ປະທານປະເທດ ຮ່ວມພິທີລົງນາມ ໃນສົນທິສັນຍາ ສປຊ ວ່າດ້ວຍການຕ້ານອາຊະຍາກຳທາງໄຊເບີ ທີ່ ສສ ຫວຽດນາມ

26/10/2025

ປະທານປະເທດ ຮ່ວມພິທີລົງນາມ ໃນສົນທິສັນຍາ ສປຊ  ວ່າດ້ວຍການຕ້ານອາຊະຍາກຳທາງໄຊເບີ ທີ່ ສສ ຫວຽດນາມ

          ໃນລະຫວ່າງວັນທີ 25-26 ຕຸລາ 2025, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຂັ້ນສູງ ເຂົ້າຮ່ວມພິທີລົງນາມໃນສົນທິສັນຍາ ອົງການສະຫະປະຊາຊາດ (ສປຊ) ວ່າດ້ວຍການຕ້ານອາຊະຍາກຳທາງໄຊເບີ ແລະ ກອງປະຊຸມສາກົນລະດັບສູງ ຢູ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໂດຍການເປັນປະທານຮ່ວມ ລະຫວ່າງ ທ່ານ ເລືອງ ເກືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ແລະ ທ່ານ ອັນໂຕນີໂອ ກູເຕເຣສ ເລຂາທິການໃຫຍ່ ສປຊ.

          ໂອກາດນີ້, ທ່ານປະທານປະເທດ ແຫ່ງ ສສ ຫວຽດນາມ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍສໍາຄັນຂອງ ສົນທິສັນຍາ ສປຊ ວ່າດ້ວຍການຕ້ານອາຊະຍາກຳທາງໄຊເບີ ຊຶ່ງເປັນການສະແດງ ໃຫ້ເຫັນເຖິງຄວາມສາມັກຄີເປັນເອກະພາບກັນ ຂອງບັນດາປະເທດສະມາຊິກ ສປຊ ໃນການສ້າງສະພາບແວດລ້ອມທາງໄຊເບີ ທີ່ມີຄວາມປອດໄພ, ມີສະຖຽນລະພາບ ແລະ ຮັບໃຊ້ຜົນປະໂຫຍດດ້ານການພັດທະນາທີ່ຍືນຍົງ. ການຮັກສາຄວາມປອດໄພທາງໄຊເບີ ປຽບເໝືອນການປົກປ້ອງອຳນາດອະທິປະໄຕ ແລະ ຜົນປະໂຫຍດແຫ່ງຊາດ ທີ່ຕິດພັນໂດຍກົງກັບການພັດທະນາແບບຍືນຍົງ. ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ມີການຄຸ້ມຄອງທີ່ດີ, ເປັນລະບົບ, ມີຄວາມປອດໄພ ແລະ ສາມາດເຊື່ອຖືໄດ້.

          ທ່ານ ພົອ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຕາງໜ້າໃຫ້ລັດຖະບານ ສປປ ລາວ ລົງນາມໃນສົນທິສັນຍາດັ່ງກ່າວ, ພ້ອມທັງຂຶ້ນກ່າວຄໍາເຫັນໃນກອງປະຊຸມຂັ້ນສູງ ໂດຍໄດ້ສະແດງຄວາມຊົມເຊີຍ ຕໍ່ລັດຖະບານ ສສ ຫວຽດນາມ ທີ່ເປັນເຈົ້າການຕະຫຼອດຂະບວນຮ່າງສົນທິສັນຍາສະບັບນີ້, ເລີ່ມແຕ່ປີ 2019 ເປັນຕົ້ນມາ, ທັງເປັນເຈົ້າພາບຈັດພິທີລົງນາມ ຊຶ່ງເປັນເຄື່ອງມືດ້ານກົດໝາຍສາກົນ ເພື່ອຕ້ານກັບອາຊະຍາກໍາທາງໄຊເບີ. ເຫດການດັ່ງກ່າວ, ຍັງເປັນການພິສູດໃຫ້ເຫັນເຖິງຄວາມເຊື່ອໝັ້ນຂອງວົງຄະນະຍາດສາກົນ ທີ່ມີຕໍ່ປະເທດເພື່ອນມິດອາຊຽນ ຊຶ່ງສອດຄ່ອງກັບຍຸດທະສາດ ວ່າດ້ວຍການຫັນເປັນດີຈິຕອນຂອງພາກພື້ນ ແລະ ສະແດງໃຫ້ເຫັນເຖິງຄວາມຕັດສິນໃຈຮ່ວມກັນຂອງວົງຄະນະຍາດສາກົນ ໃນການສົ່ງເສີມການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ ທີ່ມີຄວາມປອດໄພ ເພື່ອຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ, ພ້ອມທັງຮ່ວມກັນສະກັດກັ້ນ ອາຊະຍາກຳທາງໄຊເບີ ແລະ ຮັບປະກັນຄວາມໝັ້ນຄົງ ຂອງບັນດາປະເທດໃນພາກພື້ນ ແລະ ໃນໂລກ.

