ທ່ານຮອງປະທານປະເທດ ສະເຫຼີມສະຫຼອງວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ

22/08/2025

ທ່ານຮອງປະທານປະເທດ ສະເຫຼີມສະຫຼອງວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ

ໃນວັນທີ 22 ສິງຫາ 2025 ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ເຂົ້າຮ່ວມສະເຫຼີມສະຫຼອງວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ (2/9/1945 – 2/9/2025) ທີ່ໂຮງແຮມເມືອງແທັງ, ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ໄດ້ຈັດງານລ້ຽງອາຫານຄໍ່າ ໂດຍການເຂົ້າຮ່ວມຂອງ ສະຫາຍ ນາງ ຫວໍ ທິ ແອັງ ຊວນ ຮອງປະທານປະເທດແຫ່ງ ສສ ຫວຽດນາມ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ; ພ້ອມນີ້, ກໍມີການນໍາພັກ-ລັດຂັ້ນສູງ ຂອງ ສປປ ລາວ ນໍາໂດຍ ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ, ມີບັນດາອົງການຈັດຕັ້ງມະຫາຊົນ ແລະ ທ້ອງຖິ່ນຈຳນວນໜຶ່ງ ຂອງ ສປປ ລາວ, ຜູ້ຕາງໜ້າສະມາຄົມຊາວຫວຽດນາມ ອາໄສຢູ່ລາວ ພ້ອມດ້ວຍບັນດາເອກອັກຄະລັດຖະທູດ, ອຸປະທູດ, ບັນດາທ່ານຫົວໜ້າອົງການຜູ້ຕາງໜ້າສາກົນ ປະຈຳລາວ ເຂົ້າຮ່ວມ.

ທ່ານ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ໄດ້ຂຶ້ນກ່າວໃນພິທີວ່າ: ວັນທີ 2 ກັນຍາ ປີ 1945, ຢູ່ສະໜາມຫຼວງບາດິ່ງ ນະຄອນຫຼວງຮ່າໂນ້ຍ, ປະທານ ໂຮ່ຈິມິນ ໄດ້ອ່ານບົດຖະແຫຼງການປະກາດເອກະລາດ ຊຶ່ງໄດ້ປະກາດໃຫ້ທົ່ວປວງຊົນທັງຊາດ ແລະ ທົ່ວໂລກຮັບຊາບ ກ່ຽວກັບຄວາມເປັນເອກະລາດ, ອິດສະຫຼະພາບ, ຄວາມສະເໝີພາບຂອງຊາດຫວຽດນາມ, ການສະຖາປະນາລັດສາທາລະນະລັດ ປະຊາທິປະໄຕ ຫວຽດນາມ, ປັດຈຸບັນ ແມ່ນປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ. ນັບແຕ່ນັ້ນເປັນຕົ້ນມາ, ປະຊາຊົນຫວຽດນາມພວກຂ້າພະເຈົ້າ ໄດ້ຖືເອົາ ວັນທີ 2 ກັນຍາ ຂອງທຸກໆປີ ເປັນ “ວັນບຸນເອກະລາດ”. ຈາກດິນແດນແຫ່ງໜຶ່ງທີ່ບໍ່ມີຊື່ໃນແຜນທີ່ໂລກ, ຖືກສົງຄາມທຳລາຍຢ່າງໜັກໜ່ວງ, ໃນໄລຍະ 80 ປີທີ່ຜ່ານມາ, ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ຄຳສາບານແຫ່ງຄວາມເປັນເອກະລາດ ດ້ວຍແນວຄິດອັນເປັນອະມະຕະທີ່ວ່າ “ບໍ່ມີສິ່ງໃດທີ່ປະເສີດເລີດລໍ້າເໜືອກວ່າເອກະລາດ ແລະ ອິດສະຫຼະພາບ”, ທົ່ວປວງຊົນທັງຊາດຫວຽດນາມ ໄດ້ສາມັກຄີເປັນຈິດໜຶ່ງໃຈດຽວ, ຮ່ວມກັບນໍ້າໃຈສາມັກຄີສາກົນອັນບໍລິສຸດຜຸດຜ່ອງ ນໍາເອົາການປະຕິວັດຂອງຫວຽດນາມ ຈາກໄຊຊະນະນີິ້ ໄປສູ່ໄຊຊະນະໃໝ່, ປະຕິບັດສຳເລັດພາລະກິດປົດປ່ອຍຊາດ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ, ໄດ້ປະຕິບັດພາລະກິດປ່ຽນແປງໃໝ່ສຳເລັດຜົນ, ກ້າວໄປສູ່ສັງຄົມນິຍົມ ຢ່າງໜັກແໜ້ນ.

