ຫ້ອງວ່າການສໍານັກງານປະທານປະເທດ ເຜີຍແຜ່ວັນສ້າງຕັ້ງການທູດ

29/10/2025

ຫ້ອງວ່າການສໍານັກງານປະທານປະເທດ ເຜີຍແຜ່ວັນສ້າງຕັ້ງການທູດ

          ໃນວັນທີ 29 ຕຸລາ 2025 ທີ່ຫ້ອງວ່າການສຳນັກງານປະທານປະເທດ (ຫສປທ) ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານສຳຄັນຂອງຊາດ 3 ເອກະສານຄື: ເຜີຍແຜ່ເອກະສານ ວັນສ້າງຕັ້ງການທູດລາວ 12 ຕຸລາ 1945 ຄົບຮອບ 80 ປີ ແລະ ເອກສານລະນຶກວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ, ພາຍໃຕ້ການເປັນປະທານ ແລະ ກ່າວເຜີຍແຜ່ເອກະສານ ໂດຍ ສະຫາຍ ອິນທະປັນຍາ ຂຽວວົງພະຈັນ ຮອງຫົວໜ້າຄະນະບໍລິຫານງານພັກ ຫສປທ, ຮອງຫົວໜ້າ ຫສປທ; ມີບັນດາສະຫາຍຄະນະນໍາ, ສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນ ຫສປທ ເຂົ້າຮ່ວມຢ່າງພ້ອມພຽງ.

          ການເຜີຍແຜ່ຄັ້ງນີ້, ສະຫາຍ ອິນທະປັນຍາ ຂຽວວົງພະຈັນ ໄດ້ຍົກໃຫ້ເຫັນວ່າ: ໃນໄລຍະການຕໍ່ສູ້ກູ້ຊາດ, ໂດຍສະເພາະນັບແຕ່ພັກກອມມູນິດອິນດູຈີນ ໄດ້ຮັບການສ້າງຕັ້ງຂຶ້ນ, ສາມຊາດອິນດູຈີນ ລາວ - ຫວຽດນາມ - ກໍາປູເຈຍ ໄດ້ສໍາພັນກັນເຂົ້າເປັນກ້ອນກໍາລັງສາມັກຄີ ເພື່ອຕໍ່ສູ້ກັບພວກລ່າເມືອງຂຶ້ນ ຕາມແນວທາງການເມືອງແຫ່ງລັດທິມາກ-ເລນິນ. ໃນຂະນະດຽວກັນ, ກະແສຟອງປະຕິວັດ ກໍໄດ້ເກີດຂຶ້ນຢູ່ທົ່ວໂລກ ອັນໄດ້ຮັບຜົນກະທົບຂອງສົງຄາມໂລກຄັ້ງທີ II; ກະແສຟອງດັ່ງກ່າວ, ໄດ້ເປັນສິ່ງກະຕຸ້ນເຮັດໃຫ້ການເຄື່ອນໄຫວປະຕິວັດຢູ່ພາຍໃນປະເທດເຮົາ ເລີ່ມກໍ່ຕົວເປັນຂະບວນລຸກຮືຂຶ້ນ ເພື່ອປົດປ່ອຍຊາດ. ໄລຍະດັ່ງກ່າວ, ການທູດລາວ ຈຶ່ງໄດ້ຄ່ອຍໆຂະຫຍາຍຕົວພ້ອມກັບບັນດາຂະບວນການຕໍ່ສູ້ ເພື່ອຄວາມເປັນເອກະລາດ ຊຶ່ງກາຍເປັນເຄື່ອງມືອັນສໍາຄັນໃນການເຄື່ອນໄຫວຕໍ່ສູ້, ຂົນຂວາຍ ແລະ ຍາດແຍ່ງ ກາຍເປັນອົງປະກອບໜຶ່ງ ເຮັດໃຫ້ອົງຄະນະພັກແຄວ້ນລາວ ສາມາດນໍາພາປະຊາຊົນ ຍາດໄດ້ໄຊຊະນະ ແລະ ປະກາດເອກະລາດຕໍ່ຊາວໂລກ, ພ້ອມທັງໄດ້ສ້າງຕັ້ງລັດຖະບານລາວເອກະລາດ ໂດຍໄດ້ມີຮ່າງລັດຖະທໍາມະນູນຂອງຊາດລາວຂຶ້ນ ແລະ ລັດຖະບານຊຸດທໍາອິດຂອງລາວ ກໍໄດ້ມີການຕົກລົງສ້າງຕັ້ງກອງທະຫານປະສົມ ລາວ-ຫວຽດນາມ ເພື່ອຊ່ວຍຕີຕ້ານສັດຕູພາຍນອກ ພາຍໃຕ້ການຊີ້ນໍາ-ນໍາພາ ຂອງລັດຖະມົນຕີກະຊວງການຕ່າງປະເທດລາວ ຜູ້ທໍາອິດຄື ທ່ານ ສະເດັດ ເຈົ້າສຸພານຸວົງ ຊຶ່ງເຫດການນີ້ ກໍເປັນເຫດການປະຫວັດສາດອັນສໍາຄັນຂອງປວງຊົນລາວ ແລະ ຜ່ານການຄົ້ນຄວ້າ ຈຶ່ງໄດ້ຖືເອົາວັນທີ 12 ຕຸລາ 1945 ເປັນວັນກຳເນີດ “ວັນການທູດລາວ” ຢ່າງເປັນທາງການຕາມແຈ້ງການຂອງຫ້ອງວ່າການລັດຖະບານ ສະບັບເລກທີ 1102/ຫລບ.ກລຂ, ລົງວັນທີ 25 ກໍລະກົດ 2013 ເປັນຕົ້ນມາ, ພ້ອມທັງໄດ້ກໍານົດໄວ້ໃນມາດຕາ 51 ຂອງກົດໝາຍວ່າດ້ວຍຊັ້ນນັກການທູດປີ 2020.

          ສະຫາຍ ອິນທະປັນຍາ ຂຽວວົງພະຈັນ ຍັງໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງວັນການທູດລາວ ແລະ ວັນປະກາດເອກະລາດ ທີ່ມີການພົວພັນກັນ, ພ້ອມທັງຍົກໃຫ້ເຫັນການເຄື່ອນໄຫວການຕ່າງປະເທດພາຍໃຕ້ການນໍາພາຂອງພັກ ໃນແຕ່ລະໄລຍະ ນັບແຕ່ໄລຍະປົດປ່ອຍຊາດ, ແນວທາງການຕ່າງປະເທດຫຼັງປົດປ່ອຍ ແລະ ໃນໄລຍະປ່ຽນແປງໃໝ່. ພ້ອມດຽວກັນນີ້, ກໍຍັງໄດ້ສືບຕໍ່ເຜີຍແຜ່ເອກສານລະນຶກວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ ຊຶ່ງໃນປີນີ້ ການຈັດງານລະນຶກວັນສາກົນເພື່ອລຶບລ້າງຄວາມທຸກຍາກຄົບຮອບ 33 ປີ (17 ຕຸລາ 1992 ຫາ 17 ຕຸລາ 2025) ແລະ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ ຄົບຮອບ 22 ປີ (17-24 ຕຸລາ 2003 ຫາ 17-24 ຕຸລາ 2025).

 

ຂ່າວຫຼ້າສຸດ
ຂໍ້ມູນຕິດຕໍ່ພົວພັນ
ຈຳນວນຜູ້ເຂົ້າຊົມເວັບໄຊ