ປະທານປະເທດ ເຂົ້າຮ່ວມພິທີສະຫຼອງ ວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດຫວຽດນາມເປັນເອກະພາບ

30/04/2025

ປະທານປະເທດ ເຂົ້າຮ່ວມພິທີສະຫຼອງ ວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດຫວຽດນາມເປັນເອກະພາບ

          ໃນວັນທີ 30 ເມສາ 2025, ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ, ລັດ ລາວ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດຫວຽດນາມເປັນເອກະພາບ ຄົບຮອບ 50 ປີ (30/4/1975-30/4/2025) ທີ່ນະຄອນໂຮ່ຈີ່ມິງ ສສ ຫວຽດນາມ ຊຶ່ງຄະນະບໍລິຫານງານ ສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ ແລະ ແນວໂຮມປະເທດຊາດຫວຽດນາມ ໄດ້ຈັດຂຶ້ນ ໂດຍມີ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະຫາຍປະທານປະເທດ ເລືອງ ເກືອງ, ສະຫາຍນາຍົກລັດຖະມົນຕີ ຟ້າມ ມິງ ຈິງ, ສະຫາຍປະທານະພາແຫ່ງຊາດ ເຈີນ ແທງ ເໝີນ, ສະຫາຍປະທານສູນກາງແນວໂຮມປະເທດຊາດ ໂດ໊ວັນຈຽນ ພ້ອມດ້ວຍບັນດາສະຫາຍການນໍາ, ອະດີດການນໍາ ຂັ້ນສູງ ພັກ, ລັດ ສສ ຫວຽດນາມ, ແຂກພາຍໃນ ແລະ ຕ່າງປະເທດ, ຈຳນວນຫລາຍ ຄະນະໄດ້ເຂົ້າຮ່ວມ. ສໍາລັບຄະນະຜູ້ແທນຈາກ ສປປ ລາວ, ນອກຈາກ ຄະນະຜູ້ແທນຈາກສູນກາງແລ້ວຍັງມີຄະນະຜູ້ແທນຈາກ ກະຊວງປ້ອງກັນປະເທດ, ນະຄອນຫຼວງວຽງຈັນ, ແຂວງຈໍາປາສັກ, ສະ ຫວັນນະເຂດ ແລະ ຫົວພັນ ເຂົ້າຮ່ວມ.

          ພິທີສະເຫຼີມສະຫຼອງໃນຄັ້ງນີ້, ເປັນການຈັດພິທີລະດັບຊາດ ໂດຍມີການເດີນສວນສະໜາມ ທີ່ຖະໜົນ ເລຢວັ້ນ-ທໍານຽບເອກະລາດ ນະຄອນໂຮ່ຈີ່ມິງ ຊຶ່ງມີກ້ອນກໍາລັງຕ່າງໆເຂົ້າຮ່ວມສວນສະໜາມ ຫຼາຍກວ່າ 13 ພັນຄົນ. ໃນນັ້ນ, ມີກ້ອນກໍາລັງຂອງ ກອງທັບປະຊາຊົນລາວ ແລະ ກ້ອນກໍາລັງຈາກປະເທດອື່ນເຊັ່ນ: ກອງທັບປະຊາຊົນຈີນ ແລະ ກອງທັບຣາຊະອານາຈັກກໍາປູເຈຍ ເຂົ້າຮ່ວມສວນສະໜາມ. ນອກນັ້ນ, ໃນພິທີຍັງມີການຍິງປືນໃຫຍ່ 21 ນັດ, ມີເຮືອບິນ ເອເລກົບແຕ້ ຈໍານວນ 13 ລໍາ, Yal-130 ຈໍານວນ 9 ລໍາ ແລະ Su-30MK2 ຈໍານວນ 7 ລໍາ ຂອງກອງທັບອາກາດຫວຽດນາມ ເຂົ້າຮ່ວມບິນສວນສະໜາມ ຊົມເຊີຍ ເທິງນ່ານຟ້າຂອງ ນະຄອນໂຮ່ຈີມິງ.

           ໃນໂອກາດນີ້, ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ພ້ອມດ້ວຍການນໍາຂັ້ນສູງພັກ, ລັດ ສປປ ລາວ ໄດ້ພົບປະກັບ ສະຫາຍເລຂາທິການໃຫຍ່ ໂຕເລິມ ແລະ ສະຫາຍນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ແລະ ເຂົ້າຮ່ວມພິທີປະດັບການຍ້ອງຍໍ ຫຼຽນໄຊ ຈາກລັດຖະບານ ສປປ ລາວ ໃຫ້ແກ່ ຮອງປະທານປະເທດ ແລະ ອະດີດຮອງປະທານປະເທດຂອງ ຫວຽດນາມ ທີ່ໄດ້ມີຜົນງານດີເດັ່ນ ໃນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ແລະ ເຂົ້າຮ່ວມງານລ້ຽງຕ້ອນຮັບຈັດໂດຍ ສະຫາຍປະທານປະເທດ ເລືອງ ເກືອງ. ນອກນັ້ນ, ຍັງພົບປະກັບຄະນະຜູ້ແທນຂັ້ນສູງຂອງ ສ ກູບາ ນໍາໂດຍ ສະຫາຍ ຊານວາດໍຣ ວານເດັສ ເມສາ ກໍາມະການກົມການເມືອງສູນກາງພັກ, ຮອງປະທານປະເທດ ແຫ່ງ ສ ກູບາ ທີ່ເດີນທາງມາຮ່ວມພິທີສະເຫລີມສະຫລອງ ວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດຫວຽດນາມ ເປັນເອກະພາບ ຄົບຮອບ 50 ປີ ເຊັ່ນດຽວກັນ.

 

 

 

ຂໍ້ມູນຕິດຕໍ່ພົວພັນ
ຈຳນວນຜູ້ເຂົ້າຊົມເວັບໄຊ
ຮອງປະທານປະເທດ ພ້ອມດ້ວຍຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຫຼວງນໍ້າທາ