09/10/2024
ໃນຕອນບ່າຍວັນທີ 8 ຕຸລາ 2024, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 8-11 ຕຸລາ 2024.
ໃນໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ການເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມຂອງຄະນະຜູ້ແທນຂັ້ນສູງ ສສ ຫວຽດນາມ ໃນຄັ້ງນີ້, ພ້ອມທັງໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດຂອງການພົບປະສອງຝ່າຍ ລະຫວ່າງ ສອງນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ໃນຕອນບ່າຍມື້ນີ້ ຊຶ່ງໄດ້ຢືນຢັນຮ່ວມກັນທີ່ຈະພ້ອມກັນ ຈັດຕັ້ງຜັນຂະຫຍາຍ ບັນດາຂໍ້ຕົກລົງຂອງການນໍາຂັ້ນສູງຂອງສອງພັກ, ສອງລັດຖະບານ ເພື່ອເພີ່ມທະວີການພົວພັນຮ່ວມມືສອງຝ່າຍ ໃຫ້ເຊື່ອມຈອດກັນທາງດ້ານເສດຖະກິດ, ການເງິນ, ກົດໝາຍ, ພື້ນຖານໂຄງລ່າງ, ຄົມມະນາຄົມ, ພະລັງງານ, ໄຟຟ້າ, ໂທລະຄົມ ແລະ ການທ່ອງທ່ຽວ. ພ້ອມນີ້, ທ່ານປະທານປະເທດ ແຫ່ງ ສປປ ລາວ ກໍໄດ້ຕາງໜ້າພັກ, ລັດຖະບານ, ສະພາແຫ່ງຊາດ, ກອງທັບ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຕໍ່ພັກ, ລັດຖະບານ, ສະພາແຫ່ງຊາດ, ກອງທັບ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ຍາມໃດກໍໄດ້ໃຫ້ການສະໜັບສະໜູນ, ຊ່ວຍເຫລືອອັນໃຫຍ່ຫລວງ, ລໍ້າຄ່າ, ທັນການ ແລະ ມີປະສິດທິຜົນ ແກ່ ສປປ ລາວ ໂດຍສະເພາະ ການສະໜັບສະໜູນ ແລະ ຊ່ວຍເຫຼືອດ້ານຊ່ຽວຊານ, ທຶນຮອນ ແລະ ອຸປະກອນຮັບໃຊ້ຕ່າງໆ ເພື່ອໃຫ້ ສປປ ລາວ ເຮັດສໍາເລັດໜ້າທີ່ການເປັນປະທານໝູນວຽນອາຊຽນ, ໄອປາ ແລະ ກອງປະຊຸມອື່ນໆທີ່ປິ່ນອ້ອມ ໃນປີ 2024 ໃນຄັ້ງນີ້ ກໍຄື ການຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ປະຊາຊົນລາວທີ່ຖືກເຄາະຮ້າຍ ແລະ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ໃນໄລຍະຜ່ານມາ.
ສອງຝ່າຍໄດ້ຢືນຢັນຈະຮ່ວມກັນຖະໜຸຖະໜອມ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.
ໃນຂະນະດຽວກັນ, ທ່ານ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ກໍໄດ້ສະແດງຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ເພີ່ມທະວີການພົວພັນຮ່ວມມືເຮັດວຽກຮ່ວມກັບຝ່າຍລາວຢ່າງໃກ້ຊິດ ເພື່ອຊຸກຍູ້ບັນດາຂະແໜງການທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດ ບັນດາຂໍ້ຕົກລົງຂອງການນໍາຂັ້ນສູງຂອງສອງປະເທດ ໃຫ້ເປັນຮູບປະທໍາ. ພ້ອມນີ້, ກໍໄດ້ອວຍພອນໃຫ້ການເປັນເຈົ້າພາບ ແລະ ປະທານໝູນວຽນອາຊຽນ ປີ 2024 ຂອງ ສປປ ລາວ ປະສົບຜົນສໍາເລັດຢ່າງຈົບງາມ.