09/04/2025
ໃນວັນທີ 7 ເມສາ 2025, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຟ້າມ ມິງຈິງ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ, ລັດ ສສ ຫວຽດນາມ ໃນໂອກາດເດີນທາງມາວາງພວງມາລາ ໄວ້ອາໄລ ສະແດງຄວາມເສົ້າສະຫລົດໃຈ ແລະ ຮ່ວມພິທີຊາປະນະກິດສົບລະດັບຊາດ ຂອງ ທ່ານ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ, ນັກປະຕິວັດອາວຸໂສ ຂອງພັກປະຊາຊົນ ປະຕິວັດລາວ ທີ່ໄດ້ມໍລະນະກໍາ ໃນວັນທີ 2 ເມສາ 2025.
ທ່ານ ທອງລຸນ ສີສຸລິດ ປະທານປະເທດ ໄດ້ຕາງໜ້າໃຫ້ ຄະນະບໍລິຫານງານສູນກາງພັກ, ລັດຖະບານ, ສະພາແຫ່ງຊາດແຫ່ງ ສປປ ລາວ, ສູນກາງແນວລາວສ້າງຊາດ ແລະ ຄອບຄົວ ສີພັນດອນ ສະແດງຄວາມຊາບຊຶ້ງ ແລະ ຂອບໃຈຕໍ່ ທ່ານ ນາຍົກລັດຖະມົນຕີ ຟ້າມ ມິງຈິງ ທີ່ໄດ້ນໍາພາ ຄະນະຜູ້ແທນຂັ້ນສູງ ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ເດີນທາງມາຮ່ວມວາງພວງມາລາໄວ້ອາໄລ ແລະ ຮ່ວມພິທີຊາປະນະກິດສົບ ລະດັບຊາດຂອງ ພົນເອກ ຄໍາໄຕ ສີພັນດອນ ຊຶ່ງເປັນການໃຫ້ຄວາມສຳຄັນຢ່າງສູງ ແລະ ການບິແບ່ງຄວາມເສົ້າໂສກເສຍດາຍ ຈາກພັກ, ລັດ ແລະ ປະຊາຊົນ ຫວຽດນາມ ທີ່ມີຕໍ່ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ, ທັງເປັນການສະແດງໃຫ້ເຫັນນໍ້າໃຈ ແຫ່ງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ລາວ-ຫວຽດນາມ ຊຶ່ງຍາມໃດການນໍາຂອງສອງພັກ, ສອງລັດ ກໍໄດ້ຢັ້ງຢືນ ໃຫ້ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຄຽງບ່າຄຽງໄຫຼ່ ກັນຕະຫຼອດມາ.
ທ່ານ ປະທານປະເທດ ຍັງໄດ້ຕີລາຄາວ່າ ພົນເອກ ຄໍາໄຕ ສີພັນດອນ ເປັນໜຶ່ງໃນບັນດາການນໍາຮຸ່ນທໍາອິດ ຂອງ ພັກປະຊາຊົນປະຕິວັດລາວ ທີ່ໄດ້ເປັນຫຼັກແຫຼ່ງ ແລະ ແກນນໍາຂອງສູນກາງພັກ ນໍາພາ-ຊີ້ນໍາ ການປະຕິວັດຊາດ ປະຊາທິປະໄຕ ໃນເມື່ອກ່ອນ ແລະ ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດໃນປັດຈຸບັນ, ຕະຫຼອດຊີວິດຂອງທ່ານ ໄດ້ອຸທິດສະຕິປັນຍາ, ກໍາລັງວັງຊາເພື່ອພາລະກິດປະຕິວັດ, ເພື່ອການພັດທະນາປະເທດຊາດ ແລະ ຄວາມຢູ່ດີກິນດີໃຫ້ແກ່ປະຊາຊົນລາວ ບັນດາເຜົ່າ. ທ່ານ ພົນເອກ ຄໍາໄຕ ສີພັນດອນ ເປັນການນຳຜູ້ໜຶ່ງ ທີ່ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງ ເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ລາວ-ຫວຽດນາມ, ໄດ້ມີຄວາມຮັກແພງສະໜິດສະໜົມ ໃກ້ຊິດຕິດແທດກັບບັນດາທ່ານການນໍາຂອງ ພັກ, ລັດ ຫວຽດນາມ; ການທີ່ ທ່ານ ນາຍົກລັດຖະມົນຕີ ຟ້າມ ມິງຈິງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງພັກ, ລັດ ຫວຽດນາມ ເດີນທາງມາວາງພວງມາລາໄວ້ອາໄລ ແລະ ເຂົ້າຮ່ວມພິທີຊາປະນາກິດສົບຂອງ ພົນເອກ ຄຳໄຕ ສີພັນດອນ ເປັນການໃຫ້ກຳລັງໃຈອັນແຮງກ້າ ແລະ ເປັນການບິແບ່ງຄວາມທຸກໂສກຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງທີ່ມີຕໍ່ກັບ ພັກ, ລັດ, ປະຊາຊົນລາວ ບັນດາເຜົ່າ ແລະ ຄອບຄົວ ສີພັນດອນ. ທ່ານ ນາຍົກລັດຖະມົນຕີ ຟ້າມ ມິງຈິງ ກໍໄດ້ຕາງໜ້າ ສູນກາງພັກ, ລັດຖະບານ, ສະພາແຫ່ງຊາດ ແລະ ແນວໂຮມປະເທດຊາດຫວຽດນາມ ສະແດງຄວາມເສົ້າສະຫຼົດໃຈ ແລະ ອາໄລອາວອນຢ່າງສຸດຊຶ້ງ ຕໍ່ການມໍລະນະກຳຂອງ ທ່ານ ພົນເອກ ຄຳໄຕ ສີພັນດອນ. ການຈາກໄປຂອງ ສະຫາຍ ບໍ່ພຽງແຕ່ເປັນການສູນເສຍອັນໃຫຍ່ຫຼວງ ສຳລັບ ພັກ, ລັດ, ປະຊາຊົນລາວ ແລະ ຄອບຄົວຂອງ ພົນເອກ ຄໍາໄຕ ສີພັນດອນ ແຕ່ຍັງເປັນການສູນເສຍຜູ້ເປັນເພື່ອນມິດທີ່ຍິ່ງໃຫຍ່, ອ້າຍນ້ອງທີ່ສະໜິດສະໜົມທີ່ສຸດ ຂອງ ພັກ, ລັດ, ກອງທັບ ແລະ ປະຊາຊົນຫວຽດ. ພົນເອກ ຄຳໄຕ ສີພັນດອນ ເປັນນັກຮົບປະຕິວັດຂອງລາວ ຜູ້ທີ່ເຄີຍຄຽງບ່າຄຽງໄຫຼ່ຮ່ວມກັບບັນດານັກຮົບປະຕິວັດ ຂອງຫວຽດນາມ ຕໍ່ສູ້ອັນຍືດເຍື້ອຍາວນານ ໃນພາລະກິດແຫ່ງການຕໍ່ສູ້ກູ້ຊາດຂອງສອງປະເທດໃນເມື່ອກ່ອນ. ຍາມໃດກໍໄດ້ໃຫ້ການສະໜັບສະໜູນຕໍ່ ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ ຂອງປະຊາຊົນຫວຽດນາມ ແລະ ໄດ້ປະກອບສ່ວນສຳຄັນຫຼວງຫຼາຍເຂົ້າໃນ ການເພີ່ມພູນຄູນສ້າງສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ; ຕີລາຄາສູງຕໍ່ການອຸທິດອັນໃຫຍ່ຫຼວງຂອງ ທ່ານ ພົນເອກ ຄຳໄຕ ສີພັນດອນ ໃນພາລະກິດຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ ຂອງປະຊາຊົນລາວ ໃນເມື່ອກ່ອນ ກໍຄື ໃນພາລະກິດປ່ຽນແປງໃໝ່, ປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດຂອງ ສປປ ລາວ ໃນປັດຈຸບັນ. ພັກ, ລັດ ແລະ ປະຊາຊົນຫວຽດນາມ ຂໍແບ່ງເບົາຄວາມເສົ້າສະຫຼົດໃຈອັນສຸດຊຶ້ງ ແລະ ແບ່ງປັນຄວາມທຸກໂສກທີ່ສຸດ ມາຍັງ ພັກ, ລັດ, ຄະນະກຳມະການສູນກາງແນວລາວສ້າງຊາດ, ປະຊາຊົນລາວ ແລະ ຄອບຄົວຂອງ ທ່ານ ພົນເອກ ຄຳໄຕ ສີພັນດອນ ແລະ ເຊື່ອໝັ້ນວ່າ ພັກ, ລັດ, ປະຊາຊົນລາວ ອ້າຍນ້ອງ ແລະ ຄອບຄົວຂອງ ທ່ານ ພົນເອກ ຄຳໄຕ ສີພັນດອນ ຈະຜ່ານຜ່າຄວາມທຸກໂສກເສຍດາຍອັນໃຫຍ່ຫຼວງນີ້ໂດຍໄວ.
ສອງຝ່າຍ ຍັງໄດ້ຂອບໃຈຢ່າງສູງ ຕໍ່ການສະໜັບສະໜູນ, ຊ່ວຍເຫຼືອຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄື ໃນພາລະກິດປົກປັກຮັກ ສາ ແລະ ພັດທະນາຂອງແຕ່ລະປະເທດ ໃນປັດຈຸບັນ. ພ້ອມທັງ ຕີລາຄາສູງ ຕໍ່ໝາກຜົນຂອງການຮ່ວມມືລະຫວ່າງ ສອງພັກ, ສອງລັດ ໃນໄລຍະຜ່ານມາ ແລະ ຢືນຢັ້ນວ່າ ຈະສືບຕໍ່ຊີ້ນຳບັນດາກະຊວງ ແລະ ຂະແໜງການ ທີ່ກ່ຽວຂ້ອງຂອງສອງປະເທດ ຈັດຕັ້ງຜັນຂະຫຍາຍບົດບັນທຶກ, ຂໍ້ຕົກລົງຂອງການນຳຂັ້ນສູງຂອງສອງພັກ ໃຫ້ມີປະສິດທິພາບຍິ່ງໆຂຶ້ນ; ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່,ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ໃຫ້ນັບມືສວຍສົດງົດງາມຍິ່ງຂຶ້ນ.


