພື່ອເສີມຂະຫຍາຍສາຍພົວພັນ ມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ ເກົາຫລີ ໃຫ້ໄດ້ຮັບການພັດທະນາສູງຂຶ້ນກວ່າເກົ່າ.

          ໂອກາດດັ່ງກ່າວ, ສອງຝ່າຍ ໄດ້ເຫັນດີເປັນເອກະພາບຕີລາຄາສູງ ຕໍ່ການພົວພັນຮ່ວມມື ທີ່ເຕັມໄປດ້ວຍໝາກຜົນສູງຕະຫລອດໄລຍະເກືອບ 3 ທົດສະວັດຜ່ານມາ, ການນຳຂັ້ນສູງສອງປະເທດ ໄດ້ສືບຕໍ່ແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຢ່າງເປັນປົກກະຕິ, ບັນດາໂຄງການຊ່ວຍເຫລືອ-ໂຄງການຮ່ວມມື ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ໃນປີ 2025 ທີ່ຈະມາເຖິງນີ້, ສອງຝ່າຍເຫັນດີຈະຮ່ວມກັນສະເຫລີມສະຫລອງ ຄົບຮອບ 30 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ສປປ ລາວ-ສ ເກົາຫລີ ໃຫ້ມີບັນຍາກາດຄຶກຄື້ນ ແລະ ມີຄວາມໝາຍສຳຄັນ, ສອງຝ່າຍ ໄດ້ຢືນຢັນຄືນຄວາມໝາຍໝັ້ນທີ່ຈະຍົກລະດັບການພົວພັນຮ່ວມມືຂຶ້ນສູ່ລະດັບໃໝ່ໃນອະນາຄົດອັນໃກ້ ຊຶ່ງຈະເປັນການເປີດສັງກາດໃໝ່ ແຫ່ງການພົວພັນຮ່ວມມື ລະຫວ່າງສອງປະເທດ ສປປ ລາວ-ສ ເກົາຫລີ ໃຫ້ສູງເດັ່ນຂຶ້ນກວ່າເກົ່າ. ພ້ອມນີ້, ສອງຝ່າຍ ກໍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືດ້ານເສດຖະກິດ-ການຄ້າ ທີ່ໄດ້ຮັບການພັດທະນາຂຶ້ນເປັນກ້າວໆ, ເຫັນດີຊຸກຍູ້ການແລກປ່ຽນຂໍ້ມູນ ລະຫວ່າງ ນັກທຸລະກິດສອງປະເທດ ເພື່ອດຶງດູດນັກລົງທຶນ ສ ເກົາຫລີ ໃຫ້ມາລົງທຶນຢູ່ ສປປ ລາວ ຫລາຍຂຶ້ນ, ຊຸກຍູ້ການຂົນສົ່ງສິນຄ້າ ຂອງລາວໄປຍັງຕະຫລາດຂອງ ສ ເກົາຫລີ ໃຫ້ຫລາຍຂຶ້ນ ໂດຍສະເພາະໃນຂົງເຂດອຸດສາຫະກຳການຜະລິດ (manufacturing), ອຸດສາຫະກໍາຍານຍົນ (automobile), ເຄື່ອງໃຊ້ໄຟຟ້າ, ການຜະລິດ Semi-Conductor, ອຸດສາຫະກໍາໜັກ, ອຸດສາຫະກໍາປຸງແຕ່ງ ຜົນຜະລິດກະສິກໍາ ແລະ ອື່ນໆ. ພ້ອມນັ້ນ, ຝ່າຍລາວ ໄດ້ຕີລາຄາສູງ ຕໍ່ຂໍ້ລິເລີ່ມການຮ່ວມມືດ້ານສິ່ງແວດລ້ອມ ພາຍໃຕ້ເປົ້າໝາຍການຫລຸດຜ່ອນ ທາດອາຍເຮືອນແກ້ວ ເພື່ອຍົກລະດັບຂີດຄວາມສາມາດໃນການປັບຕົວ ແລະ ຮັບມືກັບການປ່ຽນແປງ ຂອງດິນຟ້າອາກາດ; ສະແດງຄວາມຂອບໃຈ ຕໍ່ໂຄງການສ້າງສວນອຸທິຍ່ານດີຈິຕອນ ຂອງ ສປປ ລາວ (Lao Digital Park) ໃຫ້ເປັນເຂດນິຄົມ ອຸດສາຫະກໍາ ດີຈິຕອນ ແນໃສ່ດຶງດູດບັນດາບໍລິສັດ ເຕັກໂນໂລຊີຈາກຕ່າງປະເທດ ເຂົ້າມາລົງທຶນໃນ ສປປ ລາວ ຫລາຍຂຶ້ນ ໂດຍສະເພາະ ການສ້າງຄວາມພ້ອມໃຫ້ສັງຄົມລາວ ກ້າວເຂົ້າສູ່ຍຸກດີຈິຕອນ ແລະ ສະແດງຄວາມຂອບໃຈຕໍ່ການຊ່ວຍເຫລືອ ໃນການພັດທະນາ ຊັບພະຍາກອນມະນຸດ, ການສະໜອງທຶນການສຶກສາ, ການສະໜັບສະໜູນ ດ້ານວັດທະນະທຳ, ການທ່ອງທ່ຽວ ແລະ ອື່ນໆ. ພ້ອມນັ້ນ, ສອງຝ່າຍ ເຫັນດີສືບຕໍ່ການຮ່ວມມື ໃນລະດັບພາກພື້ນ ແລະ ສາກົນ ເປັນຕົ້ນ ການຮ່ວມມືໃນຂອບອາຊຽນ-ສ ເກົາຫລີ, ແມ່ນ້ຳຂອງ-ສ ເກົາຫລີ, ອົງການ ສປຊ ແລະ ອື່ນໆ. ພ້ອມນີ້, ສອງຝ່າຍ ຍັງໄດ້ແລກປ່ຽນຄຳຄິດເຫັນ ຕໍ່ສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈ ຮ່ວມກັນ.

