ຮອງປະທານປະເທດ ພ້ອມດ້ວຍຄະນະເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຄຳມ່ວນ

24/06/2026

ຮອງປະທານປະເທດ ພ້ອມດ້ວຍຄະນະເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຄຳມ່ວນ

 

          ຕອນບ່າຍວັນທີ 24 ມິຖຸນາ 2026 ນີ້, ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມຄະນະໄດ້ລົງຕິດຕາມຊຸກຍູ້ ແລະ ຕິດຕາມພື້ນຖານການຜະລິດກະສິກຳ ຢູ່ເມືອງໜອງບົກ ແຂວງຄຳມ່ວນ.ໂດຍມີ ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄຳມ່ວນ ພ້ອມດ້ວຍຄະນະນຳແຂວງ, ພະແນກການທີ່ກ່ຽວຂ້ອງ ແລະ ການນຳເມືອງໜອງບົກ ເຂົ້າຮ່ວມ.

          ໃນໂອກາດດັ່ງກ່າວ, ໄດ້ຮັບຟັງລາຍງານຈາກຜູ້ປະກອບການໂຄງການນາໄຮ່ໃຫຍ່ ກ່ຽວກັບການປູກເຂົ້າເປັນສິນຄ້າ ໂດຍສະເພາະແມ່ນສະພາບລວມ, ຮູບແບບການຜະລິດ ແລະ ການນຳໃຊ້ເຕັກນິກທັນສະໄໝເຂົ້າໃນການປູກເຂົ້າ ຊຶ່ງເນື້ອທີ່ໂຄງການໃນເມື່ອກ່ອນ ເປັນພື້ນທີ່ຖືກນ້ຳຖ້ວມເປັນປະຈຳທຸກປີ. ຈົນຮອດທ້າຍປີ 2016 ໄດ້ເລີ່ມບຸກເບີກ ແລະ ພັດທະນາເປັນນາໄຮ່ໃຫຍ່ ຈຳນວນ 310 ເຮັກຕາ, ໃນນັ້ນ ເນື້ອທີ່ຂອງປະຊາຊົນໄດ້ມີສ່ວນຮ່ວມເຂົ້າກັບໂຄງການ 35 ຄອບຄົວ ມີ 130 ເຮັກຕາ ແລະ ເນື້ອທີ່ຂອງບໍລິສັດ 180 ເຮັກຕາ. ໂຄງການສາມາດປູກເຂົ້າໄດ້ 2 ລະດູ ແລະ ໄດ້ພັດທະນາປັບປຸງພື້ນທີ່ຢ່າງຕໍ່ເນື່ອງ ເພື່ອໃຫ້ລະບົບນໍ້າເຂົ້າທົ່ວເຖິງ ແລະ ເພີ່ມປະສິດທິພາບການຜະລິດ. ຕະຫຼອດໄລຍະ 10 ປີ 2016-2026 ຜ່ານມາ, ບໍລິສັດໄດ້ຜະລິດ ແລະ ຈຳໜ່າຍເຂົ້າທັງພາຍໃນ ແລະ ສົ່ງອອກໄປຫຼາຍປະເທດ ເຊັ່ນ: ປະເທດນິວເທີແລນ, ສະວີເດັນ, ອີຕາລີ,  ຫວຽດນາມ ແລະ ຈີນ ລວມປະລິມານຫຼາຍຮ້ອຍໂຕນ ສາມາດສ້າງລາຍຮັບກວ່າ 5 ຕື້ກີບ. ນອກຈາກນັ້ນ ຍັງສາມາດສ້າງລາຍຮັບຈາກການອັດເຟືອງ ແລະ ການຂາຍປາທຳມະຊາດ ຈຳນວນຫຼາຍ. ພ້ອມກັນນີ້, ຜູ້ປະກອບການຍັງໄດ້ສະເໜີຂໍການຊ່ວຍເຫຼືອ ແລະ ຊຸກຍູ້ຈາກພາກລັດ ໃນການກໍ່ສ້າງຄອງ ເໝືອງເພີ່ມເຕີມ, ຕິດຕັ້ງຈັກສູບນ້ຳເພີ່ມ, ສະໜັບສະໜູນແຫຼ່ງທຶນກູ້ຢືມ ແລະ ນະໂຍບາຍອຳນວຍຄວາມສະດວກດ້ານການນຳເຂົ້າເຄື່ອງຈັກ, ຝຸ່ນ ແລະ ປັດໄຈການຜະລິດອື່ນໆ.

