ປະທານປະເທດ ໂອ້ລົມໃນກອງປະຊຸມສະຫລຸບການປະຕິບັດວຽກງານຄະນະປະຕິຮູບລັດວິສາຫະກິດ ປະຈໍາປີ 2025

17/12/2025

ປະທານປະເທດ ໂອ້ລົມໃນກອງປະຊຸມສະຫລຸບການປະຕິບັດວຽກງານຄະນະປະຕິຮູບລັດວິສາຫະກິດ  ປະຈໍາປີ 2025

          ໃນວັນທີ 17 ທັນວາ 2025, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ໄດ້ເຂົ້າຮ່ວມ ແລະ ໂອ້ລົມໃນກອງປະຊຸມສະຫລຸບການປະຕິບັດວຽກງານຄະນະປະຕິຮູບລັດວິສາຫະກິດ ປະຈໍາປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຊຶ່ງທ່ານໄດ້ເນ້ັນ ໃຫ້ພາກສ່ວນກ່ຽວຂ້ອງປັບປຸງກົງຈັກ, ກົນໄກການບໍລິຫານຂອງ ລັດວິສາຫະກິດ ໂດຍປັບປຸງສະພາບໍລິຫານ, ລັດວິສາຫະກິດຂະໜາດໃຫຍ່, ປະທານສະພາບໍລິຫານ (ຂັ້ນຮອງລັດຖະມົນຕີ) ຕ້ອງເປັນເລຂາຄະນະພັກ ແລະ ເຮັດວຽກປະຈໍາຢູ່ລັດວິສາຫະກິດ; ຄະນະສະພາບໍລິຫານ, ຄະນະອຳນວຍການຕ້ອງມີການເລືອກເຟັ້ນເອົາຜູ້ທີ່ມີຄວາມຮູ້ຄວາມສາມາດ, ເປັນມືອາຊີບ; ແບ່ງໜ້າທີ່, ຄວາມຮັບຜິດຊອບຢ່າງຈະແຈ້ງ ລະຫວ່າງ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງກັບກະຊວງການເງິນ ແລະ ກະຊວງ, ອົງການ ແລະ ທ້ອງຖິ່ນທີ່ລັດວິສາຫະກິດຂຶ້ນກັບ, ພ້ອມທັງປັບປຸງແຜນດໍາເນີນທຸລະກິດ, ຕ້ອງມີປະສິດທິຜົນ, ມີກໍາໄລ ແລະ ບໍ່ໃຫ້ຫລຸດທຶນເດັດຂາດ.

          ພ້ອມນີ້, ທ່ານປະທານປະເທດ ຍັງເນ້ັນໃຫ້ຄະນະປະຕິຮູບລັດວິສາຫະກິດເອົາໃຈໃສ່ປັບປຸງພາລະບົດບາດ, ໜ້າທີ່ຂອງລັດວິສາຫະກິດໃຫ້ຈະແຈ້ງ, ຕ້ອງແຍກ ແລະ ແກ້ໄຂບັນຫາສາຍພົວພັນ ລະຫວ່າງ ການຄຸ້ມຄອງມະຫາພາກຂອງລັດຕໍ່ລັດວິສາຫະກິດ ແລະ ຄວາມເປັນເຈົ້າ, ສິດໃນການຄຸ້ມຄອງ-ບໍລິຫານທຸລະກິດຂອງລັດວິສາຫະກິດ; ກຳນົດເປົ້າໝາຍໃຫ້ບັນລຸເຮັດໃຫ້ລັດວິສາຫະກິດມີກໍາລັງແຮງ, ມີຄວາມສາມາດໃນການປະຕິບັດນະໂຍບາຍຂອງພັກ-ລັດ, ດັດສົມ-ແກ້ໄຂບັນຫາເຄ່ັງຮ້ອນດ້ານເສດຖະກິດທີ່ເກີດຂຶ້ນໄດ້, ບັນຫາທ່ີເປັນຄໍຫອຍ-ຍຸດທະສາດສໍາຄັນທ່ີພາກເອກະຊົນບໍ່ສາມາດເຮັດໄດ້; 5 ປີຕໍ່ໜ້າຕ້ອງແກ້ໄຂບັນຫາໜີ້ສິນໃນລັດວິສາຫະກິດໃຫ້ໄດ້, ແກ້ໄຂຄວາມໂປ່ງໃສ, ການບໍລິຫານທ່ີດີຂອງລັດວິສາຫະກິດ, ປັບປຸງກົງຈັກ-ບຸກຄະລາກອນຂອງລັດວິສາຫະກິດໃຫ້ປອດໃສ ຂາວສະອາດ, ຕ້ອງຈິງໃຈ, ຊື່ສັດບໍລິສຸດ, ຕັ້ງໜ້າເປັນເຈົ້າການເຮັດທຸລະກິດໃຫ້ລັດຢ່າງແທ້ຈິງ.

