24/04/2025
ໃນວັນທີ 24 ເມສາ 2025, ທ່ານ ເລືອງ ເກືອງ, ປະທານປະເທດ ແຫ່ງ ສສ. ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງເຖິງສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ ເພື່ອດໍາເນີນການຢ້ຽມຢາມລັດຖະກິດ ທີ່ ສປປ ລາວ ແຕ່ວັນທີ 24-25 ເມສາ 2025. ພິທີຕ້ອນຮັບ ທີ່ ສະໜາມບິນສາກົນວັດໄຕ ໄດ້ຈັດຂຶ້ນຢ່າງສົມກຽດ ໂດຍທ່ານ ນາງ ເຂັມມະນີ ພົນເສນາ, ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ທັງເປັນລັດຖະມົນຕີກຽດຕິຍົດ ພ້ອມດ້ວຍຄະນະທັງຝ່າຍລາວ ແລະ ຫວຽດນາມ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ໃນໂອກາດຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ທ່ານ ເລືອງ ເກືອງ, ປະທານປະເທດ ແຫ່ງ ສສ. ຫວຽດນາມ ແລະ ຄະນະ ຈະພົບປະສອງຝ່າຍຢ່າງເປັນທາງການກັບ ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ, ຈະພົບປະກັບ ທ່ານ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດ ແລະ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ຈະເຂົ້າຮ່ວມພິທີພົບປະມິດຕະພາບ ລາວ-ຫວຽດນາມ, ຈະຢ້ຽມຢາມອະດີດການນໍາຂອງ ສປປ ລາວ, ຈະເຂົ້າວາງພວງມາລາ ທີ່ ອານຸສາວະລີນັກຮົບນິລະນາມ, ພ້ອມທັງຈະຢ້ຽມຊົມ ຫໍພິພິທະພັນ ໄກສອນ ພົມວິຫານ ແລະ ອານຸສອນສະຖານ ປະທານ ສຸພານຸວົງ ອີກດ້ວຍ.
.jpeg)

