ປະທານປະເທດ ຮັບສານຕາຕັ້ງຈາກ ທູດຕ່າງປະເທດ

03/10/2025

ປະທານປະເທດ ຮັບສານຕາຕັ້ງຈາກ ທູດຕ່າງປະເທດ

          ໃນວັນທີ 3 ຕຸລາ 2025, ທີ່ທໍານຽບປະທານປະເທດ (ຫໍຄຳ) ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງ ບັນດາເອກອັກຄະລັດຖະທູດຕ່າງປະເທດ 6 ທ່ານ ເພື່ອ ດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ທ່ານ ເຄັນທ໌ ວາຊ່ອງ (Kent Vachon) ເອກອັກຄະລັດຖະທູດ ແຫ່ງ ການາດາ ປະຈໍາ ສປປ ລາວ, ມີສຳນັກງານຕັ້ງຢູ່ ນະຄອນຫຼວງວຽງຈັນ; ທ່ານ ຮານສ໌-ອູຣິກ ຊູດເບກ (Hans-Ulrich Südbeck) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ປະຈໍາ ສປປ ລາວ ມີສຳນັກງານຕັ້ງຢູ່ ນະຄອນຫຼວງວຽງຈັນ; ທ່ານ ນາງ ເບ່ເນ່ດິກ ເດ່ຊັອງ (Bénédicte DESCHAMPS) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ຝຣັ່ງ ປະຈໍາ ສປປ ລາວ, ມີສຳນັກງານຕັ້ງຢູ່ ນະຄອນຫຼວງວຽງຈັນ; ທ່ານ ໂຈອາວ ເຟຣຕັດ ເດ ກາມາ-ຣາ (João Freitas de Câmara) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍແລັດສະເຕ ປະຈໍາ ສປປ ລາວ, ມີສຳນັກງານຕັ້ງຢູ່ນະຄອນຫຼວງວຽງຈັນ; ທ່ານ ມິແຊວ ແພຣິສ (Michel PARYS) ເອກອັກຣາຊະທູດ ແຫ່ງ ຣາຊະອານາຈັກ ແບນຊິກ ປະຈໍາ ສປປ ລາວ, ມີສຳນັກງານຕັ້ງຢູ່ບາງກອກ ປະເທດໄທ; ທ່ານ ອາເຊັດດິນ ເບັກກາ (Azeddine BECHKA) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ອານເຊຣີ ປະຈຳ ສປປ ລາວ, ມີສໍານັກງານຕັ້ງຢູ່ ຮ່າໂນ້ຍ, ສສ ຫວຽດນາມ.

          ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ບັນດາເອກອັກຄະລັດຖະທູດ ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ຄົນໃໝ່ ປະຈໍາ ສປປ ລາວ ໃນຄັ້ງນີ້, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ດ້ວຍປະສົບການທາງດ້ານການທູດ, ບົດຮຽນ ແລະ ຄວາມຮູ້ຄວາມສາມາດທີ່ອຸດົມສົມບູນຂອງບັນດາທ່ານທູດ ຈະຊ່ວຍສືບຕໍ່ຊຸກຍູ້ ແລະ ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໃຫ້ນັບມື້ໄດ້ຮັບການພັດທະນາຍິ່ງໆຂຶ້ນ, ຊຸກຍູ້ການແລກປ່ຽນຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງບັນດາການນຳຂັ້ນສູງ ຈົນເຖິງການໄປມາຫາສູ່ລະຫວ່າງປະຊາຊົນດ້ວຍກັນເພື່ອເສີມຂະຫຍາຍການຮ່ວມມື ດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ຂະແໜງການອື່ນໆທີ່ມີທ່າແຮງນຳກັນ, ຊຸກຍູ້ການຈັດຕັ້ງປະຕິບັດບັນດາບົດບັນທຶກຄວາມເຂົ້າໃຈ ທີ່ສອງຝ່າຍໄດ້ຮ່ວມກັນລົງນາມ ໃຫ້ປາກົດຜົນເປັນຈິງ. ພ້ອມນີ້, ກໍສະເໜີໃຫ້ບັນດາທ່ານທູດ ໄປຢ້ຽມຢາມບັນດາແຂວງຕ່າງໆຂອງ ສປປ ລາວ ເພື່ອເບິ່ງການພັດທະນາຕົວຈິງຂອງແຂວງ, ຊ່ວຍຍາດແຍ່ງ ແລະ ຂົນຂວາຍບັນດານັກທຸລະກິດ-ນັກລົງທຶນ ທີ່ມີຄວາມສົນໃຈໃຫ້ເຂົ້າມາລົງທຶນຢູ່ ສປປ ລາວ ໃຫ້ຫຼາຍຂຶ້ນ.

          ໃນຂະນະດຽວກັນ, ບັນດາເອກອັກຄະລັດຖະທູດຕ່າງປະເທດ ກໍໄດ້ສະແດງຄວາມຂອບໃຈຕໍ່ຄຳເວົ້າອັນຈົບງາມ ແລະ ການຕ້ອນຮັບອັນອົບອຸ່ນ, ພ້ອມທັງສະແດງຄວາມໝາຍໝັ້ນ ຈະສືບຕໍ່ຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ປະເທດຕົນ ໃຫ້ປະກົດຜົນເປັນຈິງ ແລະ ມີປະສິດທິຜົນສູງສຸດ ເພື່ອນຳເອົາຜົນປະໂຫຍດມາສູ່ປະເທດຊາດ ກໍຄື ປະຊາຊົນຂອງທັງສອງປະເທດ.

 

ຂ່າວຫຼ້າສຸດ
ຂໍ້ມູນຕິດຕໍ່ພົວພັນ
ຈຳນວນຜູ້ເຂົ້າຊົມເວັບໄຊ