07/10/2024

ໃນວັນທີ 4 ຕຸລາ 2024 ຜ່ານມາ, ຢູ່ນະຄອນຫລວງປາຣີ ປະເທດຝຣັ່ງ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ລຸກ ຣີມົງ (Luc Remont) ປະທານບໍລິສັດໄຟຟ້າຝຣັ່ງ (EDF) ໃນໂອກາດທີ່ທ່ານປະທານປະເທດ ພ້ອມຄະນະເດີນທາງ ໄປເຂົ້າຮ່ວມກອງປະຊຸມ ສຸດຍອດຝຣັ່ງໂກໂຟນີ ຄັ້ງທີ 19 ທີ່ນະຄອນຫລວງປາຣີ.
ໂອກາດນີ້, ທ່ານ ລຸກ ເຣີມົງ ໄດ້ລາຍງານໃຫ້ຊາບກ່ຽວກັບການດຳເນີນ ແລະ ຄວາມຄືບໜ້າ ການລົງທຶນຂອງ ບໍລິສັດໄຟຟ້າຝຣັ່ງ ຢູ່ ສປປ ລາວ ໂດຍສະເພາະ ໂຄງການເຂື່ອນໄຟຟ້ານ້ຳເທີນ 2 ເຊິ່ງເປັນໂຄງການຕົວແບບທີ່ດີເດັ່ນລະດັບສາກົນ ທາງດ້ານການພັດທະນາ ໂຄງການໄຟຟ້ານ້ຳຕົກ ທີ່ມີຄວາມຮັບຜິດຊອບ ແລະ ຍືນຍົງກ່ຽວກັບແຜນງານດ້ານສິ່ງແວດລ້ອມ ແລະ ສັງຄົມ ທີ່ສອດຄ່ອງກັບຮູບແບບການປະຕິບັດ ແລະ ມາດຕະຖານທີ່ດີສຸດຂອງສະຖາບັນສາກົນ ຊຶ່ງໂຄງການດັ່ງກ່າວ ໄດ້ເອົາໄປເປັນຕົວແບບຢູ່ຂົງເຂດອາຟຣິກກາ. ພ້ອມນີ້, ປະທານບໍລິສັດໄຟຟ້າຝຣັ່ງ ຍັງໄດ້ສະເໜີ ໂຄງການໃໝ່ ກ່ຽວກັບການເກັບພະລັງງານໄຟຟ້າ ແບບສູບນ້ຳກັບ (Pumped Storage Project) ຢູ່ບໍລິເວນນ້ຳເທີນ 2 ທີ່ເປັນໂຄງການປະກອບສ່ວນ ເຂົ້າໃນການຫັນປ່ຽນພະລັງງານ ຢູ່ພາກພື້ນ ແລະ ສ້າງລາຍຮັບໃໝ່ແກ່ ສປປ ລາວ ຊຶ່ງປັດຈຸບັນ, ທາງບໍລິສັດໄຟຟ້າຝຣັ່ງ ໄດ້ມີແຜນຈະດຳເນີນການສຶກສາຄວາມເປັນໄປໄດ້ຂອງໂຄງການໃນໄວໆນີ້.
ໂອກາດນີ້, ທ່ານປະທານປະເທດ ແຫ່ງ ສປປ ລາວ ໄດ້ຊົມເຊີຍການຮ່ວມມື ແລະ ການປະກອບສ່ວນຢ່າງຕັ້ງໜ້າ ຂອງບໍລິສັດໄຟຟ້າຝຣັ່ງ ຕໍ່ໂຄງການໄຟຟ້ານ້ຳເທີນ 2 ແລະ ການບຸກທະລຸບັນດາຂໍ້ຫຍຸ້ງຍາກຕ່າງໆໃນໄລຍະຜ່ານມາ, ພ້ອມທັງຊີ້ໃຫ້ເຫັນວ່າ ໂຄງການໄຟຟ້ານ້ຳເທີນ 2 ເປັນໂຄງການທີ່ດີສຳລັບຂົງເຂດ ເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ ເຊິ່ງແຕ່ລະປີໄດ້ມີຫລາຍສະຖາບັນການສຶກສາ ໄດ້ໄປທັດສະນະສຶກສາຮຽນຮູ້ກ່ຽວກັບ ໂຄງການຕົວແບບດັ່ງກ່າວ. ທ່ານປະທານປະເທດ ຍັງໄດ້ສະແດງຄວາມຊົມເຊີຍ ແລະ ສະໜັບສະໜູນຢ່າງຍິ່ງ ທີ່ບໍລິສັດໄຟຟ້າຝຣັ່ງ ສະເໜີຂະຫຍາຍການລົງທຶນໃນໂຄງການໄຟຟ້າແບບສູບນ້ຳກັບ ແລະ ສະເໜີໃຫ້ບໍລິສັດໄຟຟ້າຝຣັ່ງ ຮີບຮ້ອນປຶກສາຫາລືລາຍລະອຽດກັບລັດຖະບານລາວ ເພື່ອເຮັດໃຫ້ໂຄງການດັ່ງກ່າວເກີດຂຶ້ນເປັນຈິງ. ພ້ອມກັນນີ້, ທ່ານຍັງໄດ້ສະເໜີໃຫ້ ທ່ານ ລຸກ ເຣິມົງ ປະທານບໍລິສັດໄຟຟ້າຝຣັ່ງ ໄປ ສປປ ລາວ ເພື່ອສືບຕໍ່ຂະຫຍາຍການລົງທຶນຢູ່ ສປປ ລາວ ຕື່ມອີກ.