            ໃນໂອກາດນີ້, ທ່ານ ນາງ ວຽງທອງ ສີພັນດອນ ໄດ້ສະແດງຄວາມຊົມເຊີຍຕໍ່ຜູ້ປະກອບການ ທີ່ມີຄວາມກ້າຄິດ ກ້າເຮັດ ແລະ ລົງທຶນບຸກເບີກພື້ນທີ່ຮົກຮ້າງ ໃຫ້ກາຍເປັນພື້ນຖານການຜະລິດຂະໜາດໃຫຍ່ ທີ່ສ້າງຜົນຜະລິດ ແລະ ລາຍຮັບເພີ່ມຂຶ້ນທຸກປີ. ທ່ານໄດ້ເນັ້ນວ່າ ເມືອງໜອງບົກ ເປັນເມືອງວິລະຊົນ ແລະ ເປັນອູ່ເຂົ້າອູ່ປາທີ່ສຳຄັນຂອງແຂວງຄຳມ່ວນ. ສະນັ້ນ ການພັດທະນາ ນາໄຮ່ໃຫຍ່ແບບທັນສະໄໝ ເປັນຕົວແບບທີ່ດີ ໃນການສ້າງເສດຖະກິດເອກະລາດ ກຸ້ມຕົນເອງ ແລະ ສອດຄ່ອງກັບທິດທາງການພັດທະນາແບບຍືນຍົງຂອງພັກ ແລະ ລັດ.

            ພ້ອມກັນນັ້ນ ທ່ານຍັງໄດ້ມອບໝາຍໃຫ້ຂະແໜງການ ແລະ ອົງການທີ່ກ່ຽວຂ້ອງ ສືບຕໍ່ປະສານງານ ແລະ ພິຈາລະນາແກ້ໄຂບັນດາຂໍ້ສະເໜີຂອງໂຄງການຕາມຄວາມເໝາະສົມ ເພື່ອຊຸກຍູ້ການຜະລິດ, ຍົກສູງລາຍຮັບຂອງປະຊາຊົນ ແລະ ປະກອບສ່ວນປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ການແກ້ໄຂຄວາມທຸກຍາກ ໃຫ້ບັນລຸຜົນຢ່າງມີປະສິດທິຜົນ. ໃນວັນດຽວກັນ, ຄະນະຍັງໄດ້ເຄື່ອນໄຫວຢ້ຽມຢາມເບິ່ງໂຄງການກໍ່ສ້າງປ້ອງກັນຕະຝັ່ງເຈື່ອນແຄມແມ່ນ້ຳຂອງ ເຂດວັດພຣະທາດສີໂຄດຕະບອງ ເມືອງທ່າແຂກ ທີ່ຮັບເໝົາກໍ່ສ້າງໂດຍ ບໍລິສັດ ດີເອັມ ຈໍາກັດຜູ້ດຽວ.

          ໃນໂອກາດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນ, ຕອນເຊົ້າວັນທີ 25 ມິຖຸນາ 2026, ທ່ານນາງ ວຽງທອງ ສີພັນດອນ, ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດປູກຕົ້ນໄມ້ເປັນທີ່ລະນຶກ ຢູ່ເດີ່ນສະໂມສອນແຂວງຄຳມ່ວນ ໂດຍມີ ທ່ານ ໄຊຊະນະ ໂຄດພູທອນ ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງຄຳມ່ວນ, ພ້ອມດ້ວຍຄະນະນຳຂອງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.

          ການປູກຕົ້ນໄມ້ໃນຄັ້ງນີ້ ບໍ່ພຽງແຕ່ເປັນການສ້າງອະນຸສອນແຫ່ງການຢ້ຽມຢາມ ແລະ ເຮັດວຽກຂອງຄະນະນຳຂັ້ນສູງເທົ່ານັ້ນ, ແຕ່ຍັງເປັນການປຸກຈິດສຳນຶກໃຫ້ສັງຄົມຮ່ວມກັນອະນຸລັກຊັບພະຍາກອນທຳມະຊາດ, ປົກປັກຮັກສາສິ່ງແວດລ້ອມ ແລະ ສືບຕໍ່ຂະບວນການປູກຕົ້ນໄມ້ໃຫ້ເປັນວັດທະນະທຳອັນດີງາມຂອງສັງຄົມລາວ ທັງເປັນການສະແດງເຖິງການເອົາໃຈໃສ່ຕໍ່ວຽກງານອະນຸລັກສິ່ງແວດລ້ອມ, ການເພີ່ມພູນພື້ນທີ່ສີຂຽວ ແລະ ສ້າງພູມີທັດສະຖານທີ່ດັ່ງກ່າວໃຫ້ສວຍງາມ.

