ທ່ານປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ນາຍົກລັດຖະມົນຕີ ໄທ

09/10/2024

ທ່ານປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ນາຍົກລັດຖະມົນຕີ ໄທ

          ໃນຕອນບ່າຍວັນທີ 8 ຕຸລາ 2024 ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ແລະ ຄະນະ ໃນໂອກາດເດີນທາງ ມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 8-11 ຕຸລາ 2024.

          ໃນໂອກາດນີ້, ທ່ານປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ສະແດງຄວາມຊົມເຊີຍຕໍ່ ທ່ານ ນາງ ແພທອງທານ ຊິນນະວັດ ທີ່ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ນາຍົກລັດຖະມົນຕີ ຄົນທີ 31 ແຫ່ງ ຣາຊະອານາຈັກໄທ ແລະ ໄດ້ຝາກຄວາມຢື້ຢາມຖາມຂ່າວ ເຖິງ ພະບາດສົມເດັດ ພະວະຊິຣະເກົ້າເຈົ້າຢູ່ຫົວ ແລະ ພະຣາຊີນີ ແລະ ພະບໍລົມວົງສານຸວົງທຸກພະອົງ, ພ້ອມທັງໄດ້ສົ່ງຄໍາເຊື້ອເຊີນເຖິງ ພະບາດສົມເດັດ ພະວະຊິຣະເກົ້າເຈົ້າຢູ່ຫົວ ແລະ ພະຣາຊິນີ ສະເດັດຢ້ຽມຢາມທາງລັດຖະກິດ ທີ່ ສປປ ລາວ ລວມທັງ ພະບໍລົມວົງສານຸວົງພະອົງ ອື່ນໆ ໂດຍສະເພາະ ກົມສົມເດັດພະເທບ ສະເດັດຢ້ຽມຢາມ ສປປ ລາວ. ທ່ານປະທານປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດ ຂອງການພົບປະສອງຝ່າຍຢ່າງເປັນທາງການ ລະຫວ່າງ ສອງນາຍົກລັດຖະມົນຕີ ລາວ ແລະ ໄທ ທີ່ໄດ້ຮ່ວມກັນຕີລາຄາຄືນ ການຮ່ວມມືສອງຝ່າຍໄລຍະຜ່ານມາ ແລະ ປຶກສາຫາລືການຮ່ວມມືໃນຕໍ່ໜ້າ ໂດຍສະເພາະແມ່ນ ການຮ່ວມມືທາງດ້ານເສດຖະກິດ ແລະ ການເຊື່ອມໂຍງ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຖານບ້ານໃກ້ເຮືອນຄຽງທີ່ດີ ແລະ ມີມາແຕ່ດົນນານຂອງສອງປະເທດ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ. ພ້ອມນີ້, ກໍໄດ້ຊຸກຍູ້ໃຫ້ນາຍົກລັດຖະມົນຕີ ທັງສອງປະເທດ ສືບຕໍ່ຮ່ວມມືກັນຢ່າງໃກ້ຊິດ ເພື່ອສົ່ງເສີມການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ການເຊື່ອມໂຍງເຊື່ອມຈອດ ລະຫວ່າງສອງປະເທດກັບອະນຸພາກພື້ນ ແລະ ໃນໂລກ ເປັນຕົ້ນ ແມ່ນການເຊື່ອມຕໍ່ເສັ້ນທາງລົດໄຟ, ການກໍ່ສ້າງຂົວ, ການພັດທະນາເສັ້ນທາງຕ່າງໆ ຕາມແລວເສດຖະກິດທີ່ມີທ່າແຮງ, ລວມທັງສືບຕໍ່ຈັດຕັ້ງປະຕິບັດ ວຽກງານການສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນ ເພື່ອສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື.

          ໃນຂະນະດຽວກັນ, ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ແຈ້ງຜົນການພົບປະກັບ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໂດຍຫຍໍ້ໃຫ້ຊາບ, ພ້ອມທັງໄດ້ຢືນຢັນວ່າ ຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວຢ່າງໃກ້ຊິດ ເພື່ອເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືຂອງສອງປະເທດ ໃຫ້ນັບມື້ນັບຈະເລີນງອກງາມຍິ່ງໆຂຶ້ນ.

 

ຂ່າວຫຼ້າສຸດ
ຂໍ້ມູນຕິດຕໍ່ພົວພັນ
ຈຳນວນຜູ້ເຂົ້າຊົມເວັບໄຊ