11/08/2026
ໃນວັນທີ 11 ສິງຫາ 2026, ທີ່ທຳນຽບປະທານປະເທດ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ ກໍາມະການກົມການເມືອງສູນກາງພັກປະຊາຊົນກໍາປູເຈຍ, ປະທານສະພາແຫ່ງຊາດ ແຫ່ງ ລາຊະອານາຈັກກໍາປູເຈຍ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ, ລັດ ກໍາປູເຈຍ ໃນໂອກາດເດີນທາງມາວາງພວງມາລາ ແລະ ໄວ້ອາໄລ ເຖິງດວງວິນຍານຂອງ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 8 ສິງຫາ 2026 ທີ່ຜ່ານມາ.
ສະຫາຍ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ຄອບຄົວ ພົມວິຫານ ສະແດງຄວາມຂອບໃຈ ແລະ ຊາບຊຶ້ງຕໍ່ ສົມເດັດ ມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ ທີ່ໄດ້ນໍາພາ ຄະນະຜູ້ແທນຂັ້ນສູງພັກ, ລັດ ແລະ ປະຊາຊົນກໍາປູເຈຍ ອ້າຍນ້ອງ ທີ່ເດີນທາງມາຮ່ວມ ພິທີໄວ້ອາໄລເຖິງດວງວິນຍານຂອງ ທ່ານ ໄຊສົມພອນ ພົມວິຫານ ຊຶ່ງເປັນການບິແບ່ງຄວາມເສົ້າໂສກເສຍດາຍ ຂອງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ, ທັງເປັນການສະແດງໃຫ້ເຫັນເຖິງ ສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ດີງາມຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກໍາປູເຈຍ, ເປັນການໃຫ້ກຳລັງໃຈອັນໃຫຍ່ຫຼວງໃຫ້ແກ່ພັກ, ລັດ ແລະ ປະຊາຊົນລາວ, ທັງເປັນການປະກອບສ່ວນສໍາຄັນ ເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນທີ່ເປັນຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ແລະ ຍາວນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກໍາປູເຈຍ.
ສົມເດັດ ມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ ໄດ້ຕາງໜ້າຄະນະບໍລິຫານງານສູນກາງພັກປະຊາຊົນກໍາປູເຈຍ, ສະພາແຫ່ງຊາດ ແລະ ປະຊາຊົນກໍາປູເຈຍ ສະແດງຄວາມເສົ້າສະຫລົດໃຈ ແລະ ອາໄລອາວອນຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ, ພ້ອມທັງໄດ້ຕີລາຄາສູງຕໍ່ຜົນງານຂອງ ສະຫາຍ ໄຊສົມພອນ ພົມວິຫານ ທີ່ເປັນການນຳຫຼັກແຫຼ່ງຂອງພັກປະຊາຊົນປະຕິວັດລາວ, ເປັນຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ, ເປັນນັກຮົບປະຕິວັດທີ່ຈົງຮັກພັກດີ, ທີ່ຕະຫລອດຊີວິດໄດ້ເສຍສະລະສູ້ຊົນ ເພື່ອຄວາມຜາສຸກຂອງປະຊາຊົນລາວ ແລະ ປະກອບສ່ວນຢ່າງໃຫຍ່ຫຼວງ ໃນພາລະກິດປົກປັກຮັກສາ ແລະ ການພັດທະນາປະເທດ.
ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ ບໍ່ພຽງແຕ່ເປັນການສູນເສຍອັນໃຫຍ່ຫຼວງສຳລັບພັກ, ລັດ,ປະຊາຊົນລາວ ແລະ ຄອບຄົວຂອງສະຫາຍ, ແຕ່ຫາກຍັງ ເປັນການສູນເສຍເພື່ອນມິດທີ່ດີຂອງ ພັກ, ລັດ ແລະ ປະຊາຊົນກໍາປູເຈຍ ອີກດ້ວຍ. ພັກ, ລັດ ແລະ ປະຊາຊົນກໍາປູເຈຍ ຂໍແບ່ງເບົາຄວາມເສົ້າສະຫລົດໃຈອັນສຸດຊຶ້ງ ມາຍັງ ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ຄອບຄົວ ພົມວິຫານ ມານະໂອກາດນີ້ ແລະ ເຊື່ອໝັ້ນວ່າ ພັກ, ລັດ, ປະຊາຊົນລາວ ອ້າຍນ້ອງ ແລະ ຄອບຄົວພົມວິຫານ ຈະຜ່ານຜ່າຄວາມທຸກໂສກເສຍດາຍອັນໃຫຍ່ຫລວງນີ້ ແລະ ສືບຕໍ່ພາລະກິດປັກປັກຮັກສາ ແລະ ສ້າງສາປະເທດລາວ ໃຫ້ນັບມື້ພັດທະນາຈະເລີນຮຸ່ງເຮືອງ.