          ວັນທີ 25 ມິຖຸນາ 2026 ທ່ານ ນາງ ວຽງທອງ ສີພັນດອນ, ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ເຄື່ອນໄຫວລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນ. ໃນໂອກາດດັ່ງກ່າວ ໄດ້ຮັບການຕ້ອນຮັບຈາກ ທ່ານ ໄຊຊະນະ ໂຄດພູທອນ, ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄຳມ່ວນ ພ້ອມດ້ວຍຄະນະບໍລິຫານງານພັກແຂວງ, ບັນດາພະແນກການ ແລະ ອົງການທຽບເທົ່າ ທີ່ຫ້ອງປະຊຸມເຮືອນຮັບແຂກແຂວງ.

          ໃນການພົບປະໂອ້ລົມ, ທ່ານ ໄຊຊະນະ ໂຄດພູທອນ ໄດ້ລາຍງານໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດ, ດ້ານວຽກການເມືອງ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ດ້ານການພັດທະນາເສດຖະກິດ-ສັງຄົມ ໃນໄລຍະ 6 ເດືອນຜ່ານມາ.   ເຖິງວ່າຈະປະເຊີນກັບຫຼາຍສິ່ງທ້າທາຍ ແຕ່ເສດຖະກິດຂອງແຂວງຍັງຂະຫຍາຍຕົວໃນລະດັບ 4,7%, ມູນຄ່າ GDP ບັນລຸ 21.127 ຕື້ກີບ ເທົ່າກັບ 73% ຂອງແຜນການປີ. ການຈັດເກັບລາຍຮັບງົບປະມານບັນລຸ 3.151 ຕື້ກີບ ເທົ່າກັບ 65,01% ຂອງແຜນການປີ. ດ້ານການຜະລິດກະສິກຳ, ການລ້ຽງສັດ, ການອອກໃບຕາດິນ, ການພັດທະນາໂຄງລ່າງພື້ນຖານ ແລະ ການສ້າງຕັ້ງຕາແສງ ກໍໄດ້ຮັບຜົນສຳເລັດເປັນກ້າວໆ. ແຂວງຄຳມ່ວນ ໄດ້ປະກາດສຳເລັດການສ້າງຕັ້ງ 44 ຕາແສງ ຕາມແຜນການທີ່ວາງໄວ້ ພ້ອມຈັດສັນບຸກຄະລາກອນ ແລະ ອຸປະກອນຈຳເປັນໃຫ້ຄົບຖ້ວນ. ພ້ອມກັນນັ້ນ ຄະນະນຳແຂວງ ຍັງໄດ້ສະເໜີຕໍ່ຂັ້ນເທິງໃຫ້ຊ່ວຍຊຸກຍູ້ການສ້ອມແປງເສັ້ນທາງເລກ 12 ຈາກເມືອງທ່າແຂກ ຫາ ດ່ານນາເພົ້າແຂວງຄໍາມ່ວນ ໃຫ້ສຳເລັດໂດຍໄວ ແລະ ພິຈາລະນາຂະຫຍາຍເວລາເປີດ-ປິດດ່ານເພື່ອອຳນວຍຄວາມສະດວກດ້ານການຄ້າ ແລະ ການຂົນສົ່ງ.

