26/09/2025

ໃນວັນທີ 26 ກັນຍາ 2025 ຫ້ອງວ່າການສໍານັກງານປະທານປະເທດ (ຫສປທ) ໄດ້ຈັດພິທີ ປາຖະກະຖາ ວັນຢຶດອໍານາດ ຄົບຮອບ 80 ປີ (23/8/1945-23/8/2025) ແລະ ຄົບຮອບ 50 ປີ (23/8/1975-23/8/2025), ເຜີຍແຜ່ເອກະສານ ວ່າດ້ວຍການປະກາດໃຊ້ ລັດຖະທຳມະນູນແຫ່ງ ສປປ ລາວ ແລະ ວັນຊາດ ສສ ຫວຽດນາມ, ໃຫ້ກຽດເປັນປະທານ ພ້ອມບັນລະຍາຍ ຂອງທ່ານ ອິນທະປັນຍາ ຂຽວວົງພະຈັນ ຮອງເລຂາຄະນະພັກ ຮອງຫົວໜ້າ ຫສປທ, ມີບັນດາຄະນະພັກ, ຄະນະນໍາ ພ້ອມດ້ວຍພະນັກງານ-ລັດຖະກອນ ເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງ ເພື່ອໃຫ້ພະນັກງານ-ລັດຖະກອນ ພາຍໃນ ຫສປທ ຮັບຮູ້ ແລະ ກໍາໄດ້ ປະຫວັດຄວາມເປັນມາ ຂອງການຢຶດອໍານາດ, ຄວາມຄຽດແຄ້ນຕໍ່ການຮຸກຮານ ແລະ ການກົດຂີ່ຂູດຮີດຂອງພວກລ່າເມືອງຂຶ້ນ ປະຊາຊົນລາວບັນດາເຜົ່າໄດ້ລຸກຮື້ຂຶ້ນຕໍ່ສູ້ ເພື່ອຄວາມເປັນເອກະລາດ, ເສລີພາບ ແລະ ຄວາມຢູ່ດີກິນດີ.
ທ່ານ ອິນທະປັນຍາ ຂຽວວົງພະຈັນ ໄດ້ບັນລະຍາຍປະຫວັດຄວາມເປັນມາຂອງການຢຶດອຳນາດ ເດືອນ ສິງຫາ ປີ 1945 ວ່າ: ຊາດລາວເປັນຊາດໜຶ່ງ ທີ່ມີປະຫວັດສາດອັນສະຫງ່າງາມ ແລະ ໄດ້ຖືກປົກປັກຮັກສາເປັນເວລາຫຼາຍພັນປີມາແລ້ວ, ປີ 1930 ພັກກອມມູນນິດອິນດູຈີນໄດ້ກຳເນີດເກີດຂຶ້ນ, ພາຍໃຕ້ການນໍາພາຂອງພັກປະຕິວັດ, ການຕໍ່ສູ້ປະຕິວັດຂອງປະຊາຊົນລາວ ຈຶ່ງໄດ້ກ້າວເຂົ້າສູ່ໄລຍະໃໝ່ດ້ວຍຄຸນນະພາບໃໝ່. ພັກໄດ້ ນໍາພາປະຊາຊົນລາວ ລຸກຂຶ້ນຢຶດອໍານາດການປົກຄອງໃນທົ່ວປະເທດໃນວັນທີ 23 ສິງຫາ ປີ 1945, ຂະບວນການຢຶດອໍານາດຢູ່ວຽງຈັນ ໄດ້ເລີ່ມຈາກການຕໍ່ສູ້ຂອງກຳມະກອນໂຮງງານກັບຟາ 500 ຄົນ, ງານໂຮມຊຸມນຸມມິດຕິງ ມີຄົນເຂົ້າຮ່ວມ 10.000 ກວ່າຄົນ, ປະຊາຊົນລາວທີ່ໄດ້ຮັບການຮ່ວມມືປະສານງານອັນຕັ້ງໜ້າ ຂອງຊາວຫວຽດນາມຕ່າງດ້າວໄດ້ລຸກຮື້ຂຶ້ນໂຄ່ນ ລົ້ມອໍານາດການປົກຄອງເກົ່າ ແລະ ສ້າງຕັ້ງອຳນາດການປົກຄອງປະຕິວັດ ຂອງຕົນຂຶ້ນຢູ່ຫຼາຍທ້ອງຖິ່ນ ແລະ ໄດ້ຈັດຕັ້ງບັນດາກອງກໍາລັງປະກອບອາວຸດປ້ອງກັນຕົວ ຢູ່ໃນຕົວເມືອງໃຫຍ່ຕ່າງໆເຊັ່ນ: ຢູ່ເມືອງວຽງຈັນ, ທ່າແຂກ, ສະຫວັນນະເຂດ, ຊຽງຂວາງ, ຊຳເໜືອ ແລະ ຫຼວງພະບາງ.
