22/04/2025
ພິທີໂຮມຊຸມນຸມໃຫຍ່ ສະເຫຼີມສະຫຼອງວັນສ້າງຕັ້ງ ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ຄຊປປລ) ຄົບຮອບ 70 ປີ ໃນວັນທີ 22 ເມສາ 2025 ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ,ປະທານປະເທດ, ພ້ອມດ້ວຍການນຳພັກ, ລັດ, ນັກປະຕິວັດອາວຸໂສ, ບັນດາກະຊວງ, ອົງການ, ແຂວງ, ນະຄອນຫຼວງວຽງຈັນ ແລະ ສະມາຊິກຊາວໜຸ່ມເຂົ້າຮ່ວມ.

.jpeg)
.jpeg)
ໃນໂອກາດນີ້, ທ່ານ ມອນໄຊ ລາວມົວຊົ່ງ ກຳມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງ ຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ຍົກໃຫ້ເຫັນມູນເຊື້ອການເຕີບໃຫຍ່ ຂອງຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວ ຕະຫຼອດໄລຍະ 70 ປີຜ່ານມາ ຊຶ່ງເປັນມູນເຊື້ອ ທີ່ອາດຫານກ້າແກ່ນ ແລະ ສະຫງ່າລາສີ ຊຶ່ງຍາມໃດກໍຕິດພັນກັບມູນເຊື້ອຂອງຊາດ,ຂອງພັກ, ຂອງກໍາລັງປະກອບອາວຸດ, ຂອງທຸກຂະແໜງການ ແລະ ທ້ອງຖິ່ນ ເພາະວ່າທຸກຍຸກທຸກສະໄໝ ຊາວໜຸ່ມລາວ ແມ່ນມີບົດບາດຕັດສິນ ແລະ ເປັນກໍາລັງແຮງອັນໃຫຍ່ຫຼວງ ໃຫ້ແກ່ທຸກຍຸກທຸກສະໄໝ, ຕະຫຼອດ 7 ທົດສະວັດ ນັກຮົບສີຟ້າ ພາຍໃຕ້ຮົ່ມທຸງຂອງພັກ ກໍຄື ການນຳພາຂອງຄະນະບໍລິຫານງານ ຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ແບກຫາບພາລະກຳປະຫວັດສາດ ອັນຍິ່ງໃຫຍ່ໃນແຕ່ລະໄລຍະທີ່ແຕກຕ່າງກັນ ແລະ ສາມາດປະຕິບັດພາລະກຳ ປະຫວັດສາດ ເຫຼົ່ານັ້ນໄດ້ຢ່າງສະຫງ່າງາມ. ໃນຕໍ່ໜ້າພັກ ຍິ່ງມີຄວາມຮັບຜິດຊອບອັນໜັກໜ່ວງ ໃນການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ-ເງິນຕາ ລວມທັງຄວາມບອບບາງທາງດ້ານເສດຖະກິດມະຫາພາກ; ຄະນະບໍລິຫານງານຊາວໜຸ່ມ ຈະຕ້ອງໄດ້ເພີ່ມທະວີ ການສະກັດກັ້ນ ການປະຕິບັດນະໂຍບາຍຫັນປ່ຽນ ໂດຍສັນຕິຂອງພວກຄົນບໍ່ດີຕໍ່ລະບອບໃໝ່ ຂອງພວກເຮົາດ້ວຍຫຼາຍຮູບການ; ປາກົດການຫຍໍ້ທໍ້ໃນສັງຄົມ ນັບມື້ເກີດຂຶ້ນຢ່າງຕໍ່ເນື່ອງ, ການສຶກສາພົບກັບຄວາມຫຍຸ້ງຍາກ, ຄ່າຄອງຊີບນັບມື້ສູງຂຶ້ນ ແລະ ອື່ນໆ. ແຕ່ດ້ວຍມູນເຊື້ອ ຄວາມສາມັກຄີ ແລະ ຄວາມຕັດສິນໃຈຂອງຄະນະບໍລິຫານງານຊາວໜຸ່ມແຕ່ລະຂັ້ນ ໄດ້ສືບຕໍ່ປະກອບສ່ວນຍູ້ແຮງພາລະກິດປ່ຽນແປງໃໝ່ຮອບດ້ານ ມີຫລັກການ, ເຮັດໃຫ້ປະເທດຊາດ ກ້າວຂຶ້ນຢ່າງໜັກແໜ້ນສູ່ຈຸດໝາຍທີ່ກຳນົດໄວ້ ດ້ວຍການເສີມຂະຫຍາຍມູນເຊື້ອ ທາດແທ້ຂອງ ຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວ.
