09/07/2026
ໃນວັນທີ 9 ກໍລະກົດ 2026 ທີ່ທໍານຽບປະທານປະເທດ, ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາ ຂອງທ່ານ ອີດີ ອີວານ ບິນ ມາມຸດ (Mr. Edi Irwan Bin Mahmu) ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ມາເລເຊຍ ປະຈຳ ສປປ ລາວ ຊຶ່ງທ່ານໄດ້ສຳເລັດການປະຕິບັດໜ້າທີ່ເປັນເອກອັກຄະລັດຖະທູດ ມາເລເຊຍ ປະຈຳ ສປປ ລາວ.
ໃນໂອກາດນີ້, ທ່ານຮອງປະທານປະເທດ ໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍ ແລະ ຕີລາຄາສູງຕໍ່ ທ່ານເອກອັກຄະລັດຖະທູດ ທີ່ໄດ້ທຸ້ມເທເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການເຄື່ອນໄຫວວຽກງານການທູດ ຕະຫຼອດໄລຍະການປະຕິບັດພາລະກິດ ແລະ ດຳລົງຕຳແໜ່ງການເປັນທູດຢູ່ ສປປ ລາວ ຊຶ່ງໄດ້ເປັນຂົວຕໍ່ອັນສຳຄັນໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງລັດຖະບານລາວ-ມາເລເຊຍ ກໍຄື ປະຊາຊົນສອງຊາດ ລາວ-ມາເລເຊຍ ໃຫ້ໄດ້ຮັບການພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ.
ໂອກາດດັ່ງກ່າວ, ທ່ານທູດມາເລເຊຍ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ທ່ານຮອງປະທານປະເທດ, ກໍຄືລັດຖະບານລາວ ທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນ ແລະ ອຳນວຍຄວາມສະດວກໃຫ້ແກ່ຕົນເອງໃນການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ຈົນສຳເລັດຜົນຢ່າງຈົບງາມ. ພ້ອມທັງຢືນຢັນວ່າ ເຖິງແມ່ນຈະໄປຮັບໜ້າທີ່ໃໝ່, ແຕ່ກໍຍັງຈະສືບຕໍ່ສະໜັບສະໜູນ ແລະ ສົ່ງເສີມສາຍພົວພັນມິດຕະພາບ ລະຫວ່າງ ສອງປະເທດ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນໄປ.

ຈາກນັ້ນ, ທ່ານ ຮອງປະທານປະເທດ ກໍໄດ້ກ່າວຂອບໃຈຕໍ່ກັບສາຍພົວພັນຮ່ວມມືລາວ-ມາເລເຊຍ ມີການຮ່ວມມືຫຼາຍດ້ານ: ດ້ານການເມືອງ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຄ້າ-ການລົງທຶນ, ດ້ານການເງິນ-ທະນາຄານ, ຄົມມະນາຄົມ ແລະ ຂົນສົ່ງ, ດ້ານການທ່ອງທ່ຽວ, ດ້ານພະລັງງານ ແລະ ການຊ່ວຍເຫຼືອອື່ນໆ.
ໂຕເລກການຄ້າ ແລະ ການລົງທຶນ ໃນປີ 2025 ການຄ້າສອງຝ່າຍ ບັນລຸໄດ້ 27 ລ້ານໂດລາ, ມູນຄ່າການສົ່ງອອກຂອງລາວ: ບັນລຸໄດ້ 10 ລ້ານໂດລາ ລວມມີ: ແຮ່ທາດ, ທອງແດງ, ຜະລິດຕະພັນໄມ້, ເຄື່ອງກະສິກຳ, ເຄື່ອງຕັດຫຍິບ ແລະ ອື່ນໆ. ມູນຄ່ານໍາເຂົ້າຈາກມາເລເຊຍ: ມູນຄ່າ 17 ລ້ານໂດລາ, ລວມມີເຄື່ອງປຸງແຕ່ງຈາກທັນຍາພືດ, ສັດລ້ຽງ, ພາຫະນະ ແລະ ອາໄຫຼ່ລົດ, ອຸປະກອນກົນຈັກ, ຢາງພາລາ, ຝ້າຍ, ຢາປົວພະຍາດ, ອຸປະກອນການແພດ, ເຄື່ອງໃຊ້ໄຟຟ້າ ແລະ ອື່ນໆ.
ການລົງທຶນຂອງມາເລເຊຍ ຢູ່ ສປປ ລາວ ໃນປັດຈຸບັນ ມີ ມູນຄ່າປະມານ 924 ລ້ານໂດລາ(ສະຖິຕິປີ 2025), ກວມເອົາ 46 ໂຄງການ, ໃນຂະແໜງພະລັງງານໄຟຟ້າ, ອຸດສາຫະກໍາໄມ້, ໂຮງແຮມ, ຮ້ານອາຫານ, ທະນາຄານ, ກະສິກໍາ, ອຸດສາຫະກຳ, ຫັດຖະກໍາ, ການບໍລິການ ແລະ ຕັດຫຍິບ ເຮັດໃຫ້ມາເລເຊຍເປັນປະເທດທີ່ລົງທຶນຕ່າງປະເທດລາຍໃຫຍ່ ອັນດັບ 4 ຂອງການລົງທຶນຕ່າງປະເທດ ຢູ່ ສປປ ລາວ. ອີງໃສ່ຂໍ້ມູນຜ່ານມາ, ໂຄງການລົງທຶນຂອງ ມາເລເຊຍ ຢູ່ລາວ ທີ່ພົ້ນເດັ່ນ ມີ 4 ໂຄງການຄື: ໂຄງການສ້າງທາງລົດໄຟ ສະຫວັນ-ລາວບາວ ໂດຍບໍລິສັດ Giant Consolidated Limited, ໂຄງການພັດທະນາ ເຂດນິຄົມອຸດສາຫະກຳ ແລະ ການຄ້າ Savan Park ຢູ່ເຂດເສດຖະກິດພິເສດ ສະຫວັນ-ເຊໂນ, ໂຄງການສ້າງເຂື່ອນໄຟຟ້າດອນສະໂຮງ ໂດຍບໍລິສັດ Mega First Corporation Berhad Consortium, ໂຄງການປູກຜັກປອດສານພິດ AGRO VEGE FARM PAKSONG ແລະ ໂຄງການອື່ນໆ. ສອງປະເທດ ລາວ-ມາເລເຊຍ ໄດ້ສ້າງຕັ້ງສາຍພົວພັນທາງການທູດນໍາກັນ ໃນວັນທີ 1 ກໍລະກົດ 1966 (ປີ 2026 ຄົບຮອບ 60 ປີ).
ໃນຕອນທ້າຍ, ທ່ານຮອງປະທານປະເທດ, ໄດ້ອວຍໄຊໃຫ້ພອນ ທ່ານເອກອັກຄະລັດຖະທູດ ມາເລເຊຍ ຈົ່ງມີສຸຂະພະລານາໄມທີ່ສົມບູນ, ມີຄວາມສຸກ ແລະ ປະສົບຜົນສຳເລັດອັນຍິ່ງໃຫຍ່ກວ່າເກົ່າ ໃນການຮັບໜ້າທີ່ໃໝ່ທີ່ມີກຽດຂອງທ່ານ ແລະ ຈົ່ງເດີນທາງກັບປະເທດ ດ້ວຍຄວາມສະຫວັດດີພາບ.


