07/10/2024

ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ນຳພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມ ສຸດຍອດຝຣັງໂກໂຟນີ ຄັ້ງທີ XIX ຊຶ່ງ ຈັດ ຂຶ້ນໃນວັນທີ 4-5 ຕຸລາ 202, ທີ່ ນະຄອນຫລວງປາຣີ, ຕາມການເຊື້ອເຊີນ ຂອງ ທ່ານ ເອມານູແອນ ມາຄຣົງ ປະທານາທິບໍດີ ແຫ່ງ ສາທາລະນະລັດ ຝຣັ່ງ.
ອົງການຝຣັງໂກໂຟນີີສາກົນ ແມ່ນອົງການຈັດຕັ້ງສາກົນ ສຳລັບບັນດາປະເທດທີ່ໃຊ້ພາສາຝຣັ່ງ, ສ້າງຕັ້ງຂຶ້ນ ໃນປີ ໃນປີ 1970, ມີສະມາຊິກ ທັງໝົດຈຳນວນ 88 ປະເທດ ແລະ ມີຈຸດປະສົງຕົ້ນຕໍ ເພື່ອສົ່ງເສີມຄວາມຫລາກ ຫລາຍດ້ານວັດທະນະທຳ ແລະ ພາສາຝຣັ່ງ ເພື່ອສົ່ງເສີມສັນຕິພາບ, ປະຊາທິປະໄຕ ແລະ ສິທິມະນຸດ, ເພື່ອສະໜັບ ສະໜູນການສຶກສາ, ການຄົ້ນຄວ້າ ແລະ ການພັດທະນາ. ສປປ ລາວ ໄດ້ເຂົ້າເປັນສະມາຊິກສົມບູນ ຂອງອົງການ OIF ໃນປີ 1991.
ໃນໄລຍະຜ່ານມາ, ສປປ ລາວ ໄດ້ມີການຮ່ວມມືກັບ ອົງການດັ່ງກ່າວ ໃນການສົ່ງເສີມການຮຽນ-ການສອນ ພາສາຝຣັ່ງ ແລະ ການຝຶກອົບຮົມດ້ານວິຊາຊີບ. ນອກຈາກນີ້, ຍັງໄດ້ມີການຮ່ວມມື ໃນວຽກງານອື່ນໆ ອີກຈໍານວນ ໜຶ່ງ ທີ່ພົວພັນກັບຂະແໜງການ ເຊັ່ນ: ການສຶກສາ, ສາທາລະນະສຸກ, ການຄ້າ, ການທ່ອງທ່ຽວ, ສື່ມວນຊົນ ແລະ ເຕັກໂນໂລຊີ ດີຈິຕອນ.
ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງນີ້, ທ່ານປະທານປະເທດ ແຫ່ງ ສປປ ລາວ ແລະ ຄະນະໄດ້ ເຂົ້້າຮ່ວມພິທີເປີດທາງການ ແລະ ເຂົ້າຮ່ວມກອງປະຊຸມ ຄົບຄະນະ ເພື່ອປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນໃນຫົວຂໍ້: “ການສ້າງສັນ, ການປະດິດສ້າງ ແລະ ການດໍາເນີນທຸລະກິດດ້ວຍພາສາຝຣັ່ງ” ໂດຍແນໃສ່ເພື່ອສົ່ງເສີມການສ້າງວຽກ ເຮັດງານທຳໃຫ້ແກ່ຊາວໝຸ່ມ.
