ຮອງປະທານປະເທດ ຕ້ອນຮັບທູດອັງກິດ ເຂົ້າຢ້ຽມຂໍ່ານັບອຳລາ

28/07/2026

ຮອງປະທານປະເທດ ຕ້ອນຮັບທູດອັງກິດ ເຂົ້າຢ້ຽມຂໍ່ານັບອຳລາ

          ໃນວັນທີ 28 ກໍລະກົດ 2026, ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ນາງ ເມລານີ ລຸຍສ໌ ບາໂລ ເອກອັກຄະຣາຊະທູດ ແຫ່ງສະຫະຣາຊະອານາຈັກອັງກິດ ປະຈຳ ສປປ ລາວ ໃນໂອກາດ ສຳເລັດການປະຕິບັດພາລະກິດ ການທູດ ຢູ່ ສປປ ລາວ.

           ໂອກາດດັ່ງກ່າວ, ທ່ານ ນາງ ວຽງທອງ ສີພັນດອນ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສຳເລັດໃນການປະຕິບັດພາລະກິດການທູດຂອງ ທ່ານ ນາງ ເມລານີ ລຸຍສ໌ ບາໂລ ຊຶ່ງໄດ້ປະກອບ ສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນການທູດ ກໍຄື ສົ່ງເສີມການຮ່ວມມືທາງດ້ານຕ່າງໆລະຫວ່າງ ລັດຖະບານ ກໍຄື ປະຊາຊົນ ຂອງສອງປະເທດ ລາວ-ອັງກິດ ໃຫ້ໄດ້ຮັບການພັດທະນາ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ ໂດຍສະເພາະດ້ານການສຶກສາ, ສາທາລະນະສຸກ, ການເກັບກູ້ລະເບີດ ແລະ ອື່ນໆ. ພ້ອມນີ້, ທ່ານ ນາງ ວຽງທອງ ສີພັນດອນ ຍັງໄດ້ອວຍພອນໃຫ້ທ່ານທູດ ຈົ່ງກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສຳເລັດໃນການປະຕິບັດໜ້າທີ່ໃໝ່ ອັນມີກຽດຂອງທ່ານ.

           ທ່ານ ນາງ ເມລານີ ລຸຍສ໌ ບາໂລ ກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານ ນາງ ວຽງທອງ ສີພັນດອນ  ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ໃນຄັ້ງນີ້, ພ້ອມທັງສະແດງຄວາມຂອບໃຈຕໍ່ລັດຖະບານ ກໍຄື ບັນດາການນຳພັກ, ລັດຂອງ ສປປ ລາວ, ຕະຫລອດຮອດປະຊາຊົນລາວບັນດາເຜົ່າ ທີ່ໄດ້ໃຫ້ການຊ່ວຍເຫລືອ, ສະໜັບສະໜູນ ແລະ ອຳນວຍຄວາມສະດວກທຸກຢ່າງ ຕະຫລອດໄລຍະການປະຕິບັດພາລະກິດການທູດຂອງຕົນ ຈົນໄດ້ຮັບຜົນສຳເລັດຢ່າງຈົບງາມ.

           ສປປ ລາວ ແລະ ສະຫະຣາຊະອານາຈັກອັງກິດ ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ມາໄດ້ 71 ປີ (ວັນທີ 5 ກັນຍາ 1955).

 

ຂໍ້ມູນຕິດຕໍ່ພົວພັນ
ຈຳນວນຜູ້ເຂົ້າຊົມເວັບໄຊ
ລາວ-ມຽນມາ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ
ປະທານປະເທດ ຕ້ອນຮັບຄະນະຄູຝຶກ ແລະ ນັກກິລາລາວ