          ໃນໂອກາດດຽວກັນນີ້, ທ່ານປະທານປະເທດ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການສະໜັບສະໜູນຊ່ວຍເຫລືອ ອັນລ້ຳຄ່າຈາກ ລັດຖະບານ ແລະ ປະຊາຊົນ ສ ເກົາຫລີ ໃນໄລຍະຜ່ານມາ ຊຶ່ງໄດ້ສຸມໃສ່ຂະແໜງ ການບຸລິມະສິດຂອງ ສປປ ລາວ ເປັນຕົ້ນ ການພັດທະນາຂະແໜງ ສາທາລະນະສຸກ, ການເກັບກູ້ລະເບີດບໍ່ທັນແຕກ (UXO) ແລະ ການພັດທະນາຊົນນະບົດ, ການພັດທະນາຊັບພະຍາກອນມະນຸດ, ການຊ່ວຍເຫລືອດ້ານແຮງງານ ແລະ ອື່ນໆ. ພິເສດ ແມ່ນການສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ 2024, ໂຄງການສ້າງແຜນແມ່ບົດການພັດທະນາເຂດອ້ອມຮອບສະໜາມບິນສາກົນຫລວງພະບາງ ແລະ ປະກອບສ່ວນຊ່ວຍເຫລືອ ທາງດ້ານມະນຸດສະທໍາໃຫ້ແກ່ ສປປ ລາວ ໂດຍສະເພາະ ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບ ຈາກໄພພິບັດທາງທໍາມະຊາດ.

