30/06/2026
ຫ້ອງວ່າການສໍານັກງານປະທານປະເທດ (ຫສປທ) ໄດ້ຈັດພິທີ ປະກາດການຈັດຕັ້ງ ແລະ ປະດັບຫຼຽນ-ມອບກຍ້ອງຍໍໃຫ້ພະນັກງານ, ໃນວັນທີ 30 ມິຖຸນາ 2026 ທີ່ ຫສປທ, ໂດຍການເປັນປະທານຂອງ ທ່ານ ນາງ ຟອງສະໝຸດ ອັ່ນລາວັນ ຫົວໜ້າ ຫສປທ, ມີບັນດາຄະນະພັກ-ຄະນະນໍາ, ແຂກຖືກເຊີນ ພ້ອມດ້ວຍພະນັກງານ-ລັດຖະກອນ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນວາລະ ກອງປະຊຸມ ຕາງໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານ ລັດຖະດໍາລັດ ເລກທີ 111/ປປທ, ລົງວັນທີ 18 ມິຖຸນາ 2026 ວ່າດ້ວຍ ການແຕ່ງຕັ້ງ ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ປະທານປະເທດ ອອກລັດຖະດໍາລັດ ແຕ່ງຕັ້ງ ທ່ານ ຂຸນສຸວັນ ສຸທໍາມະວົງ ຮອງປະທານສານປະຊາຊົນສູງສຸດ ເປັນ ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ມະຕິຕົກລົງ ເລກທີ 318/ຄລສພ, ລົງວັນທີ 16 ມິຖຸນາ 2026 ວ່າດ້ວຍການແຕ່ງຕັ້ງກໍາມະການຄະນະບໍລິຫານງານພັກ ຫ້ອງວ່າການສໍານັກງານປະທານປະເທດ, ຄະນະເລຂາທິການສູນກາງພັກ ຕົກລົງແຕ່ງຕັ້ງ ສະຫາຍ ຂຸນສຸວັນ ສຸທໍາມະວົງ ເປັນ ກໍາມະການຄະນະບໍລິຫານງານພັກ ຫ້ອງວ່າການສໍານັກງານປະທານປະເທດ.
ຫຼັງຈາກນັ້ນ, ທ່ານ ຮອງຫົວໜ້າກົມຈັດຕັ້ງ ແລະ ກວດກາ, ຫສປທ ໄດ້ຜ່ານຂໍ້ຕົກລົງ ເລກທີ 341/ຫສປທ.ຈກ, ລົງວັນທີ 17 ມິຖຸນາ 2026 ວ່າດ້ວຍ ການຮັບເອົາພະນັກງານ-ລັດຖະກອນ ຍົກຍ້າຍມາຈາກ ພາກສ່ວນອື່ນ, ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ເຫັນດີ ຮັບເອົາ ທ່ານ ພອນສະຫວັນ ພວງພິດົກ ຜູ້ພິພາກສາຂັ້ນ 3, ຮອງຫົວໜ້າ ກົມກວດກາສານປະຊາຊົນສູງສຸດ ຍົກຍ້າຍມາຮັບໜ້າທີ່ໃໝ່ ເປັນ ຮອງຫົວໜ້າກົມ ສັງກັດຢູ່ກົມຈັດຕັ້ງ ແລະ ກວດກາ ຫສປທ; ຂໍ້ຕົກລົງ ເລກທີ 340/ຫສປທ.ຈກ, ລົງວັນທີ 17 ມິຖຸນາ 2026, ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ເຫັນດີ ຮັບເອົາ ທ່ານ ວັດທະນາ ແກ້ວມະນີວົງ ຜູ້ພິພາກສາຊັ້ນ 2 ຄະນະສານແພ່ງ ສານປະຊາຊົນສູງສຸດ ຍົກຍ້າຍມາຮັບໜ້າທີ່ໃໝ່ ເປັນ ຫົວໜ້າພະແນກ ສັງກັດຢູ່ ກົມຈັດຕັ້ງ ແລະ ກວດກາ ຫ້ອງວ່າການສໍານັກງານປະທານປະເທດ; ຂໍ້ຕົກລົງ ເລກທີ 247/ຫສປທ.ຈກ, ລົງວັນທີ 15 ພຶດສະພາ 2026, ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ເຫັນດີ ຮັບເອົາ ທ່ານ ສັກທະວີ ຊາວບຸດດາວົງ ຮອງຫົວໜ້າພະແນກ ກົມການຂ່າວ ກະຊວງການຕ່າງປະເທດ ຍົກຍ້າຍມາຮັບໜ້າທີ່ໃໝ່ ເປັນ ຫົວໜ້າພະແນກສັງກັດຢູ່ ກົມບໍລິຫານ ແລະ ການເງິນ ທັງເປັນເລຂາ ຂອງທ່ານຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ແລະ ຂໍ້ຕົກລົງ ເລກທີ 314/ຫສປທ.ຈກ, ລົງວັນທີ 10 ມິຖຸນາ 2026, ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ຕົກລົງ ເຫັນດີ ຮັບເອົາ ທ່ານ ບຸນທາ ເພັດດາລາ ຫົວໜ້າພະແນກ ຫ້ອງການສານປະຊາຊົນສູງສຸດ ຍົກຍ້າຍມາຮັບໜ້າທີ່ໃໝ່ ເປັນ ຫົວໜ້າພະແນກ ສັງກັດຢູ່ກົມບໍລິຫານ ແລະ ການເງິນ ທັງເປັນເລຂາ ຂອງທ່ານ ຮອງປະທານປະເທດ ປະຈໍາຫ້ອງວ່າການສໍານັກງານປະທານປະເທດ.
ພາຍຫຼັງ ປະກາດການຈັດຕັ້ງ ສໍາເລັດແລ້ວ, ໃນກອງປະຊຸມ ຍັງໄດ້ຈັດພິທີ ປະດັບຫຼຽນໄຊແຮງງານຊັ້ນ II, ຫຼຽນໄຊແຮງງານຊັ້ນ III, ຫຼຽນກາແຮງງານ ແລະ ມອບໃບຍ້ອງຍໍ ໃຫ້ພະນັກງານ-ລັດຖະກອນ ພາຍໃນ ຫສປທ ທີ່ມີຜົນງານປະກອບສ່ວນຮັບໃຊ້ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ທີ່ ສປປ ລາວ ເປັນເຈົ້າພາບໃນປີ 2024.

