05/11/2025
ໃນວັນທີ 5 ພະຈິກ 2025, ໂດຍໄດ້ຮັບການມອບໝາຍ ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ພ້ອມດ້ວຍຄະນະ ໄດ້ຕາງໜ້າລັດຖະບານ ແລະ ປະຊາຊົນລາວ ເດີນທາງໄປເຂົ້າຮ່ວມພິທີວາງພວງມາລາ ແລະ ເຄົາລົບພະສົບ ສົມເດັດພະນາງເຈົ້າສິຣິກິດ ພະບໍລົມຣາຊິນີນາດ ພະບໍຣົມມະຣາດຊະຊົນນະນີພັນປີຫຼວງ, ພະມານດາ ຂອງ ພະບາດສົມເດັດ ພະວະຊິຣະເກົ້າເຈົ້າຢູ່ຫົວ ລາຊະການທີ 10 ແຫ່ງ ລາຊະອານາຈັກໄທ, ທີ່ ພະທີ່ນັງດຸສິດມະຫາປາສາດ ພຣະບໍລົມມະຫາຣາຊະວັງ, ບາງກອກ, ທີ່ໄດ້ສິ້ນພະຊົນ ໃນວັນທີ 24 ຕຸລາ 2025, ລວມອາຍຸໄດ້ 93 ພັນສາ, ໃນນັ້ນ, ທ່ານ ນ. ເຂັມມະນີ ພົນເສນນາ ຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ ກໍໄດ້ເຂົ້າຮ່ວມໃນຄະນະການເຂົ້າຮ່ວມພິທີວາງພວງມາລາໃນຄັ້ງນີ້ດ້ວຍ.

ສົມເດັດພະນາງເຈົ້າສິຣິກິດ ພະບໍລົມຣາຊິນີນາດ ພະບໍຣົມມະຣາດຊະຊົນນະນີພັນປີຫຼວງ ປະສູດເມື່ອວັນທີ 12 ສິງຫາ 1932, ພະອົງ ໄດ້ອະພິເສກສົມລົດ ກັບ ພະບາດສົມເດັດ ມະຫາພູມີພົນອະດຸນຍະເດດ ມະຫາຣາດບໍລົມມະນາດບໍພິດ ລາຊະການທີ 9 ໃນວັນທີ 28 ເມສາ 1950 ແລະ ມີລາຊະບຸດຮ່ວມກັນ 4 ພະອົງ ໄດ້ແກ່: ທູນກະມ່ອມຍິງ ອຸບົນຣັດຣາດຊະກັນຍາ ສິຣິວັດທະນາພັນນະວະດີ, ພະບາດສົມເດັດ ພະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງ ຣາຊະ ອານາຈັກໄທ, ກົມສົມເດັດພະເທບພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ ແລະ ສົມເດັດພະເຈົ້ານ້ອງນາງເທີ ເຈົ້າຟ້າຈຸລາພອນວະໄລລັກ ອັກຄະຣາດຊະກຸມາຣີ.

ໃນໄລຍະຜ່ານມາ ສົມເດັດພະບໍຣົມມະຣາດຊະຊົນນະນີພັນປີຫຼວງ ໄດ້ຕິດຕາມ ພະບາດສົມເດັດ ມະຫາພູມີພົນອະດຸນຍະເດດ ມະຫາຣາດບໍລົມມະນາດບໍພິດ ເຄື່ອນໄຫວວຽກງານທັງພາຍໃນ ແລະ ຕ່າງປະເທດ ລວມທັງການຕິດຕາມການສະເດັດເຂົ້າຮ່ວມພິທີເປີດນໍາໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທີ່ 1 (ນະຄອນຫຼວງວຽງຈັນ-ໜອງຄາຍ) ແລະ ຢ້ຽມຢາມທາງລັດຖະກິດ ຢູ່ ສປປ ລາວ ເປັນຄັ້ງທໍາອິດ ຕາມການເຊື້ອເຊີນ ຂອງ ທ່ານ ໜູຮັກພູມສະຫວັນ ປະທານປະເທດ ແຫ່ງ ສປປ ລາວ ໃນເດືອນເມສາ 1994. ຕະຫຼອດຊີວິດ ຂອງ ພະອົງ, ພະອົງ ໄດ້ອຸທິດຕົນໃນການຊ່ວຍ ພະບາດສົມເດັດ ພະເຈົ້າມະຫາຊີວິດ ພູມີພົນ ອະດຸນຍະເດດ ຈັດຕັ້ງປະຕິບັດໂຄງການພະລາຊະດໍາລິຕ່າງໆ ເພື່ອຊ່ວຍເຫຼືອປະຊາຊົນໄທ ໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນ ແລະ ພັດທະນາປະເທດໄທ ໃຫ້ຈະເລີນຮຸ່ງເຮືອງ. ນອກຈາກນີ້, ພະອົງ ຍັງໄດ້ປະກອບສ່ວນອັນໃຫ່ຍຫຼວງເຂົ້າໃນການເສີມສ້າງ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນດີງາມ ລະຫວ່າງ ສອງປະເທດ ກໍຄື ປະຊາຊົນສອງຊາດ ລາວ-ໄທ ໃຫ້ມີການພັດທະນາຢ່າງຕໍ່ເນື່ອງຕະຫຼອດມາ.
ການເຂົ້າຮ່ວມໃນພິທີວາງພວງມາລາ ແລະ ເຄົາລົບພະສົບ ສົມເດັດພະນາງເຈົ້າສິຣິກິດ ພະບໍລົມຣາຊິນີນາດ ພະບໍຣົມມະຣາດຊະຊົນນະນີພັນປີຫຼວງ ໃນຄັ້ງນີ້ ເປັນການນຳເອົາຄວາມໄວ້ອາໄລຢ່າງສຸດຊຶ້ງ ຈາກ ລັດຖະບານ ແລະ ປະຊາຊົນລາວ ມາຍັງ ພະບໍລົມວົງສານຸວົງທຸກພະອົງ, ລັດຖະບານ ແລະ ປະຊາຊົນໄທ ແລະ ທັງເປັນການລະນຶກເຖິງຄຸນງາມຄວາມດີອັນໃຫຍ່ຫຼວງ ທີ່ພະອົງໄດ້ເສຍສະລະ ແລະ ອຸທິດຕົນເອງເພື່ອຜົນປະໂຫຍດສ່ວນລວມ ກໍຄື ການພັດທະນາສາຍພົວພັນອັນດີ ລະຫວ່າງ ສອງປະເທດ ລາວ-ໄທ ໃຫ້ຂະຫຍາຍຕົວ ໃນຕະຫຼອດຊີວິດຜ່ານມາ.
ໃນໂອກາດເຂົ້າຮ່ວມພິທີດັ່ງກ່າວ, ກົມສົມເດັດພະເທບ ກໍໄດ້ຕາງໜ້າໃຫ້ ພະບາດສົມເດັດ ພະວະຊິຣະເກົ້າເຈົ້າຢູ່ຫົວ ລາຊະການທີ 10 ແລະ ໃນນາມສ່ວນພະອົງ ຕ້ອນຮັບການເຂົ້າຢ້ຽມພົບປະຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ.


