16/07/2026
ໃນວັນທີ 16 ກໍລະກົດ 2026 ຫ້ອງວ່າການສຳນັກງານປະທານປະເທດ (ຫສປທ) ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ແລະ ກົດລະບຽບຂອງພັກປະຊາຊົນ ປະຕິວັດລາວ ສະໄໝທີ XII ໂດຍການເປັນປະທານ ແລະ ເຜີຍແຜ່ເອກະສານ ຂອງ ສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ, ມີເລຂາ, ຮອງເລຂາຄະນະພັກ, ຫົວໜ້າຫ້ອງວ່າການ, ຮອງຫົວໜ້າຫ້ອງວ່າການ, ບັນດາຫົວໜ້າກົມ, ຮອງກົມ, ສະມາຊິກພັກ ແລະ ພະນັກງານເຂົ້າຮ່ວມຮັບຟັງ.
ສະຫາຍ ນາງ ວຽງທອງ ສີພັນດອນ ໄດ້ເຜີຍແຜ່ມະຕິກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ແລະ ກົດລະບຽບຂອງພັກປະຊາຊົນ ປະຕິວັດລາວ ສະໄໝທີ XII ຊຶ່ງໄດ້ຍົກໃຫ້ເຫັນວ່າ: ກອງປະຊຸມໄດ້ສຸມໃສ່ຕີລາຄາສະພາບການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ, ໂດຍປຶກສາຫາລື ແລະ ໃຫ້ທິດຊີ້ນຳວຽກງານສຳຄັນຈຳນວນໜຶ່ງດັ່ງນີ້: ຕີລາຄາຕໍ່ການນຳພາ-ຊີ້ນຳ ຂອງກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026, ຕີລາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026, ກ່ຽວກັບວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ, ຮ່າງມະຕິ ວ່າດ້ວຍການເພີ່ມທະວີປ້ອງກັນ, ສະກັດກັ້ນ, ຕ້ານ ແລະ ແກ້ໄຂພະຍາດອາດຍາສິດ, ການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ ແລະ ການຟຸມເຟືອຍໃນກົງຈັກການຈັດຕັ້ງ ແລະ ໃນສັງຄົມ.
ໃນຕ້ອນທ້າຍ, ສະຫາຍ ນາງ ວຽງທອງ ສີພັນດອນ ຍັງໄດ້ໃຫ້ກຽດໂອ້ລົມໂດຍໄດ້ເນັ້ນໃຫ້ຄະນະພັກ, ຄະນະນໍາ ຫສປທ ພ້ອມດ້ວຍສະມາຊິກພັກຈົ່ງມີຫຼັກໝັ້ນຄຸນທາດການເມືອງໜັກແໜ້ນອຸ່ນອ່ຽນ-ທຸ່ນທ່ຽງ, ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ເອົາໃຈໃສ່ປະຕິບັດໜ້າທີ່ຄວາມຮັບຜິດຊອບໃຫ້ມີຜົນສຳເລັດ, ສໍາຄັນທີ່ສຸດຕ້ອງມີຄວາມສາມັກຄີເປັນປຶກແຜ່ນ, ຍົກສູງໜ້າທີ່ເປັນເສນາທິການຂອງ ຫສປທ ໃຫ້ທະລຸແຕ່ລະໜ້າວຽກ, ປູພື້ນຖານການຈັດຕັ້ງສໍາເລັດແລ້ວຄະນະພັກແຕ່ລະໜ່ວຍ ກໍຄືສະມາຊິກພັກທຸກສະຫາຍ ແລະ 3 ອົງການຈັດຕັ້ງມະຫາຊົນ ຕ້ອງໄດ້ພ້ອມກັນເປັນເຈົ້າການຊ່ວຍຄະນະພັກ, ຄະນະນໍາ ຫສປທ ປະຕິບັດໜ້າທີ່ການເມືອງ ໃຫ້ສຸມຕະລຸມບອນໃສ່ການກະກຽມກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ຂອງອົງຄະນະພັກ ຫສປທ ໃຫ້ສໍາເລັດຜົນໂດຍໄວ, ມອບໃຫ້ຄະນະພັກ-ຄະນະນໍາ ຫສປທ ນໍາເອົາເນື້ອໃນເອກະສານ ໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ຢູ່ພາຍໃນ ຫສປທ ກໍຄືບັນດາກົມໃຫ້ໄດ້ຮັບຜົນດີ.
ໃນໂອກາດດັ່ງກ່າວ ຍັງໄດ້ມີພິທີ ມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ໃຫ້ແກ່ 4 ໜ່ວຍພັກທີ່ຂຶ້ນກັບ ຫສປທ ແລະ ວາງທິດທາງແຜນການ ປີ 2026 ຕື່ມອີກ.

