ຄະນະຜູ້ແທນຂອງ ຫ້ອງວ່າການສໍານັກງານປະທານປະເທດ ສປປ ລາວ ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ ຫ້ອງວ່າການສໍານັກງານປະທານປະເທດ ສສ ຫວຽດນາມ

18/06/2026

ຄະນະຜູ້ແທນຂອງ ຫ້ອງວ່າການສໍານັກງານປະທານປະເທດ ສປປ ລາວ  ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ ຫ້ອງວ່າການສໍານັກງານປະທານປະເທດ ສສ ຫວຽດນາມ

            ໃນວັນທີ 18-21 ມິຖຸນາ 2026 ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ຫງວຽນ ຮວ່າງ ແອງ, ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ແຫ່ງ ສາທາລະນະລັດສັງຄົມນິຍົມ ຫວຽດນາມ ເພື່ອເຊື້ອເຊີນ ສະຫາຍ ອິນທະປັນຍາ ຂຽວວົງພະຈັນ ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

           ຈຸດປະສົງການຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນການຮ່ວມມືອັນດີງາມ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ເວົ້າລວມ, ເວົ້າສະເພາະ ສອງຫ້ອງວ່າການສໍານັກງານປະທານປະເທດພວກເຮົາ ເພື່ອຍົກສູງລະດັບວິຊາການ, ວິຊາສະເພາະ ແລະ ແລກປ່ຽນບົດຮຽນຕົວຈິງ ໃນການເປັນເສນາທິການໃຫ້ແກ່ ປະມຸກລັດຂອງສອງປະເທດ ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ມີຄວາມທັນສະໄໝຍິ່ງຂຶ້ນ. ພ້ອມກັນນັ້ນ, ຍັງເປັນໂອກາດສຳຄັນໃນການທົບທວນຄືນການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືໄລຍະ 2021-2025 ແລະ ຮ່ວມກັນຄົ້ນຄວ້າຮ່າງບົດບັນທຶກຄວາມເຂົ້າໃຈສະບັບໃໝ່ ເພື່ອກໍານົດການຮ່ວມມືກັນໃນຕໍ່ໜ້າໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ສອດຄ່ອງກັບສະພາບຕົວຈິງໃນປັດຈຸບັນ. ສອງຝ່າຍໄດ້ພົບປະກັນດ້ວຍບັນຍາ ກາດທີ່ອົບອຸ່ນບົນພື້ນຖານສະຫາຍອ້າຍນ້ອງ ທັງເປັນການປະກອບສ່ວນເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບ ທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດຂອງ ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ.

           ໃນໂອກາດດັ່ງກ່າວ ຄະນະຜູ້ແທນຫ້ອງວ່າການສໍານັກງານປະທານປະເທດ ແຫ່ງ ສປປ ລາວ ຍັງໄດ້ມີໂອກາດເຂົ້າຢ້ຽມຂໍ່ານັບ ສະຫາຍ ເລ ແຄ້ງ ຫາຍ, ກໍາມະການສູນກາງພັກ, ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ       ສສ ຫວຽດນາມ ຢູ່ທີ່ສໍານັກງານເຮັດວຽກຫຼັງໃໝ່ ແລະ ຍັງເປັນຄະນະຜູ້ແທນຕ່າງປະເທດຄະນະທໍາອິດ ທີ່ໄດ້ໄປຢ້ຽມຢາມ. ສະຫາຍ ເລ ແຄ້ງ ຫາຍ ຍັງໄດ້ຝາກຄໍາຢືຢາມຖາມຂ່າວ ແລະ ຄໍາອວຍພອນອັນອົບອຸ່ນມາຍັງ ສະຫາຍ    ນາງ ຟອງສະໝຸດ ອັ່ນລາວັນ ຫົວໜ້າຫ້ອງວ່າການສໍານັກງານປະທານເທດ ແຫ່ງ ສປປ ລາວ ມານະໂອກາດນີ້ ພ້ອມທັງ ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນຫ້ອງວ່າການສໍານັກງານປະທານປະເທດ ແຫ່ງ ສປປ ລາວ ໃນຄັ້ງນີ້ ຊຶ່ງຖືເປັນການປະກອບສ່ວນໃນການພົວພັນຮ່ວມມືແບບພິເສດ ລະຫວ່າງ ສອງຫ້ອງວ່າການສໍານັກງານປະທານປະເທດ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ, ສະເໜີສອງຝ່າຍສືບຕໍ່ເພີ່ມທະວີການການພົວພັນຮ່ວມມືກັນຢ່າງໃກ້ຊິດ, ມີການພົບປະແລກປ່ຽນການຢ້ຽມຢາມ ເພື່ອຖອດຖອນບົດຮຽນດ້ານຕ່າງໆ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ໃຫ້ການສະໜັບສະໜູນຊ່ວຍເຫຼືອຊຶ່ງກັນ ແລະ ກັນ ເພື່ອສືບຕໍ່ຮັກສາມູນເຊື້ອການພົວພັນຮ່ວມມືຂອງສອງຫ້ອງວ່າການສໍານັກງານປະທານປະເທດ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

          ນອກຈາກນີ້, ຄະນະຜູ້ແທນຫ້ອງວ່າການສໍານັກງານປະທານປະເທດ ແຫ່ງ ສປປ ລາວ ຍັງໄດ້ເດີນທາງໄປຢ້ຽມຢາມ ແລະ ທ່ຽວຊົມ ທີ່ ນະຄອນຮາຍຟອງ ເພື່ອຢ້ຽມຊົມການສ້າງສາ ແລະ ພັດທະນາ ຂອງນະຄອນດັ່ງກ່າວ ແລະທ່ຽວຊົມຊົມທິວທັດທໍາມະຊາດ ຈໍານວນໜຶ່ງ.

  

 

ຂໍ້ມູນຕິດຕໍ່ພົວພັນ
ຈຳນວນຜູ້ເຂົ້າຊົມເວັບໄຊ
ລາວ-ມຽນມາ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