ປະທານປະເທດ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຕ່າງປະເທດ

03/10/2025

ປະທານປະເທດ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຕ່າງປະເທດ

          ໃນວັນທີ 3 ຕຸລາ 2025, ທີ່ທໍານຽບປະທານປະເທດ (ຫໍຄຳ) ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ມອບສານຕາຕັ້ງໃຫ້ແກ່ບັນດາເອກອັກຄະລັດຖະທູດຂອງ ສປປ ລາວ ເພື່ອໄປຮັບໜ້າທີ່ປະຈຳຢູ່ຕ່າງປະເທດ ຈໍານວນ 3 ທ່ານ: ທ່ານ ສີສະຫວາດ ອິນພະຈັນ ໄປຮັບໜ້າທີ່ເປັນ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຣາຊະອານາຈັກໄທ; ທ່ານ ນາງ ໄກມະນີ ອໍລະບູນ ໄປຮັບໜ້າທີ່ເປັນ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສາທາລະນະລັດ ເກົາຫລີ; ⁠ທ່ານ ກະເສມສັກ ສາຍສຸລິຍາ ໄປຮັບໜ້າທີ່ເປັນ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສາທາລະນະລັດ ສະຫະພັນ ເຢຍລະມັນ.

          ໃນໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ມີຄໍາເຫັນຊີ້ນຳ ຕໍ່ເອກອັກຄະລັດຖະທູດ ທັງ 3 ທ່ານ ທີ່ຈະໄປປະຕິບັດໜ້າທີ່ການທູດຢູ່ຕ່າງປະເທດ ຈົ່ງສືບຕໍ່ປະກອບສ່ວນສຸມທຸກເຫື່ອແຮງ ແລະ ຄວາມຮູ້ຄວາມສາມາດຂອງຕົນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ປະເທດເພື່ອນມິດ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ, ຍາດແຍ່ງເອົາການຮ່ວມມື ແລະ ການສະໜັບສະໜູນຊ່ວຍເຫລືອດ້ານຕ່າງໆຈາກສາກົນ, ເອົາໃຈໃສ່ໂຄສະນາຂົນຂວາຍບັນດານັກລົງທຶນ, ນັກທຸລະກິດ ແລະ ນັກທ່ອງທ່ຽວຕ່າງປະເທດ ໃຫ້ເຂົ້າມາ ສປປ ລາວ ຫລາຍຂຶ້ນ ເພື່ອນຳເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນລາວບັນດາເຜົ່າ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນການລຶບລ້າງຄວາມທຸກຍາກໃຫ້ແກ່ປະຊາຊົນລາວ ແລະ ໃຫ້ສາມາດນຳພາປະເທດຊາດຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ຕາມເປົ້າໝາຍທີ່ວາງໄວ້.

 

ຂ່າວຫຼ້າສຸດ
ຂໍ້ມູນຕິດຕໍ່ພົວພັນ
ຈຳນວນຜູ້ເຂົ້າຊົມເວັບໄຊ