ຫສປທ ໄດ້ຈັດພິທີປະກາດກົງຈັກການຈັດຕັ້ງ ແລະ ພິທີປະກາດອອກ - ຮັບອຸດໜູນບໍານານຂອງພະນັກງານ ພາຍໃນ ຫ້ອງວ່າການສໍານັກງານປະທານປະເທດ

26/08/2026

ຫສປທ ໄດ້ຈັດພິທີປະກາດກົງຈັກການຈັດຕັ້ງ ແລະ ພິທີປະກາດອອກ - ຮັບອຸດໜູນບໍານານຂອງພະນັກງານ ພາຍໃນ ຫ້ອງວ່າການສໍານັກງານປະທານປະເທດ

         ໃນຕອນເຊົ້າຂອງວັນທີ 26 ສິງຫາ 2026 ຫ້ອງວ່າການສໍານັກງານປະທານປະເທດ (ຫສປທ) ໄດ້ຈັດພິທີປະກາດກົງຈັກການຈັດຕັ້ງ ແລະ ພິທີປະກາດອອກ - ຮັບອຸດໜູນບໍານານຂອງພະນັກງານ ທີ່ຫ້ອງວ່າການສໍານັກງານປະທານປະເທດ, ໂດຍການເປັນປະທານຂອງ ທ່ານ ນາງ ຟອງສະໝຸດ ອັ່ນລາວັນ, ເລຂາຄະນະບໍລິຫານງານ ຫົວໜ້າ ຫ້ອງວ່າການສໍານັກງານປະທານປະເທດມີບັນດາຄະນະພັກ-ຄະນະນໍາ, ແຂກຖືກເຊີນ ພ້ອມດ້ວຍພະນັກງານ - ລັດຖະກອນ ຫສປທ ເຂົ້າຮ່ວມຢ່າງພ້ອມພຽງ.

         ໃນວາລະ ກອງປະຊຸມ ທ່ານ ນາງ ຟອງສະໝຸດ ອັ່ນລາວັນ ປະທານກອງປະຊຸມ ໄດ້ຜ່ານແຈ້ງການຂອງ ຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 1467/ຄຈສພ, ລົງວັນທີ 7 ສິງຫາ 2026 ເຫັນດີ ໃຫ້ ຫສປທ ປັບປຸງໂຄງປະກອບກົງຈັກການຈັດຕັ້ງຂອງຕົນປະກອບມີ 5 ກົມ ຄື: ກົມບໍລິຫານ ແລະ ການເງິນ, ກົມຈັດຕັ້ງ, ກົມກວກາ, ກົມພິທີການ ແລະ ພົວພັນພາຍນອກ, ກົມນິຕິກໍາ ແລະ ຄົ້ນຄວ້າສັງລວມ. ໃຫ້ປັບປຸງລັດຖະດໍາລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງ ຫສປທ ພ້ອມທັງ ປັບປຸງ ຂໍ້ຕົກລົງ ວ່າດ້ວຍການເຄື່ອນໄຫວ ຂອງບັນດາກົມ ທີ່ຂຶ້ນກັບ ຫສປທ ຄືນໃໝ່.

          ທ່ານ ນັນທະພົນ ລີວັດທະນາ, ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຕາງໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານ ດໍາລັດ ເລກທີ 268/ນຍ, ລົງວັນທີ 13 ສິງຫາ 2026 ວ່າດ້ວຍ ການອະນຸມັດໃຫ້ພະນັກງານ ອອກພັກການ - ຮັບອຸດໜູນບໍານານ ແລະ ມະຕິຕົກລົງ ເລກທີ 176/ຄລສພ, ລົງວັນທີ 13 ສິງຫາ 2026 ວ່າດ້ວຍການອະນຸມັດໃຫ້ພະນັກງານ ອອກພັກການ - ຮັບອຸດໜູນບໍານານ ຄະນະເລຂາທິການສູນກາງພັກ ຕົກລົງໃຫ້ ສະຫາຍ ຄໍາຕາ ລາດຊະວົງ ກໍາມະການຄະນະບໍລິຫານງານພັກ ຫົວໜ້າກົມຈັດຕັ້ງ ແລະ ກວດກາ ຫ້ອງວ່າການສໍານັກງານປະທານປະເທດ ອອກຮັບອຸດໜູນບໍານານ.

          ໃນວາລະດຽວກັນ, ທ່ານ ຮອງຫົວໜ້າ ຫ້ອງວ່າການສໍານັກງານປະທານປະເທດ, ໄດ້ຜ່ານຂໍ້ຕົກລົງ ເລກທີ 521/ຫສປທ.ຈກ, ລົງວັນທີ 25 ສິງຫາ 2026 ວ່າດ້ວຍການແຕ່ງຕັ້ງຮັກສາການແທນຫົວໜ້າກົມຈັດຕັ້ງ, ແຕ່ງຕັ້ງ ທ່ານ ນາງ ຄູນມະລີ ສິງຫາຄໍາ, ຮອງເລຂາໜ່ວຍພັກ, ຮອງຫົວໜ້າກົມຈັດຕັ້ງ ແລະ ກວດກາ ຫ້ອງວ່າການສໍານັກງານປະທານປະເທດ ເປັນຜູ້ຮັກສາການຫົວໜ້າກົມຈັດຕັ້ງ.

          ພາຍຫຼັງ ປະກາດກົງຈັກການຈັດຕັ້ງ ສໍາເລັດແລ້ວ ທ່ານ ນາງ ຟອງສະໝຸດ ອັ່ນລາວັນ ຫົວໜ້າ ຫ້ອງວ່າການສໍານັກງານປະທານປະເທດໄດ້ມີຄໍາເຫັນໂອ້ລົມ ແລະ ທ່ານ ຄໍາຕາ ລາດຊະວົງ ກໍໄດ້ກ່າວຮັບຄໍາໂອ້ລົມ ພ້ອມສະຫຼຸບຫຍໍ້ການຈັດຕັ້ງປະຕິບັດວຽກງານຂອງຕົນໃນໄລຍະຜ່ານມາ.

 

 

ຂໍ້ມູນຕິດຕໍ່ພົວພັນ
ຈຳນວນຜູ້ເຂົ້າຊົມເວັບໄຊ
ຫ້ອງວ່າການສໍານັກງານປະທານປະເທດ ໄດ້ຈັດພິທີປະກາດກົງຈັກການຈັດຕັ້ງ ແລະ ພິທີປະກາດອອກ - ຮັບອຸດໜູນບໍານານຂອງພະນັກງານ ພາຍໃນ ຫ້ອງວ່າການສໍານັກງານປະທານປະເທດ