15/11/2025
ໃນວັນທີ 15 ພະຈິກ 2025 ມະຫາກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ, ມີບັນດາການນຳ, ອະດີດການນຳຂັ້ນສູງ ພັກ-ລັດ ຂັ້ນສູນກາງ ແລະ ທ້ອງຖິ່ນ ພ້ອມດ້ວຍບັນດາຄະນະນຳນັກກິລາ, ຄູຝຶກ, ກຳມະການຕັດສິນ, ນັກກິລາ ແລະ ມວນຊົນ ຊາວນະຄອນຫຼວງວຽງຈັນ, ແຂກທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມຢ່າງຫຼວງຫາຍ.

ໃນພິທີເປີດມະຫາກຳກິລາ ແຫ່ງຊາດ ຄັ້ງນີີ້, ເລີ່ມຕົ້ນດ້ວຍການສະແດງໂດດຈ້ອງ ຂອງທີມໂດດຈ້ອງ ຈາກກອງຮ້ອຍ 306 ກອງພັນໃຫຍ່ 703 ກອງບັນຊາການທະຫານອາກາດ, ຕາມດ້ວຍສະແດງສິລະປະ (ຟ້ອນ, ຮ້ອງເພງ ຈາກສິລະປິນ ທີ່ີມີຊື່ສຽງ ຂອງ ສປປ ລາວ), ຕໍ່ດ້ວຍຂະບວນສວນສະໜາມ ຂອງກ້ອນກຳລັງຕ່າງໆ ເປັນຕົ້ນ ຂະບວນປ້າຍຄຳຂວັນ, ເຄື່ອງໝາຍສັນຍາລັກງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII, ກ້ອນທຸງຊາດ, ທຸງກິລາ, ກ້ອນກຳລັງຂອງກຳມະການຕັດສິນ, ກ້ອນກຳລັງ ຄະນະນຳ, ຄູຝຶກ ແລະ ນັກກິລາ ຈາກພາກສ່ວນຕ່າງໆ, ກ້ອນກໍາລັງເຍົາວະຊົນທັນວາ ແລະ ກ້ອນກໍາລັງຕ້ານການໃຊ້ສານຕ້ອງຫ້າມໃນນັກກິລາ. ພ້ອມນີ້, ຍັງໄດ້ແລ່ນທວນໄຟ ແລະ ຈູດອ່າງໄຟ ຊຶ່ງສ່ອງແສງເຖິງການນຳພາໄປສູ່ຜົນສຳເລັດ ຂອງການຈັດງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ທີ່ ນະຄອນຫຼວງວຽງຈັນ ເປັນເຈົ້າພາບໃຫ້ປະສົບຜົນສຳເລັດຕາມຄາດໝາຍ ແລະ ໃນຕອນທ້າຍ ຍັງໄດ້ຍິງບັ້ງໄຟດອກ ເພື່ອສ້າງສີສັນໃຫ້ພາຍໃນງານມະຫາກຳກິລາ ແຫ່ງຊາດ ຄັ້ງທີ XII ດ້ວຍບັນຍາກາດທີ່ຄຶກຄື້ນ.

ໂອກາດນີ້, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽຈັນ, ທັງເປັນປະທານຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ໃຫ້ຮູ້ວ່າ: ງານມະຫາກຳກິລາແຫ່ງຊາດຄັ້ງທີ XII ຈະດຳເນີນ ໄປຈົນຮອດວັນທີ 25 ພະຈິກ 2025 ພາຍໃຕ້ຄໍາຂວັນ “ສາມັກຄີ ມີວິໄນ, ໂປ່ງໃສ, ໄດ້ການພັດທະນາ”, ໂດຍມີສັດນຳໂຊກ ແມ່ນຮູບນົກຍຸງ, ປະກອບມີ 33 ປະເພດກິລາແຂ່ງຂັນ, ມີຄະນະນໍາ, ນັກກິລາ, ຄູຝຶກ, ກໍາມະການຕັດສິນ, ນັກວິຊາການ ແລະ ເຈົ້າໜ້າທີ່ອື່ນໆລວມ 9.485 ທ່ານ ໃນນັ້ນ, ສະເພາະນັກກິລາທີ່ລົງທະບຽນເຂົ້າແຂ່ງຂັນ 4.065 ທ່ານ, ມາຈາກ 3 ກະຊວງ, 17 ແຂວງ ແລະ ນະຄອນຫຼວງວຽງຈັນເຈົ້າພາບ ລວມເປັນ 21 ພາກສ່ວນ ເພື່ອແຂ່ງຂັນຊີງເອົາຫຼຽນປະເພດຕ່າງໆ ທັງໝົດ 1.563 ຫຼຽນ,ໃນນັ້ນ, ຫຼຽນຄໍາ 432 ຫຼຽນ, ຫຼຽນເງິນ 432 ຫຼຽນ ແລະ ຫຼຽນທອງ 699 ຫຼຽນ.

ມະຫາກຳກິລາແຫ່ງຊາດ ແມ່ນງານແຂ່ງຂັນກິລາກາຍຍະກໍາ ເພື່ອສຸຂະພາບ, ມິດຕະພາບ ແລະ ເພື່ອການພັດທະນາກິລາ ໂດຍການຮ່ວມມືຂອງທົ່ວປວງຊົນໃນວົງຄະນະຍາດແຫ່ງຊາດ, ຊຶ່ງພັກ, ລັດຖະບານ ໄດ້ອະນຸຍາດໃຫ້ແຕ່ລະແຂວງຜັດປ່ຽນກັນເປັນເຈົ້າພາບ ຈັດຂຶ້ນເປັນຮອບວຽນ 3 ປີໃດ ຈັດຂຶ້ນ 1 ຄັ້ງ ແລະ ຄັ້ງຫລ້າສຸດກ່ອນນີ້ ແມ່ນຄັ້ງທີ 11 ຊຶ່ງແມ່ນແຂວງຊຽງຂວາງ ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນທ້າຍປີ 2022 ຜ່ານມາ. ຄັ້ງນີ້ ເປັນຄັ້ງທີ 12 ຊຶ່ງນະຄອນຫຼວງວຽງຈັນ ໄດ້ຮັບກຽດເປັນເຈົ້າພາບ ຕາມການໝູນວຽນມອບໝາຍ, ຊຶ່ງເປັນອີກວາລະໂອກາດອັນດີ ອີກວາລະໜຶ່ງຂອງນະຄອນຫຼວງວຽງຈັນ.
ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ກ່າວເປີດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XII ຢ່າງເປັນທາງການ, ພ້ອມທັງຕາງໜ້າໃຫ້ການນຳພັກ-ລັດ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການກະກຽມຢ່າງຮອບດ້ານ ຂອງນະຄອນຫຼວງວຽງຈັນ ກໍຄື ຄະນະຮັບຜິດຊອບຈັດງານ ແລະ ສະແດງຄວາມຊົມເຊີຍບັນດາແຂວງ ແລະ ບັນດາກະຊວງ ທີ່ໄດ້ສົ່ງນັກກິລາ ເຂົ້າຮ່ວມຢ່າງພ້ອມພຽງ.

