ຫ້ອງວ່າການສຳນັກງານປະທານປະເທດ ເຜີຍແຜ່ເອກກະສານ ສຳຄັນຂອງພັກ-ຊາດ

20/01/2026

ຫ້ອງວ່າການສຳນັກງານປະທານປະເທດ ເຜີຍແຜ່ເອກກະສານ ສຳຄັນຂອງພັກ-ຊາດ

      ໃນວັນທີ 20 ມັງກອນ 2026 ທີ່ຫ້ອງວ່າການສຳນັກງານປະທານປະເທດ (ຫສປທ) ໄດ້ຈັດຕັ້ງເຜີຍແຜ່ເອກະສານສຳຄັນຂອງພັກ-ຂອງຊາດຂຶ້ນ ໂດຍມີບັນດາຄະນະພັກ, ຄະນະກົມ, ຄະນະພະແນກ, ສະມາຊິກພັກ-ພະນັກງານລັດຖະກອນພາຍໃນ ຫສປທ ເຂົ້າຮ່ວມ.

      ໃນພິທີດັ່ງກ່າວ, ສະຫາຍ ອິນທະປັນຍາ ຂຽວວົງພະຈັນ ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ ໄດ້ໃຫ້ກຽດເຜີຍແຜ່ 4 ເອກະສານ ຊຶ່ງປະກອບມີ: ເອກະສານເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກົມການເມືອງສູນກາງພັກ ເລກທີ 26/ກມສພ, ເພີ່ມທະວີການນຳພາແນວຄິດ, ເສີມຂະຫຍາຍສິດປະຊາທິປະໄຕ ຂອງປະຊົນບັນດາເຜົ່າເພື່ອການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V, ກຳແໜ້ນເນື້ອໃນສຳຄັນຂອງກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ແລະ ແຜນດຳເນີນງານຂອງຄະນະກຳມະການເລືອກຕັ້ງລະດັບຊາດ ເລກທີ 02/ຄລຊ.

      ໃນການຈັດຕັ້ງເຜີຍແຜ່ເອກະສານສຳຄັນຄັ້ງນີ້ ແມ່ນເພື່ອເຮັດໃຫ້ ສະມາຊິກພັກ ແລະ ພະນັກງານທົ່ວຫ້ອງວ່າການ ສຳນັກງານປະທານປະເທດ ໄດ້ຮັບຮູ້ ແລະ ມີຄວາມເຂົ້າໃຈຕໍ່ເນື້ອໃນສຳຄັນຂອງເອກະສານ, ໂດຍສະເພາະໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ X ແລະ ສະພາປະຊາຊົນແຂວງຊຸດທີ V ໃນຄັ້ງນີ້ ໃຫ້ມີຜົນສຳເລັດຕາມລະດັບຄາດໝາຍທີ່ກຳນົດໄວ້.

 

ຂ່າວຫຼ້າສຸດ
ຂໍ້ມູນຕິດຕໍ່ພົວພັນ
ຈຳນວນຜູ້ເຂົ້າຊົມເວັບໄຊ