          ສົນທິສັນຍາ ອົງການສະຫະປະຊາຊາດ ວ່າດ້ວຍການຕ້ານອາຊະຍາກໍາທາງໄຊເບີ ແມ່ນຜົນຂອງການເຈລະຈາແບບເປີດກວ້າງຂອງຄະນະກຳມະການ ລະຫວ່າງ ລັດຖະບານ ເພື່ອສ້າງສົນທິສັນຍາສາກົນ ໂດຍພາຍໃຕ້ຂອບ ສະມັດຊາໃຫຍ່ ສປຊ ໂດຍການເຂົ້າຮ່ວມຂອງບັນດາປະເທດສະມາຊິກທັງໝົດຂອງອົງການ ສປຊ ລວມທັງ ສປປ ລາວ ໂດຍຈັດຕັ້ງການເຈລະຈາທາງການລວມທັງໝົດ 8 ຄັ້ງ ຈົນສາມາດຮັບຮອງເອົາເນື້ອໃນຂອງສົນທິສັນຍາ ຢ່າງເປັນເອກະສັນ ໃນປີ 2024.

          ການເຂົ້າຮ່ວມໃນພິທີລົງນາມ ສົນທິສັນຍາ ສປຊ ວ່າດ້ວຍການຕ້ານອາຊະຍາກຳທາງໄຊເບີ ແລະ ກອງປະຊຸມສາກົນລະດັບສູງ ຂອງການນໍາສູງສຸດຂອງ ສປປ ລາວ ໃນຄັ້ງນີ້ ສະແດງໃຫ້ເຫັນເຖິງເຈດຕະນາລົມທາງການເມືອງ ເພື່ອສ້າງພື້ນຖານດ້ານກົດໝາຍທີ່ສໍາຄັນ ເພື່ອຮັບປະກັນໃຫ້ການນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ ຮັບໃຊ້ຜົນປະໂຫຍດທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ສົ່ງເສີມການທ່ອງທ່ຽວ ແລະ ຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ. ພ້ອມນີ້, ຍັງເປັນການສົ່ງເສີມຄວາມສຳຄັນຂອງວຽກງານຫັນເປັນດີຈິຕອນ, ຊຶ່ງເປັນໜຶ່ງໃນບຸລິມະສິດແຫ່ງຊາດ ເພື່ອຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ ລວມທັງການສ້າງສະພາບແວດລ້ອມທີ່ມີຄວາມປອດໄພ ຈາກອາຊະຍາກຳທາງໄຊເບີ. ສປປ ລາວ ເປັນໜຶ່ງໃນບັນດາປະເທດສະມາຊິກ ສປຊ ທີ່ໄດ້ລົງນາມຕໍ່ສົນທິສັນຍາສະບັບນີ້, ຊຶ່ງຈະເປັນພື້ນຖານສໍາຄັນໃຫ້ແກ່ການສ້າງ ແລະ ປັບປຸງບັນດາກົດໝາຍ ແລະ ລະບຽບການ ແລະ ພາຍໃນປະເທດທີ່ມີຢູ່ ໃຫ້ສອດຄ່ອງເພື່ອສະໜັບສະໜູນຂອບການຮ່ວມມືໃນລະດັບພາກພື້ນ ແລະ ສາກົນ ແນໃສ່ໃຫ້ສາມາດປົກປ້ອງສິດ, ຜົນປະໂຫຍດອັນຊອບທໍາຂອງປະຊາຊົນລາວ ຈາກໄພຂົ່ມຂູ່ທາງໄຊເບີ.

          ນອກຈາກການເຂົ້າຮ່ວມໃນພິທີລົງນາມ ແລະ ກອງປະຊຸມລະດັບສູງແລ້ວ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ຍັງໄດ້ພົບປະກັບ ທ່ານ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເພື່ອສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ຫວຽດນາມ ທີ່ມີມູນເຊື້ອ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງຂຶ້ນ. ພ້ອມນີ້, ການນຳຂັ້ນສູງຂອງ ສປປ ລາວ ຍັງໄດ້ພົບປະສອງຝ່າຍ ກັບບັນດາຜູ້ນໍາຂອງບາງປະເທດທີ່ເຂົ້າຮ່ວມໃນພິທີດັ່ງກ່າວ ເພື່ອແລກປ່ຽນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດວຽກງານຮັບປະກັນຄວາມປອດໄພທາງໄຊເບີ.

 

 

ຂ່າວຫຼ້າສຸດ
ຂໍ້ມູນຕິດຕໍ່ພົວພັນ
ຈຳນວນຜູ້ເຂົ້າຊົມເວັບໄຊ