ສປປ ລາວ ແລະ ສປປ ເກົາຫລີສືບຕໍ່ເພີ່ມທະວີຮັດແໜ້ນການພົວພັນຮ່ວມມື

07/10/2025

ສປປ ລາວ ແລະ ສປປ ເກົາຫລີສືບຕໍ່ເພີ່ມທະວີຮັດແໜ້ນການພົວພັນຮ່ວມມື

          ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ກິມ ເຈິງ ອຸນ ເລຂາທິການໃຫຍ່ພັກແຮງງານ ເກົາຫລີ, ປະທານກິດຈະການແຫ່ງລັດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງ ຂອງ ພັກ ແລະ ລັດ ແຫ່ງ ສປປ ລາວ ເດີນທາງໄປຢ້ຽມຢາມລັດຖະກິດ ຢູ່ ສປປ ເກົາຫລີ ໃນລະຫວ່າງວັນທີ 7-8 ຕຸລາ 2025 ເພື່ອສືບຕໍ່ເສີມ ຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອ ມາແຕ່ດົນນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ເເລະ ສປປ ເກົາຫລີ ໃຫ້ນັບມື້ນັບແໜ້ນເເຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ.

          ການຢ້ຽມຢາມລັດຖະກິດ ຢູ່ ສປປ ເກົາຫລີ ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ມີຂຶ້ນໃນທ່າມກາງທີ່ສອງປະເທດ ສປປ ລາວ ແລະ ສປປ ເກົາຫລີ ພວມສະເຫລີມສະຫລອງ ແລະ ຂໍ່ານັບຮັບຕ້ອນວັນຄົບຮອບ 60 ປີ ແຫ່ງ ການພົບປະສຸດຍອດຄັ້ງທໍາອິດ ທີ່ນະຄອນຫລວງພຽງຢາງ ຂອງ ປະທານ ໄກສອນ ພົມວິຫານ, ຜູ້ນໍາທີ່ແສນເຄົາລົບ ຮັກຂອງປະຊາຊົນລາວ ແລະ ປະທານ ກິມ ອິນ ຊຸງ ຜູ້ນໍາທີ່ຍິ່ງໃຫຍ່ ແລະ ອະມາຕະຂອງປະຊາຊົນເກົາຫລີ ແລະ ຂໍ່ານັບຊົມເຊີຍວັນສ້າງຕັ້ງພັກແຮງງານເກົາຫລີ ຄົບຮອບ 80 ປີ ໃນວັນທີ 10 ຕຸລາ 2025 ທີ່ຈະມາເຖິງນີ້, ພ້ອມທັງໄດ້ເປັນການສະເຫລີມສະຫລອງສາຍພົວພັນທາງການທູດ ລະຫວ່າງ ສປປ ລາວ ແລະ ສປປ ເກົາຫລີ ຄົບຮອບ 50 ປີ.

          ໃນຕອນບ່າຍຂອງວັນທີ 7 ຕຸລາ 2025, ທີ່ຫໍປະຊຸມສະໜາມກິລານະຄອນຫລວງພຽງຢາງ ໄດ້ມີພິທີຕ້ອນຮັບທາງການຢ່າງຍິ່ງໃຫຍ່ ແລະ ສົມກຽດ ໃຫ້ແກ່ ຄະນະຜູ້ແທນຂັ້ນສູງຂອງ ພັກ ແລະ ລັດ ແຫ່ງ ສປປ ລາວ ນໍາໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໂດຍໄດ້ມີການກວດແຖວກອງກຽດຕິຍົດ ແລະ ຍິງປືນໃຫຍ່ 21 ນັດ. ໃນພິທີຕ້ອນຮັບຢ່າງເປັນທາງການ ໄດ້ມີສະມາຊິກພັກ, ພະນັກງານ, ກໍາລັງປະກອບອາວຸດ, ນ້ອງນ້ອຍເຍົາວະຊົນ ແລະ ປະຊາຊົນນະຄອນຫລວງພຽງຢາງ ຫລາຍກວ່າ 1.000 ຄົນ ໃຫ້ການຕ້ອນຮັບຢ່າງຟົດຟື້ນ ແລະ ສົມກຽດ. ຫລັງຈາກນັ້ນ, ທີ່ສໍານັກງານຫ້ອງວ່າການສູນກາງພັກແຮງງານເກົາຫລີ ໄດ້ມີການພົບປະລະຫວ່າງ ສອງເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ ແລະ ພັກແຮງງານເກົາຫລີ ຊຶ່ງ ສະຫາຍ ກິມ ເຈິງ ອຸນ ໄດ້ຕີລາຄາສູງຕໍ່ການຢ້ຽມຢາມຄັ້ງນີ້ ຂອງ ສະຫາຍ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ, ຊຶ່ງໄດ້ເປັນຂີດໝາຍທີ່ສໍາຄັນຍິ່ງອີກຄັ້ງໜຶ່ງທາງປະຫວັດສາດ ສໍາລັບການພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດ ໃນການຊຸກຍູ້ສົ່ງເສີມ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ສປປ ເກົາຫລີ ແລະ ສປປ ລາວ ໃຫ້ພັດທະນາຂຶ້ນສູ່ບາດກ້າວໃໝ່ ໃນຊຸມປີຕໍ່ໜ້າ. ສະຫາຍ ກິມ ເຈິງ ອຸນ ໄດ້ອວຍພອນໃຫ້ການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ສະໄໝທີ XI ຂອງ ພັກປະຊາຊົນປະຕິວັດລາວ ໄລຍະທ້າຍສະໄໝ ແລະ ການດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງ ພັກປະຊາຊົນປະຕິວັດລາວ ສະໄໝທີ XII ໃນຕົ້ນປີ 2026 ທີ່ຈະມາເຖິງນີ້ ປະສົບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.

          ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ການຕ້ອນຮັບອັນອົບອຸ່ນ, ສະໜິດສະໜົມ ຖານສະຫາຍອ້າຍນ້ອງຂອງ ສະຫາຍ ກິມ ເຈິງ ອຸນ ກໍຄື ພັກ, ລັດ ແລະ ປະຊາຊົນເກົາຫລີ ອ້າຍນ້ອງ ອັນໄດ້ສະແດງເຖິງໄມຕີຈິດ ແລະ ມິດຕະພາບອັນດູດດື່ມທີ່ເປັນມູນເຊື້ອອັນດີງາມ ທີ່ມີມາແຕ່ດົນນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ສປປ ລາວ ແລະ ສປປ ເກົາຫລີ, ພ້ອມທັງໄດ້ສະແດງຄວາມຊົມເຊີຍ ການສ້າງຕັ້ງພັກແຮງງານເກົາຫລີ ທີ່ຈະໝູນວຽນຄົບຮອບ 80 ປີ ໃນວັນທີ 10 ຕຸລາ 2025 ນີ້ ແລະ ສະແດງຄວາມຂອບໃຈ ຕໍ່ພັກ, ລັດ ແລະ ປະຊາຊົນເກົາຫລີ ອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນແກ່ພາລະກິດການປົດປ່ອຍຊາດ ໃນເມື່ອກ່ອນ ກໍຄື ການປົກປັກຮັກສາ ແລະ ສ້າງສາພັດທະນາ ສປປ ລາວ ໃນປັດຈຸບັນ. ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ອວຍພອນໃຫ້ ພັກແຮງງານເກົາຫລີ ທີ່ມີ ສະຫາຍ ກິມ ເຈິງ ອຸນ ເປັນຜູ້ນໍາສູງສຸດນັ້ນ, ຈົ່ງມີຜົນສຳເລັດໃໝ່ ໃຫຍ່ຫລວງກວ່າເກົ່າ ແລະ ຈັດຕັ້ງຜັນຂະຫຍາຍບັນດາມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ແລະ ກະກຽມກອງປະຊຸມໃຫຍ່ ຄັ້ງທີ IX ຂອງ ພັກແຮງງານເກົາຫລີ ໄດ້ຢ່າງມີໄຊ.

          ສອງຝ່າຍ ໄດ້ແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ ດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບ ເພື່ອພ້ອມ ກັນສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອມາແຕ່ດົນນານລະຫວ່າງສອງ ພັກ, ສອງລັດ ແລະ ປະຊາຊົນສອງຊາດ ສປປ ລາວ ເເລະ ສປປ ເກົາຫລີ, ສືບຕໍ່ແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນຂອງການນໍາຂັ້ນສູງ ແລະ ຂັ້ນຕ່າງໆຂອງສອງຝ່າຍ ໃຫ້ເປັນປົກກະຕິ, ຊຸກຍູ້ສົ່ງເສີມການພົວພັນຮ່ວມມືສອງຝ່າຍໃນຂົງເຂດວັດທະນະທຳ-ສັງຄົມ, ການສຶກສາ, ການຮ່ວມມືທາງດ້ານການກໍ່ສ້າງພັກ ແລະ ດ້ານອື່ນໆນໍາກັນ ໃນຫລາຍຮູບແບບທີ່ເໝາະສົມ. ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນຈໍານວນໜຶ່ງທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

          ໃນຕອນຄໍ່າຂອງວັນດຽວກັນ ສະຫາຍ ກິມ ເຈິງ ອຸນ ຍັງໄດ້ເປັນເຈົ້າພາບຈັດງານລ້ຽງຮັບຮອງ ເປັນກຽດໃຫ້ ແກ່ ສະຫາຍ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ. ໃນໂອກາດຢ້ຽມຢາມລັດຖະກິດ ຢູ່ ສປປ ເກົາຫລີ ຄັ້ງນີ້, ຄະນະຜູ້ແທນຂັ້ນສູງຂອງ ພັກ ແລະ ລັດ ແຫ່ງ ສປປ ລາວ ຍັງມີແຜນທີ່ຈະຢ້ຽມຢາມ ວັງພະອາທິດ ກຶມສຸສານ, ໂຮງຮຽນທິດສະດີກໍ່ສ້າງພະນັກງານສູນກາງພັກແຮງງານເກົາຫລີ, ຫ້ອງວາງສະແດງອາວຸດຍຸດໂທປະກອນປ້ອງກັນປະເທດ ແລະ ສູນວິຈິດຕະກໍາມານຊູແດ ອີກດ້ວຍ.

 

 

ຂ່າວຫຼ້າສຸດ
ຂໍ້ມູນຕິດຕໍ່ພົວພັນ
ຈຳນວນຜູ້ເຂົ້າຊົມເວັບໄຊ