ຫສປທ ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ປະຈໍາປີ 2025 ແລະ ທິດທາງແຜນການ ປີ 2026 ແລະ ຍ້ອງຍໍບຸກຄົນ ແລະ ກົມກອງດີເດັ່ນປະຈຳປີ ຂອງ ຫສປທ

10/04/2026

ຫສປທ ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ປະຈໍາປີ 2025 ແລະ ທິດທາງແຜນການ ປີ 2026 ແລະ ຍ້ອງຍໍບຸກຄົນ ແລະ ກົມກອງດີເດັ່ນປະຈຳປີ ຂອງ ຫສປທ

          ໃນວັນທີ 10 ເມສາ 2026 ທີ່ ຫ້ອງວ່າການສໍານັກງານປະທານປະເທດ (ຫສປທ) ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ປະຈໍາປີ 2025 ແລະ ທິດທາງແຜນການປີ 2026 ຂອງ ຫສປທ, ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ນາງ ຟອງສະໝຸດ ອັ່ນລາວັນ ເລຂາຄະນະບໍລິຫານງານພັກ, ຫົວໜ້າ ຫສປທ, ມີຮອງ ຫົວໜ້າ ຫສປທ, ບັນດາຫົວໜ້າກົມ - ຮອງກົມ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນ ພາຍໃນ ຫສປທ ກໍໄດ້ເຂົ້າຮ່ວມ.

          ໃນກອງປະຊຸມດັ່ງກ່າວໄດ້ມີການທົບທວນ, ຕີລາຄາຜົນໄດ້ຮັບໃນການຈັດຕັ້ງປະຕິບັດ ບັນດາວຽກງານໃນປີ 2025 ທີ່ຜ່ານມາຊຶ່ງເປັນປີມ້ວນທ້າຍຂອງການຈັດຕັ້ງປະຕິບັດແຜນພັດທະນາ ຫສປທ 5 ປີ ຄັ້ງທີ I ຂອງ ຫສປທ ແລະ  ພ້ອມກັນປຶກສາຫາລື, ຖອດຖອນບົດຮຽນ ແລະ ເອກະພາບ ຕໍ່ບົດສະຫຼຸບ ແລະ ທິດທາງແຜນການ ວຽກງານຈຸດສຸມໃນປີ 2026 ພ້ອມທັງມາດຕະການຈັດຕັ້ງປະຕິບັດທິດທາງແຜນການດັ່ງກ່າວ.

          ໃນໂອກາດດັ່ງກ່າວ ຍັງໄດ້ມີພິທີມອບ ໃບຍ້ອງຍໍ ບຸກຄົນ ແລະ ກົມກອງ ທີ່ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດ ວຽກງານປະຈໍາປີ 2025 ໃຫ້ກຽດມອບໃບຍ້ອງຍໍ ໂດຍ ທ່ານຫົວໜ້າ ແລະ ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ຕາມລໍາດັບ.

 

 

ຂ່າວຫຼ້າສຸດ
ຂໍ້ມູນຕິດຕໍ່ພົວພັນ
ຈຳນວນຜູ້ເຂົ້າຊົມເວັບໄຊ