ການເຄື່ອນໄຫວຢ້ຽມຢາມຂອງ ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງ ລາຊະອານາຈັກໄທ ໃນໂອກາດສະເດັດມາຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ

16/06/2026

ການເຄື່ອນໄຫວຢ້ຽມຢາມຂອງ ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງ ລາຊະອານາຈັກໄທ ໃນໂອກາດສະເດັດມາຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ

          ໃນຕອນເຊົ້າຂອງວັນທີ 18 ມີນາ 2026, ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ລາຊະອານາຈັກໄທ ພ້ອມດ້ວຍຄະນະ ໄດ້ສະເດັດຢ້ຽມຢາມ ສູນພັດທະນາ ແລະ ບໍລິການດ້ານການກະເສດຫ້ວຍຊອນ-ຫ້ວຍຊົ້ວ ຊຶ່ງໃຫ້ກຽດຕ້ອນຮັບໂດຍ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນທີ່ກ່ຽວຂ້ອງຂອງທັງສອງຝ່າຍ.

          ໃນໂອກາດດັ່ງກ່າວ, ທ່ານ ລິນຄຳ ດວງສະຫວັນ, ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ຂຶ້ນກ່າວລາຍງານໂດຍຫຍໍ້ ກ່ຽວກັບ ປະຫວັດຄວາມເປັນມາ ແລະ ຜົນສຳເລັດທີ່ພົ້ນເດັ່ນ ຂອງ ສູນພັດທະນາ ແລະ ບໍລິການດ້ານການກະເສດຫ້ວຍຊອນ-ຫ້ວຍຊົ້ວ ຊຶ່ງໄດ້ສ້າງຕັ້ງຂຶ້ນຢ່າງເປັນທາງການ ໃນວັນທີ 8 ເມສາ 1994 ໃນໂອກາດ ພະບາດສົມເດັດ ພຣະມະຫາພູມິພົນ ອະດຸນຍະເດດມະຫາຣາດ ບໍຣົມມະນາດບໍພິດ ສະເດັດມາຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ເປັນຄັ້ງທໍາອິດ. ຕະຫຼອດໄລຍະ 32 ປີຜ່ານມາ, ສູນດັ່ງກ່າວ ເປັນສູນພັດທະນາກະສິກໍາຄົບວົງຈອນ ຊຶ່ງເປັນໂຄງການພະລາຊະດຳລິ ທີ່ໄດ້ຮັບຜົນສໍາເລັດຫຼາຍດ້ານ ເຊັ່ນ: ການກໍ່ສ້າງອ່າງເກັບນໍ້າຫ້ວຍຊອນ: ໂຄງການພະລາດຊະດຳຣິ ໄດ້ສ້າງພື້ນຖານໂຄງລ່າງອ່າງເກັບນໍ້າຫ້ວຍຊອນ ຊຶ່ງສາມາດເກັບນໍ້າໄດ້ປະມານ 2 ລ້ານກວ່າແມັດກ້ອນຕໍ່ປີ, ສາມາດສະ  ໜອງນໍ້າໃຫ້ເນື້ອທີ່ການຜະລິດຂອງຊາວກະສິກອນ ພາຍໃນ 8 ບ້ານອ້ອມຂ້າງ ປະມານ 580 ເຮັກຕາຕໍ່ປີ; ວຽກງານການພັດທະນາທີ່ດິນ: ໄດ້ມີການຈັດການດູແລປັບປຸງດິນໃນພື້ນທີ່ການຜະລິດ, ມີການປູກ ແລະ ຂະຫຍາຍເບ້ຍຫຍ້າແຝກເພື່ອປ້ອງກັນດິນເຈື່ອນ, ຜະລິດຝຸ່ນບົ່ມຊີວະພາບ, ນໍ້າໝັກສະໝຸນໄພຕ່າງໆ; ວຽກງານປູກຝັງ: ໄດ້ຂະຫຍາຍແນວພັນເຂົ້າ, ແນວພັນໄມ້ໃຫ້ໝາກ, ເຫັດ ແລະ ພືດ-ຜັກຕ່າງໆ; ວຽກງານລ້ຽງສັດ ແລະ ການປະມົງ: ໃນແຕ່ລະປີ, ສູນສາມາດຜະລິດລູກປາ, ລູກສັດນໍ້າ ແລະ ລູກສັດຕ່າງໆ ເພື່ອສະໜອງໃຫ້ແກ່ຊາວກະສິກອນໃນເຂດໂຄງການ, ບັນດາແຂວງຕ່າງໆ ແລະ ໄດ້ມີການຕອບຮັບຈາກສັງຄົມເປັນຢ່າງດີ; ວຽກງານການຊຸກຍູ້ສົ່ງເສີມຊາວກະສິກອນ: ໄດ້ເອົາໃຈໃສ່ໃນການສ້າງຄອບຄົວຕົວແບບ ດ້ານການປູກຝັງ-ລ້ຽງສັດ ແລະ ດ້ານການຜະລິດກະສິກຳແບບປະສົມປະສານ ຊຶ່ງເຮັດໃຫ້ເຂົາເຈົ້າສາມາດສ້າງລາຍຮັບໃຫ້ແກ່ຄອບຄົວໄດ້ສູງສົມຄວນ; ວຽກງານພັດທະນາບຸກຄະລາກອນ: ໄດ້ເອົາໃຈໃສ່ຈັດຝຶກອົບຮົມໄລຍະສັ້ນ-ໄລຍະຍາວ, ການສາທິດທົດລອງ, ການຖ່າຍທອດເຕັກນິກ-ເຕັກໂນໂລຊີທາງດ້ານວິຊາການຕ່າງໆ ພ້ອມທັງການຈັດທັດສະນະສຶກສາແລກປ່ຽນບົດຮຽນ ໃຫ້ແກ່ພະນັກງານປະຈໍາສູນ, ສະຖານີ, ນັກຮຽນ-ນັກສຶກສາ ແລະ ຊາວກະສິກອນ ໃນຂອບເຂດທົ່ວປະເທດໃນແຕ່ລະປີບໍ່ຫຼຸດ 1,500 ກວ່າຄົນ. ນອກຈາກນີ້, ຍັງໄດ້ສົ່ງພະນັກງານວິຊາການຂອງສູນ ໄປຍົກລະດັບວິຊາສະເພາະໃນລະດັບຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ.

