ຮອງປະທານປະເທດ ຕ້ອຍຮັບທູດອິນໂດເນເຊຍ ເຂົ້າຢ້ຽມອໍາລາ

24/02/2026

ຮອງປະທານປະເທດ ຕ້ອຍຮັບທູດອິນໂດເນເຊຍ ເຂົ້າຢ້ຽມອໍາລາ

         ໃນວັນທີ 24 ກຸມພາ 2026 ທີ່ທໍານຽບປະທານປະເທດ, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງ ທ່ານ ນາງ ກຣາຕາ ເອັນດາ ເວີຣດານິງຕຣຽສ໌ (Grata Endah Werdaningtyas) ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ປະຈໍາ ສປປ ລາວ ເນື່ອງໃນໂອກາດທີ່ສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.

         ໃນໂອກາດນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສໍາເລັດ ໃນການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ຕະຫລອດໄລຍະຜ່ານມາ ຊຶ່ງທ່ານເອກອັກຄະລັດຖະທູດ ໄດ້ປະກອບສ່ວນຢ່າງຫ້າວຫັນເຂົ້າໃນວຽກງານສົ່ງເສີມ ແລະ ຊຸກຍູ້ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ອິນໂດເນເຊຍ. ພ້ອມນີ້, ທ່ານ ຮອງປະທານປະເທດ ຍັງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ສ ອິນໂດເນເຊຍ ຊຶ່ງໄດ້ຮັບການພັດທະນາ ແລະ ເສີມຂະຫຍາຍເປັນກ້າວໆ ໃນຫລາຍຂົງເຂດການຮ່ວມມື, ພ້ອມທັງໄດ້ສະແດງຄວາມຊົມເຊີຍ ຕໍ່ບົດບາດການປະຕິບັດໜ້າທີ່ຢ່າງຕັ້ງໜ້າຂອງທ່ານທູດ ຕະຫລອດໄລຍະ 2 ປີກວ່າ ແລະ ໄດ້ສໍາເລັດໜ້າທີ່ການທູດຂອງຕົນ ຢູ່ ສປປ ລາວ ຢ່າງຈົບງາມ. ພິເສດ, ທ່ານທູດ ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ອິນໂດເນເຊຍ ເປັນຕົ້ນ ດ້ານການເມືອງ, ການສຶກສາ, ເສດຖະກິດ, ການແລກປ່ຽນການຢ້ຽມຢາມຄະນະຜູ້ແທນຂັ້ນຕ່າງໆ, ການໄປ-ມາຫາສູ່ລະຫວ່າງປະຊາຊົນສອງຊາດ, ການສະໜັບສະໜູນເຊິ່ງກັນ ແລະ ກັນ ຢ່າງຕໍ່ເນື່ອງ ລະຫວ່າງສອງປະເທດ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ກໍຄືໃນຂອບອາຊຽນ.

         ໂອກາດດຽວກັນ, ທ່ານ ນາງ ກຣາຕາ ເອັນດາ ເວີຣດານິງຕຣຽສ໌ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຂອງທ່ານຮອງປະທານປະເທດ ແລະ ສະແດງຄວາມຂອບໃຈມາຍັງລັດຖະບານ ສປປ ລາວ ກໍຄື ພາກສ່ວນກ່ຽວຂ້ອງຂອງລາວ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ການຮ່ວມມືຕະຫລອດໄລຍະການປະຕິບັດໜ້າທີ່ການທູດຂອງຕົນ ຢູ່ ສປປ ລາວ ຈົນໄດ້ຮັບຜົນສໍາເລັດ ຢ່າງຈົບງາມ.

 

 

ຂ່າວຫຼ້າສຸດ
ຂໍ້ມູນຕິດຕໍ່ພົວພັນ
ຈຳນວນຜູ້ເຂົ້າຊົມເວັບໄຊ