ພາຍຫລັງສໍາເລັດກອງປະຊຸມໃຫຍ່ ຄ້ັງທີ XII ຂອງພັກ, ໃຫ້ບັນດາສະຫາຍນໍາເອົາຍຸດທະສາດປະຕິຮູບ ແລະ ແຜນພັດທະນາລັດວິສາຫະກິດເຫລົ່ານັ້ນ ໄປຜ່ານລັດຖະບານ ແລະ ຂໍທິດຊີ້ນໍາຈາກກົມການເມືອງສູນກາງພັກ, “ຕ້ອງເປັນແຜນປະຕິຮູບ ຫລື ຍຸດທະສາດທີ່ກ້າວໄປເຖິງການປະຕິວັດລັດວິສາຫະກິດ” ເຮັດໃຫ້ວິສາຫະກິດຂອງພວກເຮົາມີຄວາມເຂັ້ມແຂງ, ໜັກແໜ້ນ ແລະ ມີປະສິດທິຜົນ. 

         ກອງປະຊຸມດັ່ງກ່າວ ຈັດຂຶ້ນໂດຍການເປັນປະທານຂອງທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະປະຕິຮູບລັດວິສາຫະກິດ ໂດຍມີຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ, ກະຊວງ-ອົງການ ແລະ ແຂວງ, ບັນດາຜູ້ອໍານວຍການ, ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວປະເທດ, ຜູ້ຕາງໜ້າຈາກທະຄານໂລກປະຈຳລາວເຂົ້າຮ່ວມ. 

       ໃນກອງປະຊຸມ ທ່ານ ກິແກ້ວ  ຈັນທະບູຣີ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຮອງຫົວໜ້າຄະນະປະຕິຮູບລັດວິສະຫະກິດຂັ້ນສູນກາງ, ຜູ້ປະຈໍາການຫ້ອງການຄະນະປະຕິຮູບລັດວິສາຫະກິດ  ໄດ້ຍົກໃຫ້ເຫັນສະພາບລວມການປະຕິຮູບລັດວິສາຫະກິດຢູ່ ສປປ ລາວ ໃນໄລຍະຜ່ານມາ; ສະຫລຸບການຈັດຕັ້ງປະຕິບັດວຽກງານປະຕິຮູບລັດວິສາຫະກິດປີ 2025; ທິດທາງ, ແຜນການ ແລະ ວຽກຈຸດສຸມຂອງການປະຕິຮູບລັດວິສາຫະກິດປີ 2026 ໂດຍປະຕິບັດຕາມມະຕິກົມການເມືອງສູນກາງພັກ ເລກທີ 05/ກມສພ ວ່າດ້ວຍການປັບປຸງ ແລະ ກໍ່ສ້າງວິສາຫະກິດໃນໄລຍະໃໝ່ໄດ້ກຳນົດວ່າ: ຕ້ອງປັບປຸງ ແລະ ກໍ່ສ້າງວິສາຫະກິດຂອງລັດໃຫ້ມີຄວາມເຂັ້ມແຂງທາງດ້ານໂຄງສ້າງ ແລະ ໄປຕາມທິດອຸດສາຫະກຳຮຸ້ນສ່ວນດ້ວຍຮູບການທີ່ເໝາະສົມ, ສາມາດເປັນກຳລັງແຮງໃຫ້ແກ່ລັດເຮົາໃນການຊຸກຍູ້ການເຕີບໂຕ, ການສະສົມທຶນຮອນ ແລະ ການສະໜອງສາທາລະນະປະໂຫຍດໃຫ້ສັງຄົມ ພ້ອມກັບການຕອບສະໜອງຄວາມຕ້ອງການ ໃຫ້ແກ່ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ໃນມະຕິ ດັ່ງກ່າວ ຍັງກຳນົດ 6 ວຽກຈຸດສຸມ ຄື: ປັບປຸງກົນໄກການຄຸ້ມຄອງ ເພື່ອໃຫ້ວິສາຫະກິດຂອງລັດເປັນເຈົ້າຕົນເອງໃນການດຳເນີນທຸລະກິດ; ຈຳແນກໃຫ້ຈະແຈ້ງ ລະຫວ່າງ ການປະຕິບັດໜ້າທີ່ ຫລື ເປົ້າໝາຍຍຸດທະສາດດ້ານການເມືອງ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ເປົ້າໝາຍຍຸດທະສາດດ້ານເສດຖະກິດ-ສັງຄົມ; ປັງປຸງນະໂຍບາຍລະບົບລະບຽບໃຫ້ມີຄວາມເໝາະສົມ ແລະ ເອື້ອອຳນວຍກວ່າເກົ່າ; ຄົ້ນຄວ້າການຫັນໄປສູ່ຮູບແບບວິສາຫະກິດປະສົມ ຫລື ຮຸ້ນສ່ວນ; ເພ່ີມທະວີບົດບາດ ແລະ ຄວາມສາມາດໃນການຄຸ້ມຄອງລັດຕ່ໍວິສາຫະກິດລັດ; ປັບປຸງການຈັດຕັ້ງ, ແບບແຜນການນຳພາ ແລະ ການເຄື່ອນໄຫວຂອງພັກ, ອົງການຈັດຕັ້ງມະຫາຊົນຢູ່ລັດວິສາຫະກິດ.

 

 

ຂ່າວຫຼ້າສຸດ
ຂໍ້ມູນຕິດຕໍ່ພົວພັນ
ຈຳນວນຜູ້ເຂົ້າຊົມເວັບໄຊ