          ຜົນສໍາເລັດຂອງໂຄງການຮ່ວມມືດັ່ງກ່າວ, ໄດ້ຢັ້ງຢືນໃຫ້ເຫັນໝາກຜົນຂອງການພົວພັນຮ່ວມມື ລາວ-ໄທ ຊຶ່ງແມ່ນ ປະທານ ໄກສອນ ພົມວິຫານ ແລະ ພະບາດສົມເດັດ ພຣະມະຫາພູມິພົນ ອະດຸນຍະເດດມະຫາຣາດ ບໍຣົມມະນາດບໍພິດ ໄດ້ຮ່ວມກັນວາງຮາກຖານອັນແໜ້ນໜາ ແລະ ມີວິໄສທັດອັນສະຫຼາດສ່ອງໄສໃຫ້ການຊ່ວຍເຫຼືອສ້າງຕັ້ງສູນທີ່ສຳຄັນແຫ່ງນີ້ຂື້ນມາ. ຕະຫຼອດໄລຍະ 32 ປີ ແຫ່ງການຈັດຕັ້ງປະຕິບັດວຽກງານຂອງສູນ, ທຸກພາກສ່ວນທີ່ກ່ຽວຂ້ອງທັງຝ່າຍລາວ ແລະ ຝ່າຍໄທ ໄດ້ສຸມກໍາລັງແຮງ ແລະ ຮ່ວມຈິດຮ່ວມໃຈໃນການປະກອບສ່ວນດ້ານສະຕິປັນຍາ ແລະ ທຶນຮອນ ເຂົ້າໃນການພັດທະນາສູນແຫ່ງນີ້ ດ້ວຍໄມຕີຈິດມິດຕະພາບ ແລະ ຄວາມຮັບຜິດຊອບສູງ.

           ສໍາລັບທິດທາງແຜນການພັດທະນາຂອງສູນໃນຕໍ່ໜ້າ ແມ່ນສືບຕໍ່ສຸມໃສ່ພັດທະນາສູນແຫ່ງນີ້ໃຫ້ເປັນບ່ອນຮຽນຮູ້, ເປັນສູນຕົ້ນແບບທີ່ດີໃນການຜະລິດກະສິກໍາ ເພື່ອເປັນບ່ອນຖ່າຍທອດຄວາມຮູ້ທາງວິຊາການ ແລະ ເຕັກໂນໂລຊີທີ່ທັນສະໄໝ ໃຫ້ແກ່ຊາວກະສິກອນ, ກຸ່ມຜູ້ຜະລິດ, ນັກຮຽນຮູ້, ນັກສຶກສາ ແລະ ຜູ້ອື່ນໆ ໃນທົ່ວປະເທດ; ສືບຕໍ່ຊຸກຍູ້ສົ່ງເສີມການພົວພັນຮ່ວມມື ເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຖານບ້ານໃກ້ເຮືອນຄຽງ ທີ່ມີມາແຕ່ດົນນານ ແລະ ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງ ສອງຊາດ ລາວ-ໄທ ເວົ້າລວມ, ເວົ້າສະເພາະ ການພົວພັນຮ່ວມມືໃນດ້ານກະສິກໍາ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ເພື່ອໃຫ້ເປັນສັນຍາລັກແຫ່ງການຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ລາວ-ໄທ.

