ລາວ-ມຽນມາ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

03/07/2026

ລາວ-ມຽນມາ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

          ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພະນະທ່ານ ມິນ ອອງ ລາຍ ປະທານາທິບໍດີ ແຫ່ງສາທາລະນະລັດ ສະຫະພາບ ມຽນມາ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາຢ້ຽມຢາມລັດຖະກິດຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນລະຫວ່າງວັນທີ 3-5 ກໍລະກົດ2026 ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 70 ປີ (12/7/1955-12/7/2025) ກໍຄືເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນໃກ້ຊິດຖານປະເທດໃກ້ຄຽງທີ່ດີລະຫວ່າງສອງປະເທດໃຫ້ແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

          ພິທີຕ້ອນຮັບ ພະນະທ່ານ ມິນ ອອງ ລາຍ ປະທານາທິບໍດີແຫ່ງ ສສ ມຽນມາ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ຈັດຂຶ້ນຢ່າງເປັນທາງການ ແລະ ສົມກຽດ ໃນຕອນເຊົ້າຂອງວັນທີ 3 ກໍລະກົດ 2026 ທີ່ ທໍານຽບປະທານປະເທດ ແຫ່ງ ສປປ ລາວ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ. 

          ພາຍຫຼັງສໍາເລັດພິທີຕ້ອນຮັບ, ໄດ້ມີການພົບປະສອງຝ່າຍຢ່າງເປັນທາງການລະຫວ່າງ ພະນະທ່ານ  ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ພະນະທ່ານ ມິນ ອອງ ລາຍ ປະທານາທິບໍດີແຫ່ງ ສສ ມຽນມາ  ພ້ອມດ້ວຍຄະນະຜູ້ແທນ ຂອງທັງສອງຝ່າຍເພື່ອຕີລາຄາຄືນສະພາບ ການພົວພັນຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ, ແລກປ່ຽນທັດສະນະ, ປຶກສາຫາລື ແລະ ກໍານົດທິດທາງການຮ່ວມມື ລະຫວ່າງ ສປປ ລາວ ແລະ ສສ ມຽນມາ ໃນຕໍ່ ໜ້າ. ໃນໂອກາດດັ່ງກ່າວ, ພະນະທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ຂອງ ພະນະທ່ານ ມິນ ອອງ ລາຍ ພ້ອມດ້ວຍພັນລະຍາ ແລະ ຄະນະໃນຄັ້ງນີ້ ຊຶ່ງເປັນເຫດການການເມືອງທີ່ມີຄວາມໝາຍຄວາມສຳຄັນຍິ່ງ ແລະ ເປັນຂີດໝາຍປະຫວັດສາດໃໝ່ໃນການຮັດແໜ້ນ, ເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີຮັກແພງ ແລະ ການຮ່ວມມືຖານປະເທດໃກ້ຄຽງທີ່ດີລະຫວ່າງລາວ-ມຽນມາທີ່ໄດ້ຮັບການຖະນຸຖະໜອມ ແລະ ເພີ່ມພູນຄູນສ້າງມາຕະ ຫຼອດໄລຍະຫຼາຍກວ່າ 7 ທົດສະວັດໃຫ້ຂະຫຍາຍຕົວຂຶ້ນສູ່ລະດັບໃໝ່ ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດການເລືອກຕັ້ງທົ່ວໄປ ແລະ ການຈັດຕັ້ງຄະນະລັດຖະບານຊຸດໃໝ່ຂອງມຽນມາຢ່າງຈົບງາມໃນຕົ້ນປີນີ້ ແລະ ສະແດງຄວາມຊົມເຊີຍ ພະນະທ່ານ ມິນ ອອງ ລາຍ ທີ່ໄດ້ຮັບໄຊຊະນະໃນການເລືອກຕັ້ງ ແລະ ໄດ້ຮັບຄວາມໄວ້ວາງໃຈຈາກປະຊາຊົນມຽນມາ ໃຫ້ດຳລົງຕຳແໜ່ງເປັນ ປະທານາທິບໍດີ ແຫ່ງ ສສ ມຽນມາ ພ້ອມທັງໄດ້ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນໍາພາອັນປີຊາສາມາດຂອງ ພະນະທ່ານ ມິນ ອອງ ລາຍ, ສສ ມຽນມາ ຈະໄດ້ຮັບການພັດທະນາໄປສູ່ຄວາມຈະເລີນຮຸ່ງເຮືອງຢ່າງບໍ່ຢຸດຢັ້ງ.  ໃນໂອກາດດຽວກັນນີ້, ພະນະທ່ານ ມິນ ອອງ ລາຍ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ຄໍາເວົ້າອັນຈົບງາມ ແລະ ການຕ້ອນຮັບອັນອົບອຸ່ນ ຂອງ ພະນະທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍການນໍາພັກ-ລັດ ແລະ ປະຊາຊົນລາວ ໃນຄັ້ງນີ້.

