26/06/2026


ໃນຕອນເຊົ້າວັນທີ 26 ມິຖຸນາ 2026 ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດແຕ່ງຕັ້ງຕ່າງປະເທດ ຂອງທູດ ຈາກ 3 ປະເທດ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ຊຶ່ງປະກອບມີ ທ່ານ ບັດເທີຣ໌ ດາວາຄູ (BATTUR Davaakhuu) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ມົງໂກລີ ປະຈຳ ສປປ ລາວ ໂດຍມີສຳນັກງານສະຖານທູດຕັ້ງຢູ່ ນະຄອນຫລວງວຽງຈັນ, ທ່ານ ນາງ ເຣເລນ ຊຽວເລ ຕາກາໂລອາ ລີອູຟາລານີ (Raylene Siale Tagaloa Liufalani) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ນິວຊີແລນ ປະຈໍາ ສປປ ລາວ ຊຶ່ງມີສຳນັກງານສະຖານທູດຕັ້ງຢູ່ ນະຄອນຫລວງບາງກອກ, ລາຊະອານາຈັກໄທ ແລະ ທ່ານ ກາບາ ເຊນີ (GARBA Seyni) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ໄນເຈີ ປະຈໍາ ສປປ ລາວ ຊຶ່ງມີສຳນັກງານສະຖານທູດຕັ້ງຢູ່ ນະຄອນຫລວງປັກກິ່ງ, ສປ ຈີນ.
ໃນໂອກາດນີ້, ທ່ານປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຊົມເຊີຍ ບັນດາທູດ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ຄົນໃໝ່ ປະຈໍາ ສປປ ລາວ ໃນຄັ້ງນີ້, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ດ້ວຍປະສົບການທາງດ້ານການທູດ, ບົດຮຽນ ແລະ ຄວາມຮູ້ຄວາມສາມາດທີ່ອຸດົມສົມບູນຂອງບັນດາທູດ ຈະຊ່ວຍສືບຕໍ່ຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ລະຫວ່າງ ສປປ ລາວ ແລະ ບັນດາປະເທດດັ່ງກ່າວ ໃຫ້ໄດ້ຮັບການພັດທະນາຂຶ້ນສູ່ບາດກ້າວອັນໃໝ່ໃນຕໍ່ໜ້າ ເປັນຕົ້ນ ຊຸກຍູ້ການແລກປ່ຽນຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງບັນດາການນຳຂັ້ນສູງ ໄປຈົນເຖິງການໄປມາຫາສູ່ລະຫວ່າງປະຊາຊົນສອງຊາດດ້ວຍກັນ ເພື່ອເປັນພື້ນຖານອັນດີ ແລະ ໜັກແໜ້ນໃຫ້ແກ່ ການປຶກສາຫາລືຮ່ວມກັນໃນຕໍ່ໜ້າ, ລວມທັງການສົ່ງເສີມການຮ່ວມມື ດ້ານເສດຖະກິດ-ການຄ້າ, ການລົງທຶນ ແລະ ຂະແໜງການອື່ນໆ ທີ່ສອງຝ່າຍມີທ່າແຮງ ແລະ ມີຄວາມສົນໃຈຮ່ວມກັນ. ພ້ອມກັນນີ້, ກໍສະເໜີມາຍັງບັນດາທູດຈົ່ງສືບຕໍ່ປະສານສົມທົບຮ່ວມກັບພາກສ່ວນທີ່ກ່ຽວຂ້ອງຂອງ ສປປ ລາວ ເພື່ອສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງ ທີ່ການນຳຂັ້ນສູງຂອງສອງຝ່າຍໄດ້ລົງນາມຮ່ວມກັນ ໃນໄລຍະຜ່ານມາ ໃຫ້ປາກົດຜົນເປັນຈິງ; ສະເໜີໃຫ້ບັນດາທູດ ຍາດໂອກາດໄປຢ້ຽມຢາມບັນດາແຂວງຂອງ ສປປ ລາວ ເພື່ອເຫັນໄດ້ເຖິງການພັດທະນາຕົວຈິງຂອງບັນດາແຂວງ, ຊ່ວຍຍາດແຍ່ງ ແລະ ຂົນຂວາຍບັນດານັກທຸລະກິດ-ນັກລົງທຶນ ທີ່ມີຄວາມສົນໃຈ ໃຫ້ເຂົ້າມາລົງທຶນຢູ່ ສປປ ລາວ ໃຫ້ຫລາຍຂຶ້ນ. ນອກຈາກນັ້ນ, ທ່ານປະທານປະເທດ ຍັງໄດ້ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດໄປຍັງ ບັນດາການນໍາສູງສູດຂອງທັງ 3 ປະເທດເພື່ອນມິດ ແລະ ຖືໂອກາດດັ່ງກ່າວ ອວຍພອນໃຫ້ບັນດາທູດ ຈົ່ງປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ການທູດຂອງຕົນຢູ່ ສປປ ລາວ ໃນຄັ້ງນີ້.
ໃນໂອກາດດຽວກັນນີ້, ບັນດາທູດທີ່ເຂົ້າຍື່ນສານຕາຕັ້ງໃນຄັ້ງນີ້ ກໍໄດ້ສະແດງຄວາມຂອບໃຈຕໍ່ຄຳເວົ້າອັນຈົບງາມຂອງທ່ານປະທານປະເທດ ແລະ ການຕ້ອນຮັບອັນອົບອຸ່ນ ໃນໂອກາດທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາປະຕິບັດໜ້າທີ່ການທູດຢູ່ ສປປ ລາວ, ພ້ອມທັງສະແດງຄວາມໝາຍໝັ້ນທີ່ຈະປະຕິບັດໜ້າທີ່ການທູດຂອງຕົນຢ່າງສຸດຄວາມສາມາດ ເພືື່ອສືບຕໍ່ຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ກັບ ສປປ ລາວ ໃຫ້ໄດ້ຮັບການພັດທະນາ ແລະ ມີປະສິດທິຜົນສູງຍິ່ງໆຂຶ້ນ.

