ປະທານປະເທດ ຕ້ອນຮັບຄະນະຄູຝຶກ ແລະ ນັກກິລາລາວ

10/07/2026

ປະທານປະເທດ ຕ້ອນຮັບຄະນະຄູຝຶກ ແລະ ນັກກິລາລາວ

          ໃນວັນທີ 10 ກໍລະກົດ 2026 ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຄູຝຶກ ແລະ ບັນດານັກກິລາລາວ ທີ່ມີຜົນງານອັນໂດດເດັ່ນ ໃນການເຂົ້າຮ່ວມການແຂ່ງຂັນລະດັບພາກພື້ນ ແລະ ສາກົນ ນຳພາຄະນະໂດຍ ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ.

          ໂອກາດນີ້, ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ກ່າວວ່າ: ກະຊວງສຶກສາທິການ ແລະ ກິລາ ຮູ້ສຶກເປັນກຽດ ແລະ ພາກພູມໃຈ ທີ່ໄດ້ມີໂອກາດນໍາພາຄະນະຄູຝຶກ ແລະ ບັນດານັກກິລາລາວ ທີ່ມີຜົນງານອັນໂດດເດັ່ນ ໃນການເຂົ້າຮ່ວມການແຂ່ງຂັນລະດັບພາກພື້ນ ແລະ ສາກົນ ເພື່ອມາເຂົ້າຢ້ຽມຂໍ່ານັບ ແລະ ລາຍງານຜົນສໍາເລັດຕໍ່ ທ່ານປະທານປະເທດ. ໃນປີ 2026 ນັກກິລາລາວປະເພດຕ່າງໆ ໄດ້ເຂົ້າຮ່ວມແຂ່ງຂັນໃນລາຍການຕ່າງໆ ທີ່ສາກົນໄດ້ຈັດຂຶ້ນຢ່າງເປັນປົກກະຕິ ອັນພົ້ນເດັ່ນແມ່ນກິລາບານເຕະເຍົາວະຊົນ, ກິລາກະຕໍ້, ກິລາບານບ້ວງ ໄດ້ສ້າງຜົນງານໃນການເຂົ້າຮ່ວມແຂ່ງຂັນລາຍການຕ່າງໆ ສ້າງກຽດຊື່ສຽງໃຫ້ແກ່ປະເທດຊາດ ໂດຍສະເພາະນັກກິລາບານເຕະ ສະໂມສອນ W.I.G NAGA ຮຸ່ນອາຍຸ 13 ປີ (U-13) ສາມາດປ້ອງກັນແຊ້ມ ໃນການແຂ່ງຂັນລາຍການບານເຕະ Iber Cup 2026 ທີ່ປະເທດ ປອກຕຸຍການ ເປັນສະໄໝທີສອງຕິດຕໍ່ກັນ ໂດຍເອົາຊະນະທີມສະໂມສອນຈາກປະເທດເຈົ້າພາບ. ພ້ອມກັນນີ້, ນັກກິລາບານເຕະ ສະໂມສອນ ເບສະຫວັນ ຮຸ່ນອາຍຸ 10 ປີ (U10) ກໍໄດ້ຄວ້າແຊ້ມໃນການແຂ່ງຂັນລາຍການບານເຕະ VIETNAM INTERNATIONAL ACF FOOTBALL TOURNAMENT ທີ່ ສສ  ຫວຽດນາມ; ນັກກິລາກະຕໍ້ ສາມາດຍາດໄດ້ 4 ຫລຽນຄໍາ, 1 ຫລຽນເງິນ ແລະ 1 ຫລຽນທອງ ໃນລາຍການ 2026 China Separtakraw Open and China Separtakraw Open of  Lanxang-Mekong Cooperation ທີ່ ສປ ຈີນ; ນັກກິລາບານບ້ວງຍິງ ຮຸ່ນອາຍຸ 14 ປີ ສາມາດຍາດໄດ້ 2 ຫລຽນຄໍາ, 2 ຫລຽນເງິນ ແລະ 1 ຫລຽນທອງ ໃນການແຂ່ງຂັນບານບ້ວງ ຊີງຂັນລາຍການ TOA 3x3 Basketball Oudon Thailand ທີ່ປະເທດໄທ. ຜົນສຳເລັດ ແລະ ໄຊຊະນະຄັ້ງນີ້, ຍ້ອນຄວາມເສຍສະລະທາງດ້ານເຫື່ອແຮງ, ສະຕິປັນຍາ, ຄວາມມານະອົດທົນໃນການຝຶກຊ້ອມ ຂອງຄະນະນຳ, ຄູຝຶກ ແລະ ນັກກິລາ ທີ່ລວມເປັນຈິດໜຶ່ງໃຈດຽວກັນຂອງນັກກິລາທຸກໆຄົນ. 