          ໃນໂອກາດແຫ່ງຄວາມເປັນສິລິມຸງຄຸນນີ້, ທ່ານ ລິນຄໍາ ດວງສະຫວັນ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ກໍຄື ສູນພັດທະນາ ແລະ ບໍລິການດ້ານການກະເສດຫ້ວຍຊອນ-ຫ້ວຍຊ້ວຍ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງຍິ່ງ ຕໍ່ໂຄງການຊ່ວຍເຫຼືອ ຊຶ່ງເປັນໂຄງການພະລາຊະດໍາລິ ທີ່ໄດ້ສ້າງປະໂຫຍດ ແລະ ບົດຮຽນອັນລໍ້າຄ່າ ໃນການພັດທະນາສູນແຫ່ງນີ້ ແລະ ຊ່ວຍປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ໃຫ້ນັບມື້ນັບດີຂຶ້ນເທື່ອລະກ້າວ.

          ຫຼັງຈາກນັ້ນ, ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ລາຊະອານາຈັກໄທ ແລະ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ໄດ້ຢ້ຽມຊົມ ງານວາງສະແດງຜົນງານຂອງສູນ ແລະ ໂຄງການການກະເສດທິດສະດີແບບໃໝ່ ພ້ອມທັງໄດ້ຮ່ວມກັນປູກຕົ້ນໄມ້ ເພື່ອເປັນທີ່ລະນຶກໃຫ້ແກ່ສູນດັ່ງກ່າວ ອີກດ້ວຍ.

           ຕອນບ່າຍ, ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ລາຊະອານາຈັກໄທ ພ້ອມດ້ວຍຄະນະ ໄດ້ສະເດັດຢ້ຽມຊົມ ພິພິທະພັນພະທາດຫຼວງວຽງຈັນ ໃຫ້ກຽດຕ້ອນຮັບໂດຍ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນທີ່ກ່ຽວຂ້ອງຂອງທັງສອງຝ່າຍ.

          ໃນໂອກາດດັ່ງກ່າວ, ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ລາຊະອານາຈັກໄທ ແລະ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ໄດ້ຮ່ວມກັນຈູດທຽນບູຊາພຣະຣັດຕະນະໄຕຣ, ຖວາຍທານແກ່ພະສົງ 9 ອົງ, ຮັບຟັງພະສົງສູດ ແລະ ຢາດນໍ້າຮັບພອນ ເພື່ອເປັນສິລິມຸງຄຸນ.

           ຫຼັງຈາກນັ້ນ, ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ລາຊະອານາຈັກໄທ ແລະ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ໄດ້ຍ່າງຊົມພະທາດຫຼວງວຽງຈັນ ແລະ ຖ່າຍຮູບຮ່ວມກັນເພື່ອເປັນທີ່ລະນຶກ.

             ໃນຕອນທ້າຍ, ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງ ລາຊະອານາຈັກໄທ ໄດ້ໃຫ້ກຽດລົງນາມປຶ້ມຢ້ຽມຢາມ ເພື່ອເປັນທີ່ລະນຶກ ໃຫ້ແກ່ພິພິທະພັນພະທາດຫຼວງວຽງຈັນ. ພາຍຫຼັງສໍາເລັດການຢ້ຽມຊົມ, ສອງປະມຸກລັດ ລາວ-ໄທ ພ້ອມດ້ວຍພັນລະຍາ ກໍໄດ້ກ່າວອໍາລາ ແລະ ອວຍພອນໄຊອັນປະເສີດ ດ້ວຍບັນຍາກາດໄມຕີຈິດມິດຕະພາບ ແລະ ຄວາມຮັກແພງເຊິ່ງກັນ ແລະ ກັນ.

          ພະທາດຫຼວງວຽງຈັນ ແມ່ນປູຊະນິຍະສະຖານບູຮານອັນເປັນສັນຍະລັກຂອງປະເທດລາວ ແລະ ເປັນມິ່ງຂວັນຂອງປະຊາຊົນລາວ ກໍຄື ຊາວພຸດທົ່ວປະເທດ, ທັງເປັນສະຖານທີ່ທ່ອງທ່ຽວທາງວັດທະນະທໍາທີ່ສໍາຄັນຂອງ ສປປ ລາວ ອີກດ້ວຍ.

 

 

ຂໍ້ມູນຕິດຕໍ່ພົວພັນ
ຈຳນວນຜູ້ເຂົ້າຊົມເວັບໄຊ
ຮອງປະທານປະເທດ ພ້ອມດ້ວຍຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຫຼວງນໍ້າທາ