          ໃນໂອກາດນີ້, ທ່ານ ນາງ ວຽງທອງ ສີພັນດອນ ໄດ້ຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດທີ່ແຂວງຄຳມ່ວນຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງໄດ້ເນັ້ນໜັກໃຫ້ຄະນະພັກ ແລະ ອົງການປົກຄອງທຸກຂັ້ນ ສືບຕໍ່ເສີມສ້າງຄວາມສາມັກຄີເປັນເອກະພາບ, ຍົກສູງວຽກງານການເມືອງແນວຄິດ, ເພີ່ມທະວີການປະຢັດ, ຕ້ານການສໍ້ລາດບັງຫຼວງ, ພ້ອມທັງສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ໃຫ້ເປັນຮູບປະທຳ. ທ່ານ ຍັງໄດ້ເນັ້ນໃຫ້ແຂວງຄຳມ່ວນ ສືບຕໍ່ຮັກສາສະຖຽນລະພາບດ້ານການເມືອງ, ປ້ອງກັນຄວາມສະຫງົບ, ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຢ່າງມີປະສິດທິຜົນ, ຄຽງຄູ່ກັບການພັດທະນາດ້ານວັດທະນະທຳ-ສັງຄົມ, ການຄຸ້ມຄອງລັດຕາມຫຼັກນິຕິກໍາ ແລະ ການຂະຫຍາຍການພົວພັນຮ່ວມມືກັບຕ່າງປະເທດ ເພື່ອຍູ້ດັນການພັດທະນາຂອງແຂວງໃຫ້ກ້າວໜ້າ ແລະ ຍືນຍົງ.

        ການພົບປະໂອ້ລົມໃນຄັ້ງນີ້ ຖືເປັນໂອກາດສຳຄັນໃນການຕິດຕາມ, ຊຸກຍູ້ ແລະ ຊີ້ນຳການຈັດຕັ້ງປະຕິບັດວຽກງານຂອງແຂວງຄຳມ່ວນ ໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້ ແລະ ປະກອບສ່ວນເຂົ້າໃນການພັດທະນາປະເທດຊາດໃນໄລຍະໃໝ່.

           ໃນຕອນບ່າຍວັນທີ 25 ມິຖຸນາ 2026, ທ່ານ ນາງ ວຽງທອງ ສີພັນດອນ, ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ຊີ້ນຳວຽກງານຢູ່ 2 ບໍລິສັດຂຸດຄົ້ນບໍ່ແຮ່ພາຍໃນແຂວງຄຳມ່ວນ ຄື: ບໍລິສັດ ລາວຄາຍຢວນ ບໍ່ແຮ່ ຈຳກັດ ແລະ ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈຳກັດຜູ້ດຽວ ໂດຍມີ ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄຳມ່ວນ, ພ້ອມດ້ວຍຄະນະນຳແຂວງ ແລະ ຂະແໜງການທີ່ກ່ຽວຂ້ອງຮ່ວມຕິດຕາມ.

           ການເຄື່ອນໄຫວເລີ່ມຕົ້ນຢູ່ ບໍລິສັດ ລາວຄາຍຢວນ ບໍ່ແຮ່ ຈຳກັດ ຕັ້ງຢູ່ບ້ານລຳມະລາດ ເມືອງທ່າແຂກ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ຫານ ຫຸຍລູ ປະທານບໍລິສັດ ພ້ອມດ້ວຍຄະນະຜູ້ບໍລິຫານ ແລະ ພະນັກງານ. ໃນໂອກາດດັ່ງກ່າວ, ໄດ້ຮັບຟັງການລາຍງານຈາກ ທ່ານ ຫວາງ ເຕີສວນ ຜູ້ອຳນວຍການບໍລິສັດ ກ່ຽວກັບສະພາບລວມຂອງບໍລິສັດສະພາບການຜະລິດ, ການດຳເນີນງານກິດຈະການ, ການປະກອບສ່ວນຕໍ່ສັງຄົມ, ການສ້າງວຽກງານໃຫ້ແຮງງານລາວ ແລະ ຄວາມຄືບໜ້າໃນການພັດທະນານິຄົມອຸດສາຫະກຳເສດຖະກິດໝູນວຽນລາວຄາຍຢວນ. ບໍລິສັດ ລາວຄາຍຢວນ ບໍ່ແຮ່ ຈຳກັດ ດຳເນີນກິດຈະການຫຼັກດ້ານການຂຸດຄົ້ນ ແລະ ປຸງແຕ່ງແຮ່ໂປຕາສ ໂດຍມີກຳລັງການຜະລິດປຸ໋ຍໂປຕາສຊຽມຄລໍໄຣ 1 ລ້ານໂຕນຕໍ່ປີ, ປຸ໋ຍໂປຕາສຊຽມແບບເມັດ 400.000 ໂຕນຕໍ່ປີ ແລະ ໂຊດຽມໂບຣໄມ 10.000 ໂຕນຕໍ່ປີ. ຜະລິດຕະພັນຂອງບໍລິສັດໄດ້ສົ່ງອອກໄປຫຼາຍກວ່າ 20 ປະເທດ ແລະ ພາກພື້ນ ໂດຍນຳໃຊ້ເທັກໂນໂລຊີທີ່ທັນສະໄໝ ແລະ ຜ່ານມາດຕະຖານສາກົນ.