          ໃນໂອກາດດຽວກັນ, ທ່ານ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມຊົມເຊີຍ ຕໍ່ບັນດານັກກິລາລາວ ທີ່ສາມາດສ້າງຜົນງານອັນໂດດເດັ່ນ ໂດຍຍາດໄດ້ໄຊຊະນະ ແລະ ຫລຽນລາງວັນ ຈາກການເຂົ້າຮ່ວມການແຂ່ງຂັນກິລາໃນລະດັບພາກພື້ນ ແລະ ສາກົນ ຊຶ່ງຜົນສຳເລັດດັ່ງກ່າວ, ບໍ່ພຽງແຕ່ສ້າງຄວາມພາກພູມໃຈ ໃຫ້ແກ່ປະຊາຊົນລາວທັງປະເທດເທົ່ານັ້ນ ແຕ່ຍັງເປັນການສ້າງຊື່ສຽງໃຫ້ແກ່ປະເທດຊາດ ເຮັດໃຫ້ປະເທດລາວເປັນທີ່ຮູ້ຈັກ ແລະ ໄດ້ຮັບການຍອມຮັບຈາກນານາປະເທດຫລາຍຂຶ້ນ. ພ້ອມກັນນັ້ນ ທຸງຊາດລາວໄດ້ຖືກຊັກຂຶ້ນ ແລະ ສະບັດໂບກສະບັດຢູ່ໃນເວທີການແຂ່ງຂັນສາກົນ ສະທ້ອນເຖິງຄວາມສາມາດ ແລະ ສັກຍະພາບຂອງນັກກິລາລາວ.

         ພ້ອມນີ້, ທ່ານປະທານປະເທດ ຍັງໄດ້ເນັ້ນໃຫ້ບັນດານັກກິລາ ສືບຕໍ່ພາກພຽນຝຶກຝົນ, ພັດທະນາຄວາມຮູ້ຄວາມສາມາດ ແລະ ຍົກລະດັບທັກສະຂອງຕົນເອງຢ່າງຕໍ່ເນື່ອງ ເພື່ອຍາດໄດ້ໄຊຊະນະໃນການແຂ່ງຂັນຄັ້ງຕໍ່ໄປ ແລະ ສືບຕໍ່ນຳຄວາມສຳເລັດມາສ້າງຊື່ສຽງໃຫ້ແກ່ປະເທດຊາດ ແລະ ປະຊາຊົນລາວ.

         ໃນໂອກາດດຽວກັນນັ້ນ, ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນ, ລັດຖະມົນຕີກະຊວງສຶກສາ ແລະ ກິລາ ໃນນາມຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ກໍໄດ້ປະດັບຫລຽນໄຊພັດທະນາ ຊັ້ນ I ໃຫ້ແກ່ປະທານສະໂມສອນກິລາບານເຕະ W.I.G NAGA ແລະ ປະທານສະໂມສອນ ເບສະຫວັນ ແລະ ປະດັບຫລຽນໄຊພັດທະນາ ຊັ້ນ III ໃຫ້ແກ່ບັນດາ ຄູຝຶກ ອີກຈຳນວນ 15 ທ່ານ ທີ່ມີຜົນງານດີເດັ່ນ ໃນການນຳພາບັນດານັກກິລາເຍົາວະຊົນ ເຂົ້າຮ່ວມແຂ່ງຂັນລະດັບໂລກ ແລະ ພາກພື້ນ.

 

ຂໍ້ມູນຕິດຕໍ່ພົວພັນ
ຈຳນວນຜູ້ເຂົ້າຊົມເວັບໄຊ
ລາວ-ມຽນມາ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ
ປະທານປະເທດ ຕ້ອນຮັບຄະນະຄູຝຶກ ແລະ ນັກກິລາລາວ