15/07/2026
ໃນຕອນເຊົ້າວັນທີ 15 ກໍລະກົດ 2026 ທ່ານ ນາງ ຟອງສະໝຸດ ອັ່ນລາວັນ ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ພ້ອມດ້ວຍຄະນະກົມ, ພະນັກງານ-ລັດຖະກອນ ໄດ້ເຂົ້າວາງກະຕ່າດອກໄມ້ ແລະ ທ່ຽວຊົມ ອະນຸສອນສະຖານ ປະທານ ສຸພານຸວົງ ເນື່ອງໃນໂອກາດສະເຫຼີມສະຫຼອງວັນເກີດຂອງປະທານ ສຸພານຸວົງ ຄົບຮອບ 117 ປີ (13 ກໍລະກົດ 1909-13 ກໍລະກົດ 2026) ເພື່ອລະນຶກເຖິງຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງ ທີ່ປະທານ ສຸພານຸວົງ ໄດ້ອຸທິດຕະຫຼອດຊີວິດ ເພື່ອພາລະກິດປົດປ່ອຍຊາດ, ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ໃນໂອກາດດັ່ງກ່າວ, ທ່ານ ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ພ້ອມດ້ວຍຄະນະ ໄດ້ຮັບຟັງການບັນລະຍາຍ ແລະ ອະທິບາຍກ່ຽວກັບເນື້ອໃນ ແລະ ຮູບພາບວາງສະແດງ ຊື່ງໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ, ຕົ້ນກໍາເນີດ, ຜົນງານການເຄື່ອນໄຫວວຽກງານແຕ່ລະໄລຍະ ຂອງປະທານ ສຸພານຸວົງ, ໂດຍສະເພາະຜົນງານການເຄື່ອນໄຫວໃນພາລະກິດປົດປ່ອຍຊາດ, ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນຕະຫຼອດໄລຍະທີ່ຜ່ານມາ.
ໃນຕອນທ້າຍຂອງການຢ້ຽມຊົມ ອະນຸສອນສະຖານ ປະທານ ສຸພານຸວົງ, ທ່ານ ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ໄດ້ຂຽນຄໍາເຫັນ ແລະ ສະແດງຄວາມຮູ້ສຶກຂອງຕົນໃສ່ປຶກບັນທຶກຂອງ ອະນຸສອນສະຖານດັ່ງກ່າວ.

