ຫສປທ ວາງພວງມາລາໄວ້ອາໄລເຖິງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ

08/04/2025

ຫສປທ ວາງພວງມາລາໄວ້ອາໄລເຖິງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ

          ໃນວັນທີ 4 ເມສາ 2025 ທີ່ຫໍປະຊຸມແຫ່ງຊາດ ຫ້ອງວ່າການສຳນັກງານປະທານປະເທດ (ຫສປທ) ນຳໂດຍ ສະຫາຍ ນາງ ເຂັມມະນີ ພົນເສນາ ກຳມະການສູນກາງພັກ ເລຂາຄະນະພັກ ຫົວໜ້າ ຫສປທ ໄດ້ເຂົ້າວາງພວງມາລາ ໄວ້ອາໄລເຖິງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ ອະດີດປະທານປະເທດແຫ່ງ ສປປ ລາວ.

          ໂອກາດນີ້, ສະຫາຍ ນາງ ເຂັມມະນີ ພົນເສນາ ກໍໄດ້ເຊັນປຶ້ມໄວ້ອາໄລ ທີ່ມີຄໍາໄວ້ອາໄລວ່າ: ຕາງໜ້າໃຫ້ຄະນະບໍລິຫານງານພັກ, ສະມາຊິກພັກ ແລະ ພະນັກງານລັດຖະກອນຂອງ ຫສປທ ຂໍສະແດງຄວາມໂສກເສົ້າເສຍໃຈ ແລະ ຄວາມອາໄລອາວອນຢ່າງສຸດຊຶ້ງ ຕໍ່ການຈາກໄປຢ່າງບໍ່ມີວັນກັບຄືນມາຂອງສະຫາຍ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດແຫ່ງ ສປປ ລາວ ຊຶ່ງເປັນການນຳທີ່ດີເດັ່ນຮຸ່ນທຳອິດ, ເປັນແກນນຳຫຼັກແຫຼ່ງຂອງຊາດ ແລະ ເປັນຜູ້ນຳທີ່ແສນເຄົາລົບຮັກໃນເມື່ອກ່ອນ ກໍຄືປັດຈຸບັນ, ຄຸນງາມຄວາມດີຂອງສະຫາຍ ທີ່ມີອັນໃຫຍ່ຫຼວງ ຈະຖືກຈາລຶກ ແລະ ຄົງໄວ້ໃນດວງໃຈຂອງພວກເຮົາຕະຫຼອດໄປ, ພວກຂ້າພະເຂົ້າ ຂໍສະແດງຄວາມເຄົາລົບຮັກ ແລະ ຂໍແບ່ງເບົາຄວາມເສົ້າໂສກເສຍໃຈນຳຄອບຄົວ ສີພັນດອນ ມານະໂອກາດນີ້ດ້ວຍ, ຂໍໃຫ້ດວງວິນຍານຂອງສະຫາຍ ຈົ່ງໄປສູ່ສຸຄະຕິເຖີ້ນ.

          ການຈາກໄປຂອງສະຫາຍໃນຄັ້ງນີ້, ເປັນການສູນເສຍອັນຍິ່ງໃຫຍ່ຂອງພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ, ສູນເສຍການນໍາຂັ້ນສູງຮຸ່ນທໍາອິດຂອງການປະຕິວັດລາວ, ສະຫາຍເປັນນັກປະຕິວັດລາວ, ສະຫາຍເປັນນັກປະຕິວັດຜູ້ອົງອາດກ້າຫານ, ຜູ້ທີ່ໄດ້ອຸທິດເຫື່ອແຮງ, ສະຕິປັນຍາຂອງຕົນ ເພື່ອພາລະກິດປົດປ່ອຍຊາດ ໃນເມື່ອກ່ອນ ແລະ ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃນປັດຈຸບັນ, ເປັນຜູ້ສືບຕໍ່ນໍາພາການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານ ມີຫຼັກການຂອງພັກເຮົາ, ສະຫາຍແມ່ນນັກຮັກຊາດທີ່ດູດດື່ມ, ແມ່ນນັກປະຕິວັດທີ່ກ້າແກ່ນ ແລະ ຜູ້ນໍາທີ່ດີເດັ່ນຂອງພັກ ຂອງຊາດເຮົາ.

          ຫສປທ ຂໍຈາລຶກຄຸນງາມຄວາມດີຂອງສະຫາຍຕະຫຼອດໄປ ແລະ ຈະສືບຕໍ່ພາລະກິດຂອງສະຫາຍ ເພື່ອສ້າງສາປະເທດລາວເຮົາໃຫ້ຮັ່ງມີ, ຂໍໃຫ້ດວງວິນຍານຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ຈົ່ງໄປສູ່ສຸຄະຕິດ້ວຍເທີ້ນ.

 

 

ຂ່າວຫຼ້າສຸດ
ຂໍ້ມູນຕິດຕໍ່ພົວພັນ
ຈຳນວນຜູ້ເຂົ້າຊົມເວັບໄຊ