ໃນໂອກາດດຽວກັນ, ທ່ານປະທານປະເທດ ແຫ່ງ ສປປ ລາວ ຍັງໄດ້ພົບປະສອງຝ່າຍກັບທ່ານ ປະທານາທິບໍດີ ແຫ່ງ ສາທາລະນະລັດຝຣັ່ງ ເພື່ອສົ່ງເສີມການພົວພັນ ຮ່ວມມືລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ຝຣັ່ງ, ໄດ້ພົບປະສອງຝ່າຍ ກັບທ່ານປະທານປະເທດຫວຽດນາມ ເພື່ອຍົກສູງການພົວພັນຮ່ວມມື ລະຫວ່າງສອງປະເທດ, ໄດ້ໃຫ້ກຽດຮັບຕ້ອນການເຂົ້້າຢ້ຽມຂໍ່ານັບຂອງ ທ່ານປະທານບໍລິສັດໄຟຟ້າຝຣັ່ງ ເພື່ອປຶກສາຫາລືກ່ຽວກັບການ ຮ່ວມມືໃນດ້ານພະລັງງານສະອາດ ແລະ ໄດ້ພົບປະໂອລົມກັບ ຄົນເຊື້ອ ຊາດລາວທີ່ໃສ່ຢູ່ປະເທດຝຣັ່ງ.
ກອງປະຊຸມສຸດຍອດຝຣັງໂກໂຟນີ ແມ່ນເວທີປຶກສາຫາລື ໃນລະດັບສູງສຸດຂອງອົງການຝຣັງໂກໂຟນີສາກົນ (OIF) ໂດຍແມ່ນຂັ້ນປະມຸກລັດ ແລະ ຫົວໜ້າລັດຖະບານ ເຂົ້້າຮ່ວມກອງປະຊຸມດັ່ງກ່າວ ຊຶ່ງຈັດຂຶ້ນທຸກສອງປີ, ໂດຍບັນດາປະເທດສະມາຊິກ ຂອງອົງການ OIF ໄດ້ມີການພັດປ່ຽນກັນເປັນເຈົ້້າພາບ ແລະ ໄດ້ມີກຳນົດຫົວຂໍ້ໃນແຕ່ ລະໄລຍະ. ກອງປະຊຸມສຸດຍອດຄັ້ງນີ້, ໄດ້ຮັບຟັງການລາຍງານ ຂອງປະທານກອງປະຊຸມ ລັດຖະມົນຕີຝຣັງໂກໂຟນີ ຄັ້ງທີ 45, ບົດລາຍງານກິດຈະກຳຕ່າງໆ ຂອງເລຂາທິການໃຫຍ່ຂອງ ອົງການຝຣັງໂກໂຟນີສາກົົນ, ແຈ້ງການຂອງອົງ ການລັດຖະສະພາຝຣັງໂກໂຟນີ ກ່ຽວກັບຫົວຂໍ້ສຳຄັນ ຂອງກອງປະຊຸມສຸດຍອດດັ່ງກ່າວ ແລະ ບົດລາຍງານທີ່ກ່ຽວ ຂ້ອງອື່ນອີກ ຈຳນວນໜຶ່ງ. ກອງປະຊຸມສຸດຍອດຄັ້ງນີ້, ໄດ້ຮັບຮອງເອົາບັນດາສະມາຊິກ ສັງເກດການໃໝ່ຄື: ປະເທດ ອັງໂກລາ, ປະເທດຊີຣີ, ນູແວນ-ເອກົດ (ປະເທດການາດາ), ໂປລີເນຊີຝຣັ່ງ (ປະເທດຝຣັ່ງ) ແລະ ລາຊາ. ພ້ອມດຽວ ກັນ ກໍຍັງໄດ້ຮັບຮອງເອົາ ປະເທດສະມາຊິກສົມບູນໃໝ່ ຄື: ໄຊປຣັດ ແລະ ການາ.
ໃນຕອນທ້າຍ, ກອງປະຊຸມ ກໍໄດ້ຮັບຮອງເອົາເອກະສານຕ່າງໆ ທີ່ສຳຄັນ ຄື: ຖະແຫລງການຂອງກອງ ປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ 19 ແລະ ຍັດຕິກ່ຽວກັບວິກິດ ການໃນຂົງເຂດທີ່ໃຊ້ພາສາຝຣັ່ງ, ພ້ອມທັງໄດ້ຕົກ ລົງເຫັນດີ ໃຫ້ປະເທດກຳປູເຈຍ ເປັນເຈົ້້າພາບຈັດກອງປະຊຸມ ສຸດຍອດຝຣັງໂກໂຟນີ ຄັ້ງທີ 20 ໃນປີ 2026.