30/01/2026
ໃນວັນທີ 30 ມັງກອນ 2026 ທີ່ສະພາແຫ່ງຊາດ, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງ ທ່ານ ໂຈນາເຕັນ ດາເລີ ຄິງ ເອກອັກຄະລັດຖະທູດ ແຫ່ງ ນູແວນເຊລັງ ປະຈຳ ສປປ ລາວ ຊຶ່ງມີສຳນັກງານຕັ້ງຢູ່ບາງກອກ, ຣາຊະອານາຈັກໄທ ໃນໂອກາດສໍາເລັດ ການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ໃນໂອກາດດັ່ງກ່າວ, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສໍາເລັດ ໃນການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ຕະຫລອດໄລຍະຜ່ານມາ ຊຶ່ງທ່ານເອກອັກຄະລັດຖະທູດ ໄດ້ປະກອບສ່ວນຢ່າງຫ້າວຫັນ ເຂົ້າໃນວຽກງານສົ່ງເສີມ ແລະ ຊຸກຍູ້ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ນູແວນເຊລັງ ໄລຍະຜ່ານມາ, ສປປ ລາວ ແລະ ນູແວນເຊລັງ ໄດ້ສ້າງສາຍພົວພັນການທູດນຳກັນ ໃນວັນທີ 7 ກຸມພາ 1963 ການພົວພັນສອງຝ່າຍ ໄດ້ດຳເນີນ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ. ການແລກປ່ຽນການຢ້ຽມຢາມ ລະຫວ່າງ ການນຳຂັ້ນສູງ ແລະ ຂັ້ນຕ່າງໆຂອງສອງປະເທດ ໄດ້ເລີ່ມຕົ້ນແຕ່ປີ 1965 ເປັນຕົ້ນມາ. ຄຽງຄູ່ກັນນັ້ນ, ສອງປະເທດ ກໍໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ພ້ອມນີ້, ທ່ານຮອງປະທານປະເທດ ແຫ່ງ ສປປ ລາວ ຍັງໄດ້ອວຍພອນໃຫ້ທ່ານທູດ ຈົ່ງປະສົບຜົນສຳເລັດໃນໜ້າທີ່ໃໝ່ ແລະ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ.
ໂອກາດດຽວກັນ, ທ່ານເອກອັກຄະລັດຖະທູດ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານຮອງປະທານປະເທດ ແລະ ສະແດງຄວາມຂອບໃຈ ຕໍ່ລັດຖະບານ ສປປ ລາວ ກໍຄື ພາກສ່ວນທີ່ກ່ຽວຂ້ອງຂອງລາວ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ການຮ່ວມມື ຕະຫລອດໄລຍະການປະຕິບັດໜ້າທີ່ການທູດຂອງຕົນ ຢູ່ ສປປ ລາວ ຈົນໄດ້ຮັບຜົນສໍາເລັດເປັນຢ່າງດີ.