ໂອກາດດຽວກັນ, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານ ແລະ ຜົນສຳເລັດ ທີ່ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຍາດມາໄດ້ຕະຫຼອດໄລຍະຜ່ານມາ ຊຶ່ງຊາວໜຸ່ມ ມີບົດບາດສຳຄັນໃນການຊ່ວຍຂັບເຄື່ອນການສ້າງສາ ແລະ ພັດທະນາປະເທດຊາດ, ຊາວໜຸ່ມໄດ້ຮຽນຮູ້ ແລະ ຮັບເອົາວິທະຍາສາດ, ເຕັກໂນໂລຊີ ມາພັດທະນາຕົນເອງ ແລະ ພັດທະນາປະເທດ ຢ່າງບໍ່ຢຸດຢັ້ງ. ນອກນີ້, ຊາວໜຸ່ມລາວຍັງເປັນຜູ້ຮັບຮູ້ໄວ, ເຂົ້າໃຈໄວທຸກໆການປ່ຽນແປງຂອງໂລກ ອາດເວົ້າໄດ້ວ່າຊາວໜຸ່ມລາວ ເປັນໄວທີ່ຮຽນຮູ້ທັນ ຍຸກທັນສະໄໝ ໄດ້ດີພໍສົມຄວນ, ຕີລາຄາວ່າ ຊາວໜຸ່ມລາວໃນຍຸກນີ້ ເປັນຍຸກແຫ່ງການເປັນໂຕຂອງໂຕເອງ ໄດ້ດີທີ່ສຸດເທົ່າທີ່ເຄີຍມີມາໃນປະຫວັດສາດຂອງໄວໜຸ່ມລາວ ນັ້ນກໍເພາະວ່າພັກ ແລະ ລັດຖະບານ ໄດ້ໃຫ້ໂອກາດໄວໜຸ່ມ ເປີດກວ້າງອອກສູ່ໂລກພາຍນອກ ເຖິງສະພາບການຈະມີການ ປ່ຽນແປງຢ່າງໃດກໍຕາມ ແຕ່ຊາວໜຸ່ມລາວ ຍັງປັນແຂນຂວາຂອງພັກ, ເປັນຜູ້ທີ່ໄດ້ຮັບຄວາມໄວ້ເນື້ອເຊື້ອໃຈຈາກພັກ ແລະ ຈາກປະຊາຊົນ. ພ້ອມນີ້, ທ່ານ ທອງລຸນ ສີສຸລິດ ຍັງເນັ້ນໃຫ້ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ສືບຕໍ່ເຕົ້າໂຮມຄວາມສະມັກຄີພາຍໃນພັກ ບຸກລະດົມຊາວໜຸ່ມ, ເຍົາວະຊົນ ເຂົ້າຮ່ວມຂະບວນການໃຫ້ຫຼາຍຂຶ້ນ ແລະ ກວ້າງຂວາງ ແຕ່ຂັ້ນສູນກາງຮອດທ້ອງຖິ່ນ, ຕ້ອງປັບປຸງກໍ່ສ້າງການຈັດຕັ້ງຂອງຊາວໜຸ່ມ ໃຫ້ໜັກແໜ້ນເຂັ້ມແຂງ, ຊາວໜຸ່ມລາວຕ້ອງຮູ້ປັບປຸງປ່ຽນແປງຕົນເອງໃຫ້ດີຂຶ້ນ,ຕ້ອງມີຫົວຄິດປະດິດສ້າງ, ສະແຫວງຫາຄວາມຮູ້ໃໝ່ໆ, ຊາວໜຸ່ມ ແລະ ເຍົາວະຊົນ ຕ້ອງຮູ້ຮັກຊາດ ແລະ ພັດທະນາຕົນເອງຢູ່ສະເໝີ ບໍ່ໃຫ້ຕົກຍຸກຕົກສະໄໝ ຕ້ອງຮຽນຮູ້ເພາະໂລກ ມີການຂະຫຍາຍຕົວໄວ, ຫາກບໍ່ບືນຕົວກໍຈະຕົກຂະບວນການຂອງການພັດທະນາ.