          ໃນຂະນະດຽວກັນ, ທ່ານ ປະທານາທິບໍດີ ຢຸນ ຊອກ ຢອນ ກໍໄດ້ສະແດງຄວາມຂອບໃຈຕໍ່ ລັດຖະບານ ສປປ ລາວ ທີ່ໃຫ້ການຮ່ວມມື ແລະ ການສະໜັບສະໜູນ ສ ເກົາຫລີ ທັງໃນຂອບ ສອງຝ່າຍ ແລະ ຫລາຍຝ່າຍ ໃນໄລຍະຜ່ານມາ. ພິເສດ ຝ່າຍ ສ ເກົາຫລີ ມີຄວາມຍິນດີທີ່ຈະພິຈາລະນາ ຕໍ່ຂໍ້ສະເໜີຂອງຝ່າຍ ລາວ ໃນການຊ່ວຍເຫລືອໂຄງການ ກໍ່ສ້າງທາງດ່ວນ ຮ່າໂນ້ຍ-ວຽງຈັນ ແລະ ໂຄງການກໍ່ສ້າງທາງລົດໄຟ ວຽງຈັນ-ຫວຸງອ່າງ ແລະ ຈະຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ສືບຕໍ່ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອເສີມຂະຫຍາຍການຮ່ວມມືສອງປະເທດ ໃຫ້ຈະເລີນງອກງາມຍິ່ງຂຶ້ນ ໂດຍສະເພາະ ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງ ທີ່ຜູ້ນຳສອງປະເທດ ໄດ້ເຫັນດີເປັນເອກະພາບແລ້ວນັ້ນ ໃຫ້ມີປະສິດທິພາບ ແລະ ປະກົດຜົນເປັນຈິງ ແລະ ຈະສືບຕໍ່ໃຫ້ການຮ່ວມມື ສະໜັບສະໜູນ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ໂດຍສະເພາະ ວຽກງານການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ນີ້ ໃຫ້ປະສົບຜົນສໍາເລັດອັນງົດງາມ, ນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງປະເທດ ສ ເກົາຫລີ-ລາວ. ພ້ອມນີ້, ທ່ານ ປະທານາ ທິບໍດີ ຢຸນ ຊອກ ຢອນ ຍັງໄດ້ເຊື້ອເຊີນ ທ່ານ ປະທານປະເທດ ທອງລຸນ ສີສຸລິດ ໄປຢ້ຽມຢາມທາງລັດຖະກິດ ທີ່ ສ ເກົາຫລີ ເພື່ອສະເຫລີມສະຫລອງສາຍພົວພັນຮ່ວມມືສ ເກົາຫລີ ແລະ ສປປ ລາວ ຄົບຮອບ 30 ປີ ໃນປີ 2025 ຊຶ່ງ ທ່ານ ປະທານປະເທດ ແຫ່ງ ສປປ ລາວ ກໍໄດ້ສະແດງຄວາມຍິນດີ ແລະ ຕອບຮັບການເຊື້ອເຊີນດັ່ງກ່າວ.

          ພາຍຫລັງສຳເລັດການພົບປະ, ຜູ້ນຳທັງສອງປະເທດ ກໍໄດ້ເຂົ້າຮ່ວມເປັນສັກຂີພິຍານ ໃນພິທີລົງນາມສັນຍາ ຈຳນວນ 3 ສະບັບ ຄື: ສັນຍາ ວ່າດ້ວຍ ການຮ່ວມມື ກ່ຽວກັບການປ່ຽນແປງ ດິນຟ້າອາກາດ ລະຫວ່າງ ສປປ ລາວ ແລະ ສ ເກົາຫລີ; ສັນຍາຂອບການຮ່ວມມື ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ສ ເກົາຫລີ ກ່ຽວກັບ ບັນດາໂຄງການຮ່ວມມືກັບ ກອງທຶນຮ່ວມມື ເພື່ອການພັດທະນາເສດຖະກິດ (EDCF) ຂອງ ສ ເກົາຫລີ ໃນໄລຍະ 2024-2027 ແລະ ບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຮ່ວມມື ດ້ານວຽກງານການຫລຸດຜ່ອນທາດອາຍເຮືອນແກ້ວ ຈາກການທໍາລາຍປ່າໄມ້ ແລະ ການເຮັດໃຫ້ປ່າໄມ້ຊຸດໂຊມ ຊຶ່ງເປັນການຈັດຕັ້ງປະຕິບັດ ມາດຕາ 6 ຂອງສົນທິສັນຍາປາຣີ ລະຫວ່າງ ກະຊວງກະສິກໍາ ແລະ ປ່າໄມ້ ແຫ່ງ ສປປ ລາວ ແລະ ກະຊວງປ່າໄມ້ ແຫ່ງ ສ ເກົາຫລີ.

 

ຂ່າວຫຼ້າສຸດ
ຂໍ້ມູນຕິດຕໍ່ພົວພັນ
ຈຳນວນຜູ້ເຂົ້າຊົມເວັບໄຊ