10/02/2026
ວັນທີ 10 ກຸມພາ 2026 ທີ່ສະໜາມບິນສາກົນວັດໄຕ, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມ ພິທີເປີດຫ້ອງປິ່ນປົວພະຍາດຫູຕາດັງຄໍ ເທິງເຮືອບິນ C909 ຖ້ຽວທໍາອິດຂອງຈີນ ຢູ່ ສປປ ລາວ ພ້ອມດ້ວຍ ທ່ານ ນາງ ເຂັມມະນີ ພົນເສນນາ ຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ, ທ່ານ ນາງ ໃບຄໍາ ຂັດຕິຍະ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ ນາງ ຟ່າງ ຫົງ ເອກອັກຄະລັດຖະທູດຈີນປະຈໍາລາວ.

ໃນພິທີ, ທ່ານ ນາງ ໃບຄໍາ ຂັດຕິຍະ ໄດ້ກ່າວຂອບໃຈຕໍ່ພັກ-ລັດ ແລະ ປະຊາຊົນຈີນ ວ່າ: ກິດຈະກຳດັງກ່າວບໍ່ພຽງແຕ່ເປັນການບໍລິການທາງການແພດເທົ່ານັ້ນ ແຕ່ຍັງສ້າງຄວາມໝາຍທາງມະນຸດສະທຳ ແລະ ເສີມຂະຫຍາຍມິດຕະພາບ ລາວ-ຈີນ. ຊ່ວຍເຮັດໃຫ້ປະຊາຊົນໃນເຂດຫ່າງໄກສອກຫຼີກໄດ້ຮັບການບໍລິການທາງການແພດທີ່ທັນສະໄໝ ແລະ ມີຄຸນນະພາບທີນຳເອົາເຕັກໂນໂລຊີໃໝ່ມາພັດທະນາວຽກງານສາທາລະນະສຸກ ໃນ ສປປ ລາວ.

ໃນໂອກາດນີ້, ທ່ານນາງ ຟ່າງ ຫົງ ເອກອັກຄະລັດຖະທູດຈີນປະຈໍາລາວ ໄດ້ກ່າວວ່າ, ຫ້ອງປິ່ນປົວທາງອາກາດ C909 ນີ້ແມ່ນຖ້ຽວທໍາອິດຂອງຈີນຢູ່ຕ່າງປະເທດ ນີ້ສະທ້ອນໃຫ້ເຫັນເຖິງມິດຕະພາບອັນເລິກເຊິ່ງ ແລະ ຄວາມຫ່ວງໄຍຢ່າງແທ້ຈິງຂອງປະຊາຊົນຈີນຕໍ່ປະຊາຊົນລາວ, ໂດຍການນໍາເອົາຄວາມຮູ້ທາງດ້ານເຕັກນິກ ແລະ ອຸປະກອນທີ່ທັນສະໄໝລະດັບແຖວໜ້າຂອງຈີນມາຮ່ວມໃນການຍົກສູງຄຸນນະພາບການບໍລິການສາທາລະນະສຸກ.
ທ່ານ ໂຈ່ວ ສິງທ່າວ ຜູ້ອໍານວຍການໂຮງໝໍຫູຕາດັງຄໍ ມະຫາວິທະຍາໄລຟູຕ້ານ ຊຽງໄຮ ຂອງຈີນ ໄດ້ໃຫ້ຂໍ້ມູນວ່າ: ໂຄງການຮ່ວມມືດ້ານການແພດທາງອາກາດນີ້ ໄດ້ເລີ່ມດໍາເນີນມາຕັ້ງແຕ່ຕົ້ນເດືອນ ກຸມພາ, ໂດຍບໍລິການກວດ ແລະ ປິ່ນປົວພະຍາດຫູຕາດັງຄໍບໍ່ເສຍຄ່າໃຫ້ແກ່ປະຊາຊົນລາວທີ່ໂຮງໝໍມະໂຫສົດ. ນອກຈາກການບໍລິການກວດປິ່ນປົວແລ້ວ, ຍັງມີກິດຈະກໍາເຜີຍແຜ່ຄວາມຮູ້ດ້ານສຸຂະພາບ ແລະ ການຝຶກອົບຮົມໃຫ້ແກ່ບຸກຄະລາກອນການແພດລາວ. ມາຮອດປະຈຸບັນ, ມີ 629 ຄົນ ໄດ້ຮັບການກວດສຸຂະພາບ, ໃນນັ້ນມີ 46 ຄົນ ໄດ້ເຂົ້າຮ່ວມການຜ່າຕັດໃນໂຄງການ.

ຫຼັງຈາກນັ້ນ, ຜູ້ອໍານວຍການໂຮງໝໍຝ່າຍຈີນໄດ້ມອບອຸປະກອນການແພດສະເພາະຫູຕາດັງຄໍ ໃຫ້ແກ່ຝ່າຍລາວ. ພ້ອມນີ້ສອງຝ່າຍຍັງໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈດ້ານການຮ່ວມມື, ເພື່ອສືບຕໍ່ຂະຫຍາຍວຽກງານຮ່ວມມືໃນອະນາຄົດ ແລະ ໄດ້ເຂົ້າໄປຢ້ຽມຊົມຫ້ອງປິ່ນປົວ ແລະໃຫ້ກໍາລັງໃຈແກ່ຜູ້ປ່ວຍ ເທິງເຮືອບິນ C909.

