ປະທານປະເທດ ຕ້ອນຮັບປະທານລັດຖະສະພາ ແຫ່ງ ລາຊະອານາຈັກໄທ

11/08/2026

ປະທານປະເທດ ຕ້ອນຮັບປະທານລັດຖະສະພາ ແຫ່ງ ລາຊະອານາຈັກໄທ

          ໃນວັນທີ 11 ສິງຫາ 2026, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ໄດ້ຕາງໜ້າໃຫ້ ສະພາແຫ່ງຊາດ, ລັດຖະບານ, ຄອບຄົວ ພົມວິຫານ ແລະ ປະຊາຊົນລາວບັນດາເຜົ່າ ຕ້ອນຮັບ ທ່ານ ໂສພົນ ຊາຣຳ ປະທານລັດຖະສະພາ ແຫ່ງ ລາຊະອານາຈັກໄທ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາເຂົ້າຮ່ວມພິທີວາງພວງມາລາ ເພື່ອໄວ້ອາໄລໃຫ້ແກ່ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທີ່ ໄດ້ເຖິງແກ່ມໍລະນະກໍາໃນວັນທີ 8 ສິງຫາ 2026 ຜ່ານມາ.

          ໃນໂອກາດນີ້, ທ່ານ ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງ ທ່ານ ໂສພົນ ຊາຣຳ ແລະ ຜ່ານທ່ານ ໄປຍັງ ກົມສົມເດັດພະເທບ, ນາຍົກລັດຖະມົນຕີ ແລະ ບັນດາການນໍາຂັ້ນສູງ ແຫ່ງ ລາຊະອານາຈັກໄທ ທີ່ໄດ້ນຳສົ່ງພວງມາລາສະແດງຄວາມເສົ້າສະຫລົດໃຈ ເຖິງຄອບຄົວ ພົມວິຫານ ກໍຄື ປະຊາຊົນລາວບັນດາເຜົ່າ ຊຶ່ງເປັນການສະແດງອອກເຖິງນໍ້າໃຈ, ຄວາມສາມັກຄີຮັກແພງ ຖານປະເທດບ້ານໃກ້ເຮືອນຄຽງທີ່ດີ ແລະ ການເປັນຄູ່ຮ່ວມຍຸດທະສາດເພື່ອການຈະເລີນເຕີບໂຕ ທີ່ມີປະທານ ໄກສອນ ພົມວິຫານ ແລະ ພະບາດສົມເດັດພະເຈົ້າຢູ່ຫົວ ລາຊະການທີ 9 ໄດ້ວາງຮາກຖານໃຫ້ການພົວພັນ ລາວ-ໄທ ທີ່ດີໃນເມື່ອກ່ອນ ມາຈົນເຖິງປັດຈຸບັນ. ການຈາກໄປຂອງ ທ່ານ ໄຊສົມພອນ ພົມວິຫານ ເປັນການສູນເສຍອັນໃຫຍ່ຫຼວງຂອງພັກ, ລັດ ແລະ ປະຊາຊົນລາວ ທັງເປັນການສູນເສຍຄົນສຳຄັນທີ່ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ລະຫວ່າງ ສອງປະເທດ ລາວ-ໄທ ໃຫ້ຈະເລີນງອກງາມໃນປັດຈຸບັນ ໂດຍສະເພາະທ່ານໄດ້ມີສ່ວນສໍາຄັນໃນການຊຸກຍູ້ການຈັດຕັ້ງປະຕິບັດແຜນປະຕິບັດງານ ວ່າດ້ວຍການເປັນຄູ່ຮ່ວມຍຸດທະສາດເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ແຕ່ລະດ້ານໃຫ້ເປັນຮູບປະທໍາ ທັງມີບົດບາດສຳຄັນໃນການຊຸກຍູ້ "ການທູດລັດຖະສະພາ" ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສະພາແຫ່ງຊາດລາວ ແລະ ລັດຖະສະພາໄທ ໃຫ້ກ້າວເຂົ້າສູ່ລວງເລິກ, ຈະເລີນງອກງາມ ແລະ ຂະຫຍາຍຕົວມາເຖິງປັດຈຸບັນ.

          ພ້ອມດຽວກັນນີ້,  ທ່ານ ທອງລຸນ ສີສຸລິດ ຍັງໄດ້ຖືໂອກາດດັ່ງກ່າວ ຕີລາຄາສູງຕໍ່ການພົວພັນຮ່ວມມື  ລາວ-ໄທ ທີ່ໄດ້ມີການຜັນຂະຫຍາຍ ແລະ ເຕີບໃຫຍ່ຂະຫຍາຍຕົວ ຕະຫລອດໄລຍະຜ່ານມາ, ຊຶ່ງໃນປີ 2025 ຜ່ານມາ ສອງຝ່າຍ ໄດ້ຈັດກິດຈະກໍາຫຼາຍຢ່າງ ເພື່ອສະເຫຼີມສະຫຼອງຄົບຮອບ 75 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດຮ່ວມກັນ. ອັນພົ້ນເດັ່ນ ແມ່ນການເປີດຂົວມິດຕະພາບ ລາວ-ໄທ ແຫ່ງທີ 5, ການຢ້ຽມຢາມທາງລັດຖະກິດຂອງ ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແລະ ພະລາຊິນີ ຢູ່ ສປປ ລາວ, ການສະເດັດຢ້ຽມຢາມ ສປປ ລາວ ຂອງ ກົມສົມເດັດພະເທບ. ນອກຈາກນີ້, ຍັງມີການແລກປ່ຽນການຢ້ຽມຢາມຂອງຫົວໜ້າລັດຖະບານ, ລັດຖະມົນຕີຕ່າງປະເທດ ແລະ ການພົບປະຂອງການນຳຂັ້ນຕ່າງໆໃນໂອກາດທີ່ສໍາຄັນຕ່າງໆຂອງທັງສອງຝ່າຍ.

          ໃນຂະນະດຽວກັນ, ທ່ານປະທານລັດຖະສະພາ ໂສພົນ ຊາຣຳ ກໍໄດ້ຕາງໜ້າໃຫ້ລັດຖະສະພາ ແລະ ປະຊາຊົນ ແຫ່ງ ລາຊະອານາຈັກໄທ ສະແດງຄວາມເສົ້າສະຫລົດໃຈຢ່າງສຸດຊຶ້ງ ແລະ ຂໍແບ່ງເບົາຄວາມທຸກໂສກ ມາຍັງ ລັດຖະບານ ແລະ ປະຊາຊົນລາວ ໂດຍສະເພາະ ຄອບຄົວ ພົມວິຫານ ທີ່ໄດ້ສູນເສຍຜູ້ນໍາທີ່ເຄົາລົບຮັກ ໃນຄັ້ງນີ້, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ລັດຖະບານ ແລະ ປະຊາຊົນລາວ ກໍຄື ຄອບຄົວ ພົມວິຫານ ຈະຜ່ານຜ່າຄວາມທຸກໂສກອັນໃຫຍ່ຫຼວງໃນຄັ້ງນີ້ໂດຍໄວ ແລະ ສືບຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ໃຫ້ນັບມື້ຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ.

 

ຂໍ້ມູນຕິດຕໍ່ພົວພັນ
ຈຳນວນຜູ້ເຂົ້າຊົມເວັບໄຊ
ລາວ-ມຽນມາ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ
ປະທານປະເທດ ຕ້ອນຮັບຄະນະຄູຝຶກ ແລະ ນັກກິລາລາວ