05/06/2026
ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາ ຂອງທ່ານ ນີໂກລາຍ ປຣີ (Nicolai Prytz) ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ຣາຊະອານາຈັກດານມາກ ປະຈໍາ ສປປ ລາວ (ສໍານັກງານສະຖານທູດຕັ້ງຢູ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ), ໃນວັນທີ 5 ມິຖຸນາ 2026 ທີ່ທໍານຽບປະທານປະເທດ.
ໂອກາດດັ່ງກ່າວ, ທ່ານນາງ ວຽງທອງ ສີພັນດອນ ໄດ້ສະແດງຄວາມຕ້ອນຮັບ ຊົມເຊີຍ ແລະ ຕີລາຄາສູງ ຕໍ່ທ່ານທູດ ທີ່ໄດ້ມາປະຕິບັດໜ້າທີ່ທາງການທູດຈົນສໍາເລັດຜົນ ຊຶ່ງເປັນການປະກອບສ່ວນ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມາແຕ່ດົນນານແລ້ວນັ້ນໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ ໂດຍສະເພາະສອງປະເທດ ລາວ-ດານມາກ ກໍຄື ປະຊາຊົນທັງສອງປະເທດໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ.
ຈາກນັ້ນ, ທ່ານທູດກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານຮອງປະທານປະເທດ ທີ່ໃຫ້ການຕ້ອນຮັບໃນຄັ້ງນີ້ ແລະ ພ້ອມທັງຂອບໃຈທີ່ໃຫ້ການຮ່ວມມືສະໜັບສະໜູນ ໃນການປະຕິບັດໜ້າທີ່ຂອງຕົນຈົນສໍາເລັດຜົນຢ່າງຈົບງາມ.
ໃນໂອກາດນີ້, ທ່ານຮອງປະທານປະເທດ ຍັງໄດ້ອວຍພອນໄຊອັນປະເສີດແດ່ທ່ານທູດ ຈົ່ງມີສຸຂະພາບແຂງແຮງມີຜົນສໍາເລັດໃນໜ້າທີ່ໃໝ່ຂອງທ່ານ ແລະ ຈົ່ງເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ.
ການພົວພັນຮ່ວມມືລະຫວ່າງ ສອງປະເທດ ລາວ-ດານມາກ, ດ້ານການທູດ, ດ້ານການຄ້າ ໃນປີ 2025 ລາວນໍາເຂົ້າສິນຄ້າ ຈາກດານມາກ ມູນຄ່າ 2,706,460 ໂດລາ ແລະ ສົ່ງອອກສິນຄ້າໄປ ດານມາກ 11,566,121 ໂດລາ (ຂໍ້ມູນຈາກກະຊວງອຸດສາຫະກຳ ແລະ ການຄ້າ), ດ້ານການລົງທຶນ ບໍລິສັດ Mascot International (Lao) ໄດ້ມາລົງທຶນສ້າງຕັ້ງໂຮງງານ ແລະ ທໍາການຜະລິດດ້ວຍເງິນທຶນ 15 ລ້ານໂດລາ ຢູ່ ສປປ ລາວ ໃນປີ 2013 ຊຶ່ງສາມາດສ້າງວຽກເຮັດງານທໍາໃຫ້ປະຊາຊົນລາວ 2,500 ກວ່າຕໍາແໜ່ງ, ພາຍຫຼັງເກີດການແຜ່ລະບາດເຊື້ອພະຍາດໂຄວິດ-19, ບໍລິສັດດັ່ງກ່າວ ກໍໄດ້ຮັບການຍົກເວັ້ນພາສີນຳເຂົ້າວັດຖຸດິບທໍາການຜະລິດເປັນເວລາ 5 ປີ (2021-2025) ເພື່ອໃຫ້ ບໍລິສັດ ສາມາດຟື້ນຟູຕົນເອງໄດ້. ນອກຈາກນັ້ນ, ດານມາກ ຍັງມີການລົງທຶນ ບໍລິສັດ Calsberg ຢູ່ ສປປ ລາວ ແລະ ຍັງຖືຮຸ້ນໃນບໍລິສັດເບຍລາວ ປະມານ 61%, ການທ່ອງທ່ຽວ ໃນປີ 2025 ມີນັກທ່ອງທ່ຽວດານມາກ ເຂົ້າມາ ສປປ ລາວ ປະມານ 4,085 ເທື່ອຄົນ ຖ້າທຽບໃສ່ໃນປີຜ່ານໆມາ ເຫັນໄດ້ວ່າ ມີທ່າອ່ຽງເພີ່ມຂຶ້ນທຸກໆປີ.
ການຊ່ວຍເຫຼືອຂອງ ດານມາກ ໃຫ້ແກ່ ສປປ ລາວ, ດານມາກ ເຄີຍໃຫ້ການຊ່ວຍເຫຼືອ 2 ຝ່າຍ ໂດຍສຸມໃສ່ຂົງເຂດ ຄື: 1) ການຮັກສາ ຊັບພະຍາກອນ ແລະ ສິ່ງແວດລ້ອມ; 2) ວຽກງານສາທາລະນະສຸກ; 3) ວຽກງານອຸດສາຫະກຳ, ປ່າໄມ້ ແລະ ການສຶກສາ; ຂະແໜງການອື່ນໆ ມີ: 1) ໂຄງການເກັບກູ້ລະເບີດບໍ່ທັນແຕກ ແຂວງຊຽງຂວາງ, 2) ໂຄງການຂ່າວສານຊາວໜຸ່ມລາວດ້ານສິ່ງແວດລ້ອມ, 3) ໂຄງການເຜີຍແຜ່ຂໍ້ມູນຮັກສາສິ່ງແວດລ້ອມ ແລະ ທຳມະຊາດ, 4) ໂຄງການປັບປຸງສະພາບແວດລ້ອມເຂດເທດສະບານເມືອງວຽງຈັນ, 5) ໂຄງການສ້າງຄວາມຮູ້ຄວາມສາມາດແຫ່ງຊາດ, 6) ໂຄງການພັດທະນາສະພາບແວດລ້ອມຕົວເມືອງ ຊຽງຂວາງ-ຫົວພັນ, 7) ໂຄງການບູລະນະສະພາບແວດລ້ອມ (ໜອງຈັນ) ນະຄອນຫຼວງວຽງຈັນ ແລະ ການຊ່ວຍເຫຼືອອື່ນໆ.
Date 2026-06-09 Active? © 2026 Cyberia, All rights reserved