          ໃນການພົບປະຄັ້ງນີ້, ຜູ້ນໍາທັງສອງຝ່າຍໄດ້ແຈ້ງສະພາບການພາຍໃນທີ່ພົ້ນເດັ່ນຂອງປະເທດຕົນ ໃຫ້ກັນຊາບພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດອັນໃຫຍ່ຫຼວງ ຂອງການພັດທະນາເສດຖະກິດ-ສັງຄົມ ທີ່ສອງປະເທດຍາດມາໄດ້ ໃນໄລຍະຜ່ານມາ.

            ທັງສອງຝ່າຍ ຍັງໄດ້ສະແດງຄວາມປິຕິຍິນດີ ທີ່ເຫັນວ່າສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນໃກ້ຊິດ ລະຫວ່າງ ລາວ-ມຽນມາ ໄດ້ຮັບການຮັດແໜ້ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ຊຶ່ງສະແດງອອກໃນການຮ່ວມມືທາງດ້ານການເມືອງທີ່ມີຄວາມໃກ້ຊິດ, ມີຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະ ກັນໃນລະດັບສູງ, ສະໜັບສະໜູນຊ່ວຍເຫຼືອກັນດ້ວຍດີຕະຫຼອດມາ ແລະ ມີການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງຢ່າງເປັນປົກກະຕິ. ພ້ອມດຽວກັນນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ການຮ່ວມມືອັນສໍາຄັນໃນດ້ານຕ່າງໆ ເປັນຕົ້ນແມ່ນດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຕ່າງປະເທດ, ເສດຖະກິດ, ການຄ້າ, ການລົງທຶນ, ການຂົນສົ່ງ, ພະລັງງານ, ແຮງງານ, ການສຶກສາ ແລະ ດ້ານອື່ນໆທີ່ໄດ້ຮັບການເສີມຂະຫຍາຍເປັນກ້າວໆມາ ພ້ອມທັງໄດ້ເຫັນດີເປັນເອກະພາບໃນການຊຸກຍູ້ສົ່ງເສີມບັນດາຂະແໜງການທີ່ກ່ຽວຂ້ອງຂອງສອງຝ່າຍໃຫ້ສືບຕໍ່ປຶກສາຫາລື ແລະ ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອນໍາເອົາໝາກຜົນຕົວຈິງມາສູ່ສອງປະເທດ ແລະ ປະຊາຊົນສອງຊາດ.

            ຜູ້ນໍາທັງສອງຝ່າຍ ຕ່າງກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງລັດຖະບານ ແລະ ປະຊາຊົນ ຂອງກັນ ແລະ ກັນ ທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນຕະຫຼອດມາ, ໂດຍສະເພາະແມ່ນການແລກປ່ຽນຂໍ້ມູນຂ່າວສານ, ການຮ່ວມມືດ້ານຄວາມໝັ້ນຄົງຕາມບໍລິເວນຊາຍແດນ ແລະ ການສະໜັບສະໜູນກັນໃນເວທີພາກພື້ນ ແລະ ສາກົນ.