ພ້ອມນີ້, ທ່ານ ຫງວຽນ ມິງ ເຕິມ ຍັງກ່າວໃຫ້ຮູ້ວ່າ: ຈາກພື້ນຖານເສດຖະກິດທີ່ຫຼ້າຫຼັງ, ຫວຽດນາມ ໄດ້ບືນຕົວຂຶ້ນມາຢູ່ອັນດັບທີ 32 ຂອງໂລກ ດ້ານຂອບຂະໜາດພື້ນຖານເສດຖະກິດ, ຢູ່ໃນກຸ່ມ 20 ພື້ນຖານເສດຖະກິດແຖວໜ້າດ້ານການຄ້າ ແລະ ການດຶງດູດການລົງທຶນຈາກຕ່າງປະເທດ, ເປັນຕ່ອງໂສ້ອັນສໍາຄັນຂອງ 17 ສັນຍາການຄ້າເສລີ (FTA) ເຊື່ອມຈອດກັບ 60 ພື້ນຖານເສດຖະກິດຫຼັກໆໃນພາກພື້ນ ແລະ ທົ່ວໂລກ. ຈາກປະເທດໜຶ່ງທີ່ຖືກປິດລ້ອມ ແລະ ຂວໍ້າບາດ, ຫວຽດນາມ ໄດ້ສ້າງຕັ້ງສາຍພົວພັນທາງການທູດກັບ 194 ປະເທດໃນໂລກ; ໃນນັ້ນ, ມີບັນດາສະມາຊິກຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ, ບັນດາປະເທດໃຫຍ່ທັງໝົດ ແລະ ແມ່ນສະມາຊິກທີ່ຕັ້ງໜ້າຂອງ 70 ກວ່າອົງການຈັດຕັ້ງໃນພາກພື້ນ ແລະ ສາກົນ. ໂດຍຖືເອົາຄວາມອີ່ມໜຳສຳລານຂອງປະຊາຊົນ ເປັນເປົ້າໝາຍສູ້ຊົນ, ຫວຽດນາມ ຖືວ່າເປັນປະເທດທີ່ປະສົບຜົນສຳເລັດ ຈາກສະຫະປະຊາຊາດ ແລະ ເພື່ອນມິດສາກົນ, ເປັນສັນຍາລັກແຫ່ງສັນຕິພາບ, ສະຖຽນລະພາບ, ເປັນປະເທດທີ່ຮັກແຂກແພງຄົນ, ເປັນຈຸດໝາຍປາຍທາງຂອງບັນດານັກລົງທຶນ ແລະ ນັກທ່ອງທ່ຽວສາກົນ.

ນອກຈາກນີ້, ຍັງໄດ້ກ່າວເຖິງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ນັບມື້ພັດທະນາ ຢ່າງເລິກເຊິ່ງ, ກວ້າງຂວາງ, ແທດຈິງ ແລະ ມີປະສິດທິຜົນ, ນໍາເອົາຜົນ​ປະ​ໂຫຍ​ດອັນ​ໃຫຍ່​ຫຼວງ​ໃຫ້ແກ່​ທັງ​ສອງ​ປະ​ເທດ. ພ້ອມທັງໃຫ້ຮູ້ວ່າ: “ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍມີຄວາມຮັບຮູ້ຢ່າງເລິກເຊິ່ງວ່າ: ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງຕົນ, ເພື່ອໃຫ້ ຫວຽດນາມ ມີພາລະກິດອັນໜັກແໜ້ນ, ມີກໍາລັງບົ່ມຊ້ອນ, ມີຖານະບົດບາດ ແລະ ອິດທິພົນຊື່ສຽງ ໃນວົງຄະນາຍາດສາກົນຄືທຸກວັນນີ້, ໄປຄຽງຄູ່ກັບຄວາມພະຍາຍາມບຸກໜ້າບືນຕົວຂອງຕົນແລ້ວ, ພວກຂ້າພະເຈົ້າ ຍາມໃດກໍໄດ້ຮັບການສະໜັບສະໜູນ, ການຊ່ວຍເຫຼືອອັນລ້ຳຄ່າ ຈາກເພື່ອນມິດສາກົນ ໂດຍສະເພາະ ແມ່ນການຊ່ວຍເຫຼືອທີ່ໃຫຍ່ຫຼວງ, ໝົດຈິດໝົດໃຈ, ມີປະສິດທິຜົນ ຂອງພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງ”.

 

ຂ່າວຫຼ້າສຸດ
ຂໍ້ມູນຕິດຕໍ່ພົວພັນ
ຈຳນວນຜູ້ເຂົ້າຊົມເວັບໄຊ