ການປະກາດເອກະລາດເປັນການເຕົ້າໂຮມແຜ່ນດິນລາວເປັນເອກະພາບ, ທັງໄດ້ປ່ຽນແປງລະບອບການປົກຄອງ, ລົບລ້າງທຸກສັນຍາທີ່ລາວໄດ້ເຊັນກັບຝຣັ່ງກ່ອນໜ້ານີ້, ປະກາດໃຊ້ລັດຖະທຳມະນູນສະບັບຊົ່ວຄາວ, ປະກາດໃຊ້ເພງຊາດ, ທຸງຊາດສາມສີ ແລະ ປະກາດແຕ່ງຕັ້ງຄະນະລັດຖະບານຊົ່ວຄາວ (ລັດຖະບານລາວອິດສະຫຼະ), ວັນທີ 22 ມີນາ 1955 ພັກປະຊາຊົນປະຕິວັດລາວໄດ້ຮັບການສ້າງຕັ້ງຂຶ້ນ. ພັກໄດ້ນໍາພາປະຊາຊົນລາວ ບັນດາເຜົ່າດໍາເນີນການຕໍ່ສູ້ກູ້ຊາດຕ້ານອາເມຣິກາ, ເປັນໄລຍະການຕໍ່ສູ້ທີ່ດຸເດືອດຂ້ຽວຂາດສັບສົນ, ຫຍຸ້ງຍາກລຳບາກກວ່າໝູ່ ຂອງການປະຕິວັດໃນປະເທດເຮົາ ແລະ ເປັນໄລຍະຕໍ່ສູ້ທີ່ສະຫງ່າອົງອາດກວ່າໝູ່ ແລະ ມີໄຊຍິ່ງໃຫຍ່ກວ່າໝູ່ໃນປະຫວັດສາດຂອງຊາດເຮົາ, ວັນທີ 23 ສິງຫາ 1975 ຊາວນະຄອນຫຼວງວຽງຈັນ 20.000 ກວ່າຄົນ ໄດ້ໂຮມຊຸມນຸມມິດຕິງ ເພື່ອຕ້ອນຮັບການປະກາດສ້າງຕັ້ງອໍານາດການປົກຄອງປະຕິວັດ, ວັນທີ 2 ທັນວາ 1975 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດໄດ້ເປີດຂຶ້ນຢ່າງສະຫງ່າຜ່າເຜີຍ ຢູ່ນະຄອນຫຼວງວຽງຈັນ, ກອງປະຊຸມໄດ້ເປັນເອກະສັນກັນຜ່ານບັນດາມະຕິ, ຕົກລົງລົບລ້າງລະບອບລາຊາທິປະໄຕທີ່ຫຼ້າສະ ໄໝ ແລະ ສະຖາປະນາລະບອບສາທາລະນະລັດ ປະຊາທິປະໄຕ ປະຊາຊົນ, ສ້າງຕັ້ງສະພາປະຊາຊົນສູງສຸດ, ແຕ່ງຕັ້ງປະທານປະເທດ ແລະ ສ້າງຕັ້ງລັດຖະບານ ສປປ ລາວ, ກຳນົດທຸງຊາດ, ເພງຊາດ ແລະ ພາສາທາງການ.
ວັນຢຶດອໍານາດ 23 ສິງຫາ ປີ 1975 ຈຶ່ງມີຄວາມໝາຍຄວາມສໍາຄັນຫຼາຍສໍາລັບປະຊາຊົນລາວທັງຊາດ ເພາະວ່າ: ໄຊຊະນະດັ່ງກ່າວ ມັນແມ່ນໝາກຜົນແຫ່ງການຕໍ່ສູ້ປະຕິວັດອັນຍືດເຍື້ອຍາວນານ ຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ; ມັນແມ່ນຜົນທີ່ເກີດຈາກຄວາມກ້າຫານປະດິດສ້າງແຫ່ງການນໍາໃຊ້ 3 ບາດຄ້ອນຍຸດທະສາດ ເພື່ອຢຶດອໍານາດ ການປົກຄອງໃນທົ່ວປະເທດແບບ "ບົວບໍ່ຊໍ້າ ນໍ້າບໍ່ຂຸ່ນ", ມັນແມ່ນໄຊຊະນະຂອງແນວທາງປະຕິວັດ ອັນຖືກຕ້ອງ ແລະ ການນໍາພາອັນສະຫຼາດສ່ອງໃສຂອງພັກ ທີ່ຮູ້ໝູນໃຊ້ລັດທິມາກ-ເລນິນ ເຂົ້າໃນພຶດຕິກຳຕົວຈິງຂອງການປະຕິວັດລາວ ຢ່າງປະດິດສ້າງ, ມັນແມ່ນໄຊຊະນະຂອງກໍາລັງແຮງແຫ່ງຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນ ຂອງປວງຊົນທັງຊາດ, ຄວາມເປັນອັນໜຶ່ງອັນດຽວກັນຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າ, ແມ່ນໄຊຊະນະຂອງຄວາມສາມັກຄີຮ່ວມສຳພັນສູ້ຮົບລະຫວ່າງ ປະຊາຊົນລາວ, ປະຊາຊົນຫວຽດນາມ ແລະ ປະຊາຊົນກຳປູເຈຍ ທີ່ໄດ້ຄຽງບ່າຄຽງໄຫຼ່ກັນຕໍ່ສູ້ຕ້ານສັດຕູ.
ຈາກນັ້ນ, ໄດ້ຮັບຟັງການເຜີຍແຜ່ເອກະສານ ວ່າດ້ວຍການປະກາດໃຊ້ລັດຖະທໍາມະນູນ ແຫ່ງ ສປປ ລາວ (ສະບັບປັບປຸງໃໝ່ປີ 2025), ວັນຊາດ ແຫ່ງ ສສ ຫວຽດນາມ ຄົບຮອບ 80 ປີ (2/9/1945-2/9/2025) ແລະ ປະກາດຕໍາແໜ່ງບໍລິຫານ ແລະ ຄຸ້ມຄອງ ຂັ້ນກົມ ຕື່ມອີກ.