16/06/2026
ໃນວັນທີ 20 ມີນາ 2026 ທີ່ຫ້ອງວ່າການສໍານັກງານປະທານປະເທດ (ຫສປທ) ຈັດພິທີມອບຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ ຫົວໜ້າ ຫສປທ ຜູ້ເກົ່າ-ຜູ້ໃໝ່, ລະຫວ່າງ ສະຫາຍ ນາງ ເຂັມມະນີ ພົນເສນາ ເລຂາຄະນະບໍລິຫານງານພັກ ຫົວໜ້າ ຫສປທ ຜູ້ເກົ່າ ແລະ ສະຫາຍ ນາງ ຟອງສະໝຸດ ອັ່ນລາວັນ ເລຂາຄະນະບໍລິຫານງານພັກ ຫົວໜ້າ ຫສປທ ຜູ້ໃໝ່, ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ແຂກຖືກເຊີນ ພ້ອມດ້ວຍພະນັກງານ-ລັດຖະກອນ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
.jpeg)
ໃນພິທີ, ສະຫາຍ ນາງ ເຂັມມະນີ ພົນເສນາ ເລຂາຄະນະບໍລິຫານງານພັກ ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ຜ່ານບົດສະຫຼຸບ ການຊີ້ນໍາ-ນໍາພາວຽກງານຮອບດ້ານ ໃນໄລຍະຜ່ານມາ, ຈາກນັ້ນ ສະຫາຍ ນາງ ວິໄລ ພິລະວົງ ຕາງໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານມະຕິຕົກລົງ ເລກທີ 06/ກມສພ, ລົງວັນທີ 16 ມັງກອນ 2026 ວ່າດ້ວຍການອະນຸມັດໃຫ້ພະນັກງານ ການນໍາຂັ້ນສູງ ອອກພັກການ-ຮັບອຸດໜູນບໍານານ, ກົມການເມືອງສູນກາງພັກ ຕົກລົງ ໃຫ້ສະຫາຍ ນາງ ເຂັມມະນີ ພົນເສນາ ເລຂາຄະນະບໍລິຫານງານພັກ ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ອອກພັກການຮັບອຸດໜູນບໍານານ ແລະ ລັດຖະດໍາລັດ ເລກທີ 004/ປປທ, ລົງວັນທີ 21 ມັງກອນ 2026 ວ່າດ້ວຍການ ອະນຸມັດໃຫ້ ພະນັກງານການນໍາຂັ້ນສູງ ອອກພັກການ-ຮັບອຸດໜູນບໍານານ, ມະຕິຕົກລົງ ເລກທີ 17/ກມສພ, ລົງວັນທີ 16 ມັງກອນ 2026 ມະຕິຕົກລົງ ແຕ່ງຕັ້ງສະຫາຍ ນາງ ຟອງສະໝຸດ ອັ່ນລາວັນ ເປັນເລຂາຄະນະບໍລິຫານງານພັກ ຫສປທ ແລະ ລັດຖະດໍາລັດ ເລກທີ 005/ກມສພ, ລົງວັນທີ 21 ມັງກອນ 2026 ແຕ່ງຕັ້ງ ເປັນຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ.
.jpeg)
ຈາກນັ້ນ, ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ມອບມະຕິຕົກລົງ ຂອງກົມການເມືອງສູນກາງພັກ, ໃຫ້ແກ່ ເລຂາຄະນະບໍລິຫານງານພັກ ຫົວໜ້າ ຫສປທ ຜູ້ເກົ່າ ແລະ ຜູ້ໃໝ່, ພ້ອມທັງເປັນສັກຂີພະພານໃນພິທີເຊັນບົດບັນທຶກມອບ-ຮັບ ໜ້າທີ່ ດັ່ງກ່າວ.
.jpeg)

.jpeg)
ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້ ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ໃຫ້ກຽດໂອ້ລົມ ຊຶ່ງໄດ້ຍ້ອງຍໍ, ຊົມເຊີຍ ຕໍ່ຜົນງານ ຕະຫຼອດໄລຍະ 5 ປີທີ່ຜ່ານມາ ພາຍໃຕ້ການນໍາພາ ຂອງ ສະຫາຍ ນາງ ເຂັມມະນີ ພົນເສນາ, ຈາກນັ້ນ ຍັງໄດ້ເນັ້ນໜັກໃຫ້ເລຂາຄະນະບໍລິຫານງານພັກ ຫົວໜ້າ ຫສປທ ຜູ້ໃໝ່ ເອົາໃຈໃສ່ຕື່ມວ່າ: ການນໍາຊຸດໃໝ່ ຈົ່ງສືບຕໍ່ມູນເຊື້ອທີ່ດີງາມໃນການປະຕິບັດໜ້າທີ່, ມູນເຊື້ອແຫ່ງຄວາມສາມັກຄີ ຫສປທ, ລະດົມໃຫ້ພະນັກງານ ມີຄວາມກະຕືລືລົ້ນ ຊອກຮູ້ຮໍ່າຮຽນ, ສະແຫວງຫາຄວາມຮູ້ ກໍຄື ເຕັກໂນໂລຊີໃໝ່ໆເຂົ້າມາປະຍຸກນໍາໃຊ້ເຂົ້າໃນວຽກງານຕົວຈິງ ແລະ ເອົາໃຈໃສ່ວຽກງານອື່ນໆ ແລະ ຫວັງຢ່າງຍິ່ງວ່າ ສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ພະນັກງານຫຼັກແຫຼ່ງ ຈະສະໜັບສະໜູນ, ຊ່ວຍເຫຼືອ, ໃຫ້ການຮ່ວມມື ຄະນະນໍາຊຸດໃໝ່ ໃນການປະຕິບັດໜ້າທີ່ຢ່າງເປັນເອກະພາບກັນ.