ນອກຈາກນັ້ນ, ສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບການພົວພັນຮ່ວມມື ແລະ ການສະໜັບສະໜູນເຊິ່ງກັນ ແລະ ກັນໃນຂອບການຮ່ວມມືທີ່ສໍາຄັນຕ່າງໆ ໃນລະດັບພາກພື້ນ ແລະ ສາກົນ ໂດຍສະເພາະໃນຂອບອາຊຽນ (ASEAN), ອົງການສະຫະປະຊາຊາດ (UN), ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ (MLC) ແລະ ເວທີສາກົນອື່ນໆພ້ອມທັງໄດ້ແລກປ່ຽນທັດສະນະຕໍ່ສະພາບການພົ້ນເດັ່ນຂອງພາກພື້ນ ແລະ ສາກົນ ທີ່ທັງສອງຝ່າຍມີຄວາມສົນໃຈຮ່ວມກັນ.

           ໃນຕອນທ້າຍຂອງການພົບປະ, ພະນະທ່ານ ມິນ ອອງ ລາຍ ໄດ້ເຊື້ອເຊີນ ພະນະທ່ານ ທອງລຸນ ສີສຸລິດ ຢ້ຽມຢາມລັດຖະກິດ ຢູ່ ສາທາລະນະລັດ ສະຫະພາບ ມຽນມາ ໃນເວລາອັນເໝາະສົມຊຶ່ງພະນະທ່ານ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມຍິນດີຕອບຮັບຄໍາເຊື້ອເຊີນດັ່ງກ່າວ ດ້ວຍຄວາມເຕັມໃຈ.

           ພາຍຫຼັງສໍາເລັດການພົບປະສອງຝ່າຍ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ພະນະທ່ານ ມິນ ອອງ ລາຍ ປະທານາທິບໍດີແຫ່ງ ສສ ມຽນມາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ໄດ້ເຂົ້າຮ່ວມພິທີແລກປ່ຽນເອກະສານຮ່ວມມືຈໍານວນ 2 ເອກະສານ ຄື: ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານການທ່ອງທ່ຽວ ລະຫວ່າງ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວແຫ່ງ ສປປ ລາວ ແລະ ກະຊວງໂຮງແຮມ, ການທ່ອງທ່ຽວ ແລະ ວັດທະນະທຳແຫ່ງ ສສ ມຽນມາ ແລະ ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການສ້າງນະຄອນມິດຕະພາບ ລະຫວ່າງ ນະຄອນຫຼວງວຽງຈັນ, ສປປ ລາວ ແລະ ນະຄອນຫຼວງເນປີດໍ, ສສ ມຽນມາ. ພ້ອມດຽວກັນນີ້, ຍັງໄດ້ເປັນສັກຂີພິຍານ ໃນພິທີມອບ-ຮັບເຊຣຸມແກ້ພິດງູຈຳນວນໜຶ່ງໃຫ້ແກ່ກະຊວງສາທາລະນະສຸກຂອງ ສປປ ລາວ.

          ໃນຕອນຄໍ່າຂອງວັນດຽວກັນ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈັດງານລ້ຽງຕ້ອນຮັບຢ່າງເປັນທາງການເປັນກຽດໃຫ້ແກ່ພະນະທ່ານ ມິນ ອອງ ລາຍ ປະທານາທິບໍດີແຫ່ງ ສສ ມຽນມາ ພ້ອມດ້ວຍພັນລະຍາ ແລະ ຄະນະ ດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບອັນອົບອຸ່ນ ແລະ ສົມກຽດ.

 

ຂໍ້ມູນຕິດຕໍ່ພົວພັນ
ຈຳນວນຜູ້ເຂົ້າຊົມເວັບໄຊ
ລາວ-ມຽນມາ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