            ຈາກນັ້ນ, ຄະນະໄດ້ສືບຕໍ່ເດີນທາງໄປຢ້ຽມຢາມ ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈຳກັດຜູ້ດຽວ ຢູ່ບ້ານດົງໃຕ້ ເມືອງທ່າແຂກ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ຢູ ກົວເຫວິນ ຮອງຜູ້ອຳນວຍການບໍລິສັດ ພ້ອມຄະນະ. ໃນໂອກາດນີ້ ໄດ້ຮັບຊົມວິດີໂອແນະນຳບໍລິສັດ ແລະ ເສັ້ນທາງການຮ່ວມມືໄຊຊະນະ ພ້ອມທັງຮັບຟັງລາຍງານກ່ຽວກັບຜົນການດຳເນີນງານ, ແຜນການພັດທະນາໃນໄລຍະຕໍ່ໜ້າ ແລະ ບັນຫາຂໍ້ສະເໜີຕ່າງໆ ຕໍ່ລັດຖະບານ.

            ໂອກາດນີ້ ທ່ານ ນາງ ວຽງທອງ ສີພັນດອນ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດທີ່ສອງບໍລິສັດຍາດມາໄດ້ໃນໄລຍະຜ່ານມາໂດຍສະເພາະການຍຶດໝັ້ນປະຕິບັດກົດໝາຍ, ການຮັກສາມາດຕະຖານອຸດສາຫະກຳສີຂຽວ, ການສ້າງວຽກເຮັດງານທຳໃຫ້ແກ່ແຮງງານລາວ ແລະ ການປະກອບສ່ວນພັດທະນາສັງຄົມທ້ອງຖິ່ນ. ພ້ອມກັນນັ້ນ, ທ່ານໄດ້ເນັ້ນໃຫ້ສອງບໍລິສັດ ສືບຕໍ່ຮັກສາມາດຕະຖານອຸດສາຫະກຳສີຂຽວໃຫ້ເປັນມິດກັບສິ່ງແວດລ້ອມ, ເລັ່ງພັດທະນາເຂດນິຄົມອຸດສາຫະກຳໃຫ້ເປັນຮູບປະທຳ, ເພີ່ມມູນຄ່າການສົ່ງອອກ, ສ້າງລາຍຮັບເຂົ້າປະເທດ ແລະ ສືບຕໍ່ເບິ່ງແຍງນະໂຍບາຍສະຫວັດດີການຂອງພະນັກງານ ແລະ ປະຊາຊົນອ້ອມຂ້າງໂຄງການໃຫ້ເໝາະສົມ. ພ້ອມທັງ ສືບຕໍ່ຮ່ວມມືກັບອຳນາດການປົກຄອງທ້ອງຖິ່ນ ໃນການພັດທະນາສັງຄົມ, ຊ່ວຍເຫຼືອຊຸມຊົນ ແລະ ສ້າງໂຄງລ່າງພື້ນຖານໃຫ້ແກ່ທ້ອງຖິ່ນຢ່າງຕໍ່ເນື່ອງ ແລະ ທ່ານຍັງໄດ້ມອບໃຫ້ການນຳແຂວງ, ຂະແໜງການກ່ຽວຂ້ອງ ສືບຕໍ່ຊຸກຍູ້, ອຳນວຍຄວາມສະດວກ, ປະສານງານແກ້ໄຂບັນຫາຂໍ້ສະເໜີຕ່າງໆ ຂອງບໍລິສັດ ເພື່ອສ້າງເງື່ອນໄຂທີ່ເອື້ອອຳນວຍຕໍ່ການລົງທຶນ ແລະ ພັດທະນາອຸດສາຫະກຳບໍ່ແຮ່ໃຫ້ມີຄວາມຍືນຍົງ ແລະ ດ້ວຍຄວາມສາມັກຄີ, ຄວາມມານະພະຍາຍາມຂອງຄະນະບໍລິຫານ, ພະນັກງານຂອງທັງສອງບໍລິສັດ ຈະສາມາດສືບຕໍ່ສ້າງຜົນສຳເລັດໃໝ່ໆ ແລະ ປະກອບສ່ວນສຳຄັນໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ກໍຄືແຂວງຄຳມ່ວນໃຫ້ມີຄວາມກ້າວໜ້າ ແລະ ຍືນຍົງຕະຫຼອດໄປ.

           ໃນໂອກາດລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄໍາມ່ວນ, ວັນທີ 26 ມິຖຸນາ 2026. ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເດີນທາງໄປຢ້ຽມຢາມໂຮງງານຜະລິດປຸ໋ຍຂອງບໍລິສັດ ດີເອັມ ເອັດອີແຊັດ ຈໍາກັດຜູ້ດຽວ ທີ່ຕັ້ງຢູ່ເຂດເສດຖະກິດພິເສດທ່າແຂກ ບ້ານນາໄກ່ເຂ່ຍ ເມືອງທ່າແຂກ ແຂວງຄໍາມ່ວນ. ໃນການຢ້ຽມຢາມຄັ້ງນີ້ຮ່ວມນໍາພາຄະນະໂດຍ ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄໍາມ່ວນ, ພ້ອມດ້ວຍ ທ່ານນາງ ດວງຕາ ມາດມະນີສອນ ປະທານກຸ່ມບໍລິສັດ ດີເອັມ ກໍ່ສ້າງ ຈໍາກັດຜູ້ດຽວ  ແລະ ຂະແໜງການກ່ຽວຂ້ອງ ໃຫ້ການຕ້ອນຮັບ.

           ໂອກາດດັ່ງກ່າວ ທ່ານນາງ ວຽງທອງ ສີພັນດອນ ແລະ ຄະນະ ໄດ້ຢ້ຽມຊົມກ່ຽວກັບຂັ້ນຕອນການຜະລິດ, ພ້ອມທັງຮັບຟັງການລາຍງານ ເຕັກໂນໂລຊີທີ່ນໍາໃຊ້ ແລະ ຊົມຜະລິດຕະພັນປຸ໋ຍຂອງບໍລິສັດ. ໂຮງງານແຫ່ງນີ້ມີເນື້ອທີ່ 5 ເຮັກຕາ, ເລີ່ມກໍ່ສ້າງໃນເດືອນພຶດສະພາ ປີ 2025 ແລະ ປັດຈຸບັນໄດ້ເປີດດໍາເນີນການຜະລິດຢ່າງເປັນທາງການ. ສໍາລັບຜະລິດຕະພັນຂອງໂຮງງານປະກອບມີ 2 ປະເພດ ຄື ປຸ໋ຍຊີວະພາບ ແລະ ປຸ໋ຍເຄມີ ໂດຍມີເປົ້າໝາຍສະໜອງໃຫ້ແກ່ຕະຫຼາດພາຍໃນປະເທດ ເພື່ອຫຼຸດຜ່ອນການນໍາເຂົ້າປຸ໋ຍຈາກຕ່າງປະເທດ ແລະ ສະໜັບສະໜູນການພັດທະນາຂະແໜງກະສິກໍາຂອງລາວ. ໂຮງງານມີກໍາລັງການຜະລິດລວມຄາດຄະເນປະມານ 30.000 ໂຕນຕໍ່ປີ. ການລົງຢ້ຽມຢາມໂຮງງານຜະລິດປຸ໋ຍຂອງບໍລິສັດ ດີເອັມ ເອັດອີແຊັດ ໃນຄັ້ງນີ້ ສະແດງໃຫ້ເຫັນເຖິງຄວາມເອົາໃສ່ໃຈຂອງການນໍາພັກ - ລັດ ຕໍ່ການສົ່ງເສີມການລົງທຶນດ້ານອຸດສາຫະກໍາການຜະລິດ, ການເພີ່ມມູນຄ່າໃຫ້ພາກກະສິກໍາ, ສ້າງຄວາມເຂັ້ມແຂງດ້ານຄວາມໝັ້ນຄົງທາງສະບຽງອາຫານ ແລະ ຊ່ວຍຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມຂອງປະເທດ ກໍຄືແຂວງຄໍາມ່ວນໃຫ້ກ້າວໜ້າຢ່າງຍືນຍົງ.

 

 

ຂໍ້ມູນຕິດຕໍ່ພົວພັນ
ຈຳນວນຜູ້ເຂົ້າຊົມເວັບໄຊ
ຮອງປະທານປະເທດ ພ້ອມດ້ວຍຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຫຼວງນໍ້າທາ
ຂ່າວຫຼ້າສຸດ